ງານສະເຫຼີມສະຫຼອງວັນຫັດຖະກໍາແຫ່ງຊາດ ຄັ້ງວັນທີ 25.10.2022
By phaikhame evilay On 26 Oct, 2022 At 03:26 PM | Categorized As ຂ່າວພາຍໃນ | With 0 Comments

IMG_0088

     ຂ້າພະເຈົ້າ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ທັງເປັນປະທານຄະນະ​ກະກຽມ​ງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ແລະ ທ່ານ ນາງ ສຸລິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຄະນະບໍລິຫານງານ ສະມາຄົມຫັດຖະກຳລາວ (ວັນທີ 1 ພະຈິກ) ປະຈໍາປີ 2022 ຮ່ວມກັບສະມາຄົມຫັດຖະກຳລາວ ຂໍຕາງໜ້າຄະນະຮັບຜິດຊອບ ​ແຈ້ງຂ່າວໃຫ້ບັນດາທ່ານຊາບທົ່ວເຖິງກັນວ່າ: ວັນທີ 1 ພະຈິກ, ວັນຫັດຖະກຳແຫ່ງຊາດ ໄດ້ກຳນົດໃນກົດໝາຍວ່າດ້ວຍຫັດຖະກຳ ໄດ້ໝູນວຽນມາຄົບຮອດອີກວາລະໜຶ່ງ.​ ສະນັ້ນ,   ຂໍຖືໂອກາດ ທີ່ມີຄວາມໝາຍຄວາມສຳຄັນນີ້  ຖະແຫຼງຂ່າວໃຫ້ບັນດາສື່ມວນຊົນ,​ ຊາວຊ່າງຫັດຖະກໍາ,​ ມວນຊົນໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ ຊາບກ່ຽວກັບ ການຈັດງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ເຊິ່ງຈະຈັດຂື້ນໃນວັນທີ 1 ພະຈິກ 2022 ທີ່ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ ໂດຍຈຸດປະສົງ ລາຍລະອຽດດັ່ງນີ້:

  1. ເພື່ອສະເຫຼີມສະຫຼອງ ວັນຫັດຖະກຳແຫ່ງຊາດ, ວັນທີ 1 ພະຈິກ ຄົບຮອບ 15 ປີ (ວັນທີ 1 ພະຈິກ 2007 ຫາ ວັນທີ 1 ພະຈິກ 2022)
  2. ສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຫັດຖະກຳ, ນັກສຶກສາ, ປັນຍາຊົນ ມວນຊົນ ໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້ ແລະ ເຂົ້າຄວາມສວຍງາມຂອງຫັດຖະກຳ ຕິດພັນກັບວິຖີຊີວິດຂອງ ປະຊາຊົນບັນດາເຜົ່າ.
  3. ໂຄສະນາ ເຜີຍແຜ່  ສົ່ງເສີມການຜະລິດ ໃຫ້ຊຸມຊົນ ຜູ້ບໍລິໂພກໄດ້ເຫັນຄວາມຫຼາກຫຼາຍຂອງຜະລິດຕະພັນຫັດຖະກຳລາວ, ພູມປັນຍາທ້ອງຖີ່ນ ພ້ອມກັນນີ້ກໍ່ສົ່ງເສີມການອະນຸລັກ ມູນເຊື້ອມໍລະດົກຫັດຖະກຳ ຂອງຊາດໃຫ້ຍືນຍົງ.
  4. ເພື່ອໃຫ້ ຜູ້ປະກອບການ, ຊາວຊ່າງຫັດຖະກຳ, ນັກພັດທະນາອອກແບບຜະລິດຕະພັນ ມີໂອກາດ ແລກປ່ຽນຂໍ້ມູນຂ່າວສານ ດ້ານການຜະລິດ, ດ້ານການຕະຫຼາດ ຊື້-ຂາຍ.

 IMG_0090

           ການຈັດງານໃນຄັ້ງນີ້  ຈະດໍາເນີນໄປເປັນເວລາ 1 ວັນເຕັມ      ທີ່ສະໂມສອນໃຫຍ່,​ ມະຫາວິທະຍາໄລແຫ່ງຊາດ   ພາຍໃນງານຈະມີ ບັນດາກິດຈະກຳ ເປັນຕົ້ນ

-      ງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ

-      ງານສຳມະນາ “Panel Discussion” ຫົວຂໍ້: ຫັດຖະກໍາຮຽນຮູ້ການຂາຍອອນໄລນ໌ (Digital Marketing) ແລະ ການເຂົ້າຫາແຫຼ່ງທຶນ SMEs

-      ງານວາງສະແດງສິນຄ້າຫັດຖະກຳ

-      ກິດຈະກຳ ຕອບຄຳຖາມ ຮັບເຄື່ອງທີ່ລະນຶກ

           ການເຄື່ອນໄຫວບັນດາກິດຈະກຳໃນງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ພາກທຸລະກິດ

  1. ກອງທືນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ).
  2. ຫົວໜ່ວຍທຸລະກິດ ຈຳນວນໜຶ່ງ.
  3. ສະມາຄົມຫັດຖະກຳລາວ.
  4. ມະຫາວິທະຍາໄລແຫ່ງຊາດ.

IMG_0086

          ໂອກາດນີ້ ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ຄະນະຮັບຜິດຊອບຈັດງານຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາທ່ານທີ່ໃຫ້ການສະໜັບສະໜູນ ເຂົ້າໃສ່ໃນການກະກຽມຈັດງານ ໃນຄັ້ງນີ້.

           ຂໍສະແດງຄວາມຂອບໃຈ ນຳບັນດາທ່ານ ທີ່ໄດ້ເຂົ້າຮ່ວມຮັບຊົມ ແລະ ຮັບຟັງງານຖະແຫຼງຂ່າວໃນຄັ້ງນີ້ ຫວັງຢ່າງຍິ່ງວ່າ ບັນດາທ່ານຈະໃຫ້ການສະໜັບສະໜູນ ແລະ ຊ່ວຍປະຊາສໍາພັນ, ເຜີຍແຜ່ຂໍ້ມູນຂ່າວສານ ເຮັດໃຫ້ມວນຊົນໄດ້ຮັບຮູ້ ແລະ ກະກຽມເຂົ້າຮ່ວມ “ສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ” ໃນຄັ້ງນີ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.  ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຫັດຖະກຳລາວທັງພາຍໃນ ແລະ ຕ່າງປະເທດ ລວມທັງເປັນການ ຊຸກຍູ້ກະຕຸ້ນການຕະຫຼາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະຕະຫຼາດຊ່ອງທາງໃໝ່ໆ.

ໃນຕອນທ້າຍປະທານຄະນະຮັບຜິດຊອບຈັດງານ ຂໍອວຍພອນໄຊໃຫ້ທຸກໆທ່ານທີ່ເຂົ້າຮ່ວມງານຖະແຫຼງຂ່າວມື້ນີ້ ປະສົບຜົນສໍາເລັດໃນໜ້າທີວຽກງານ, ທຸລະກິດ ແລະ ມີຄວາມສຸກສົມບູນໃນຊີວິດຄອບຄົວດ້ວຍເຖີດ.

ພາບ-ຂ່າວໂດຍ: ກົມອຸກສາຫະກໍາ ແລະ ຫັດຖະກໍາ ກະຊວງ ອຄ.