ການຝຶກອົບຮົມແນວໂນ້ມໃໝ່ໃນການສ້າງເຂດການຄ້າເສລີ ຫຼື “New Trends in FTAs”

WhatsApp Image 2022-10-28 at 15.14.22

ຕອນເຊົ້າເວລາ 9:00 ໂມງຂອງວັນທີ 24-28 ຕຸລາ 2022 ທີ່ໂຮງແຮມລາວພລາຊາ  ນະຄອນຫລວງວຽງຈັນ, ມີຜູ້ເຂົ້າຮ່ວມທັງພາກລັດ ແລະ ພາກເອກະຊົນທັງໝົດປະມານກ່ວາ 40 ທ່ານ.

ໂດຍກ່າວເປີດການຝຶກອົບຮົມຂອງ ທ່ານ  ແສງອາລຸນ ວິໄລສັກ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ຕ່າງໜ້າຈາກ ITC-EUD ຮ່ວມກັບໂຄງການຊ່ວຍເຫລືອ ວຽກງານການຄ້າ ຂອງສະຫະພາບເອີຮົບ ແກ່ ສປປ ລາວ ພາຍໃຕ້ແຜນການເຊື່ອມໂຍງພາກພື້ນອາຊຽນ. ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ແນວໂນ້ມໃໜ່ ໃນການສ້າງເຂດການຄ້າເສລີ ຫລື “ New Ternd in FTAs “ ພາຍໃຕ້ເປັນປະທານຮ່ວມ  ທ່ານ ນາງ ຂັນແກ້ວ ມູນິວົງ ຜູ້ປະສານງານໂຄງການ EU Arise Plus Lao PDR – International Trade Centre. ໂດຍການບັນຍາຍຂອງ ທ່ານ Dr. Watcharas Leelawath,  ຊ່ຽວຊານຈາກ ITC.   ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້:

ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນປະເດັນການສ້າງແນວໂນ້ມໃໜ່ໆ ເປັນການເສີມທັກສະທາງດ້ານການເຈລະຈາທາງການຄ້າ ແລະ ການອຳນວຍຄວາມສະດວກໃນການປັບປຸງນະໂຍບາຍການຄ້າໃຫ້ແກ່ພາກສ່ວນຮັບຜິດຊອບ ເພື່ອສ້າງການເຊື່ອມໂຍງ ແລະ ເຄືອຄ່າຍລະຫວ່າງພະນັກງານຈາກໜ່ວຍງານຕ່າງໆ ເພື່ອອຳນວຍຄວາມສະດວກໃນການປະສານງານຕ່າງໆ.

WhatsApp Image 2022-10-28 at 15.14.21

ຂ່າວ ແລະ ພາບ ໂດຍ:​ໄພຄຳອີ ວິໄລຄຳ