MOIC ແລະ ITC ສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດຂອງສັນຍາການຄ້າດ້ານການບໍລິການຢູ່ ສປປ ລາວ
By theu vaenvongsod On 1 Nov, 2022 At 03:12 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2022-11-01 at 2.16.38 PM.

    ວັນທີ 01-02 ພະຈິກ 2022, ທີ່ ໂຮງແຮມລາວພລາຊາ, ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ITC ໄດ້ຈັດຝຶກອົບຮົມກ່ຽວກັບ MOIC ແລະ ITC ສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດຂອງສັນຍາການຄ້າດ້ານການບໍລິການຢູ່ ສປປ ລາວ ຊຶ່ງຂະແໜງບໍລິການມີບົດບາດສຳຄັນໃນດ້ານການຜະລິດ ແລະ ການຊົມໃຊ້ ແລະ ສ້າງມູນຄ່າທີ່ເດັ່ນໃນການເຄື່ອນໄຫວເສດຖະກິດສ່ວນໃຫຍ່. ນອກນັ້ນ, ຂະແໜງ​ບໍລິການ​ເຊັ່ນ: ອຸດສາຫະກຳ​ການທ່ອງທ່ຽວ ຍັງ​ມີ​ບົດບາດ​ສົ່ງເສີມໃຫ້​ຂະ​ແໜງ​ການ​ອື່ນໆ ​​ກ້າວ​ໄປ​ເຖິງ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ, ເພື່ອເພີ່ມຊ່ອງ​ທາງ​ໃຫ້​ແກ່​ການ​ສົ່ງ​ອອກ ​ແລະ ​ການ​ເຕີບ​ໂຕ​ຢ່າງ​ກວ້າງຂວາງ.

WhatsApp Image 2022-11-01 at 2.16.38 PM (1)

      ການ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ​ຄວາມ​ເຂົ້າ​ໃຈ​ ຂອງ​ນັກ​ເຈລະຈາ​ທາງດ້ານການ​ຄ້າ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ແລະ ພາກສ່ວນທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ດ້ານ​ການ​ຄ້າ​ດ້ານ​ການ​ບໍລິການ​ແມ່ນ​ມີ​ຄວາມ​ຈຳ​ເປັນ ໂດຍສະເພາະແມ່ນການປະຕິບັດຕາມຄໍາໝັ້ນສັນຍາທາງດ້ານການຄ້າ ທີ່ ສປປ ລາວ ຮັບຮອງເອົາເຊັ່ນ: ອົງການການຄ້າໂລກ (World Trade Organization-WTO), ສັນຍາການຄ້າດ້ານການບໍລິການຂອງອາຊຽນ (ASEAN Trade in Service-ATISA) ແລະ ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership-RCEP) ເປັນຕົ້ນ. ດ້ວຍເຫດນີ້, ໂຄງການ ARISE Plus ແລະ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ຈັດການຝຶກອົບຮົມ “ການສ້າງຄວາມ​ເຂັ້ມ​ແຂງໃຫ້ແກ່ນັກເຈລະຈາການ​ຄ້າ ແລະ ການຈັດຕັ້ງປະຕິບັດ ສັນຍາການຄ້າດ້ານບໍລິການຂອງ ສປປ ລາວ” .

