ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບ ຂອງ ທ່ານ ປະທານຄະນະກໍາມາທິການສຶກສາການສ້າງ ແລະ ຕິດຕາມການບໍລິຫານງົບປະມານ, ສະພາຜູ້ແທນລາດສະດອນໄທ
By ໄພວັນ On 27 Oct, 2022 At 09:50 PM | Categorized As ຂ່າວສຳຄັນ | With 0 Comments

DSC_2239

         ຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 27 ຕຸລາ 2022, ເວລາ 10:30 ໂມງ, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ (ຫ້ອງຮັບແຂກກະຊວງ ຊັ້ນ 4) ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໄຊຍາ ພຣົມມາ ປະທານຄະນະກໍາມາທິການສຶກສາການສ້າງ ແລະ ຕິດຕາມການບໍລິຫານງົບປະມານ, ສະພາຜູ້ແທນລາດສະດອນໄທ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 20  ທ່ານ.

         ໂອກາດນີ້  ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຍິນດີຕ້ອນຮັບ ທ່ານ ໄຊຍາ ພຣົມມາ ປະທານຄະນະກໍາມາທິການສຶກສາການສ້າງ ແລະ ຕິດຕາມການບໍລິຫານງົບປະມານ, ສະພາຜູ້ແທນລາດສະດອນໄທ ທີ່ໃຫ້ກຽດມາຢ້ຽມຢາມ ແລະ ເຮັດວຽກ, ເພື່ອເຮັດໃຫ້ສອງປະເທດ ໄດ້ພົວພັນຮ່ວມມື ແລະ ເສີມສ້າງສາຍພົວພັນທີ່ດີຊຶ່ງກັນ ແລະ ກັນ. ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈກັນຫລາຍດ້ານເປັນຕົ້ນ ກ່ຽວກັບນະໂຍບາຍການຄ້າ ສປປ ລາວ ກັບ ຣາຊະອານາຈັກໄທ ໂດຍສະເພາະການຄ້າຊາຍແດນລາວ-ໄທ, ແນວທາງພັກດັນໃຫ້ການຄ້າສອງຝ່າຍ ລາວ-ໄທ ມີມູນຄ່າເພີ່ມຂື້ນ, ການລົງທຶນໃນພື້ນຖານໂຄງລ່າງ, ການຮ່ວມມື, ການຄ້າ, ການລົງທຶນ, ການບໍລິການ, ທ່ອງທ່ຽວ ແລະ ວັດທະນາທໍາ ໃຫ້ແກ່ ລາວ. ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມທາງດ້ານເສດຖະກິດ ຕາມຊາຍແດນສອງປະເທດ ທີ່ໄດ້ຮັບຜົນປະໂຫຍດຮ່ວມກັນ.

2022-10-27

ທ່ານ ໄຊຍາ ພຣົມມາ ໄດ້ກ່າວສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດທີ່ໄດ້ດຳລົງຕຳແໜ່ງລັດຖະມົນຕີ ຄົນໃໝ່. ນອກນີ້ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ທີ່ໃຫ້ຄໍາປຶກສາຫາລືຢ່າງກົງໄປກົງມາເປັນປະໂຫຍດໃຫ້ແກ່ສອງປະເທດ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ-ຣາຊະອານາຈັກໄທ ແລະ ອໍານວຍຄວາມສະດວກໃນຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສອງປະເທດໃນຕໍ່ໜ້າ.

     

ພາບ ແລະ ຂ່າວ:​ໄພວັນ ໂຄດວັນທາ

 

 

 

About -