ເອກອັກຄະລັດຖະທູດ ຕວັກກີ້ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 2 Nov, 2022 At 08:30 PM | Categorized As ຂ່າວສຳຄັນ | With 0 Comments

       WhatsApp Image 2022-11-02 at 16.08.41

      ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 3 ພະຈິກ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ໂອຼຮັນເຊີກ ( H.E  Orhan Isik), ເອກອັກຄະລັດຖະທູດ ປະເທດ ຕວັກກີ້ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນ ຢູ່ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 16 ທ່ານ.

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ໂອຼຮັນເຊີກ ( H.E  Orhan Isik), ເອກອັກຄະລັດຖະທູດ ຕວັກກີ້ ປະຈໍາ ສປປ ລາວ ແລະ ສະເໜີສືບຕໍ່ຮ່ວມມື ແລະ ສົ່ງເສີມການຄ້າສອງຝ່າຍ ໃຫ້ຂະຫຍາຍໂຕສູງຂຶ້ນເລື້ອຍໆ ພ້ອມທັງຊັກຊວນໃຫ້ທຸລະກິດ ຕວັກກີ້ ມາລົງທຶນ ໃນ ລາວ ໃຫ້ຫຼາຍຂຶ້ນ. ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ລະຫວ່າງ ສປປ ລາວ-ຕວັກກີ້ ທີ່ມີການພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານເສດຖະກິດ, ດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ ແລະ ຕວັກກີ້  ໃນນີ້ມູນຄ່າການຄ້າສອງຝ່າຍ 9 ເດືອນ ປີ 2022 ສາມາດປະຕິບັດໄດ້ໃນມູນຄ່າ 5.14 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກປະຕິບັດໄດ້ 5.06 ລ້ານໂດລາສະຫະລັດ. ສິນຄ້າລາວສົ່ງອອກປະກອບມີ: ເສັ້ນໄຍ ສັງເຄາະ, ຂີ້ຄັງ, ຍານ, ຂີ້ຊີ ແລະ ອື່ນໆ. ສິນຄ້ານໍາເຂົ້າປະຕິບັດໄດ້ 81,899 ໂດລາສະຫະລັດ. ປະກອບມີ: ພະຫະນະທາງບົກ, ລົດຈັກ ລົດໄຖ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ຊິ້ນສ່ວນອາໄຫຼ່ລົດ, ທັງຢາງ, ແວ່ນ, ໂສ້ ແລະອື່ນໆ ແລະ ສິ້ນສ່ວນອາໄຫຼ່, ອາຫານເສີມສໍາລັບຜະລິດ ອາຫານສັດ, ເຄື່ອງໄຟຟ້າ ແລະ ອຸປະກອນກົນຈັກ ແລະ ສິນຄ້າ ອື່ນໆ.  ​

 

ພາບ ແລະ ຂ່າວ: ໄພຄຳອີ ວິໄລຄຳ

About -