WhatsApp Image 2022-11-01 at 2.16.37 PM

       ທ່ານ ອິດທິດລິດ ຍັງນຸວົງ ຮອງກົມນະໂຍບາຍການຄ້າຕ່າງປະເທດ  ໄດ້ກ່າວວ່າ: ການຝຶກອົບຮົມໃນໄລຍະ 2 ມື້ ໄດ້ກວມເອົາຫົວຂໍ້ ແລະ ການສົນທະນາທີ່ຫຼາກຫຼາຍ ເຊັ່ນ : ຄວາມເຂົ້າໃຈ ກ່ຽວກັບການຄ້າທາງດ້ານການບໍລິການ; ຫຼັກການໃນຂໍ້ຕົກລົງຂອງຫຼາຍຝ່າຍ ແລະ ສັນຍາພາກພື້ນກ່ຽວກັບການຄ້າດ້ານການບໍລິການ; ລະບຽບພາຍໃນກ່ຽວກັບການບໍລິການ; ປະຕິບັດຕາມຄໍາໝັ້ນສັນຍາລະດັບພາກພື້ນ, ແລະ ຫົວຂໍ້ອື່ນໆ. ຄຽງ​ຄູ່​ກັນ​ນັ້ນ, ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ​ຄວາມອາດ​ສາມາດ ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ຄ້າ​ການ​ບໍລິການ​ ຢ່າງ​ເປັນ​ລະບົບ ​ແລະ ມີ​ປະສິດທິ​ຜົນໃນ​ລະຫວ່າງ ​ແລະ ພາຍຫຼັງ​ການ​ເຈລະຈາ; ພ້ອມດຽວກັນນີ້ “ພວກເຮົາເຫັນໄດ້ເຖິງຄວາມສຳຄັນ ແລະ ຄຸນຄ່າຂອງການຝຶກອົບຮົມຄັ້ງນີ້, ທີມງານ ກົມນະໂຍບາຍການຄ້າຕ່າງປະເທດ ແມ່ນເຮັດວຽກຢ່າງໃກ້ຊິດກັບທີມງານໂຄງການ Arise Plus ປະຈຳ ສປປ ລາວ ແລະ ໄດ້ຮັບທຶນສະໜັບສະໜຸນຈາກສະຫະພາບເອີຣົບ ເພື່ອຈັດການຝຶກອົບຮົມຄັ້ງນີ້. ພວກເຮົາຫວັງ​ວ່າບັນດາ​ຜູ້​ເຂົ້າ​ຮ່ວມ​ທຸກທ່ານ​ຈະ​ນຳ​ໃຊ້ ​ແລະ ນຳ​ເອົາ​ຄວາມ​ຮູ້ ​ແລະ ບົດຮຽນ​ຈາກ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ໄປ​ໃຊ້​ໃນ​ວຽກ​ງານ​ຢ່າງ​ມີ​ປະສິດທິ​ຜົນ.”

WhatsApp Image 2022-11-01 at 2.16.37 PM (1)

     ການຝຶກອົບຮົມໃນຄັ້ງນີ້ ແມ່ນມີຜູ້ຕາງໜ້າຈາກຂະແໜງການບໍລິການທີ່ກ່ຽວຂ້ອງປະມານ 30 ທ່ານເຂົ້າຮ່ວມ ຊຶ່ງຈັດ​ໂດຍ​ ​ຊ່ຽວ​ຊານ​ສາ​ກົນສະເພາະດ້ານ​ການ​ເຈ​ລະ​ຈາ​ການ​ຄ້າ​ການ​ບໍ​ລິ​ການຂອງ (International Trade Centre ຫຼື ITC) ແລະ WTO. ການຝຶກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການ Arise Plus ປະຈຳ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜຸນຈາກສະຫະພາບເອີຣົບ. ໂຄງການດັ່ງກ່າວມີຈຸດປະສົງໃນການ ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຂອງລາວ ໂດຍການສະໜັບສະໜູນການເສີມສ້າງຄວາມສາມາດຂອງເຈົ້າໜ້າທີ່ການຄ້າ, ສ້າງຄວາມເຂັ້ມແຂງໃຫ້ພາກລັດ ແລະ ຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍ, ພ້ອມດຽວກັນນັ້ນກໍ່ໃຫ້ພາກເອກະຊົນມີທັກສະໃນການຜະລິດທີ່ມີມູນຄ່າເພີ່ມສູງ, ເພື່ອສົ່ງອອກຜະ​ລິດ​ຕະ​ພັນ.

WhatsApp Image 2022-11-01 at 2.16.35 PM (1)

ແຫຼ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ ກຊ ອຄ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