ທຳລາຍສິນຄ້າປອມແປງ ແລະ ສິນຄ້າລະເມີດເຄື່ອງໝາຍການຄ້າ

IMG_0070.78

              ໃນຕອນບ່າຍເວລາ 14:00 ໂມງ ຂອງວັນທີ 14 ຕຸລາ 2022 ໄດ້ມີພິທີ ທໍາລາຍສິນຄ້າປອມແປງ, ຮຽນແບບ, ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນດ້ານຄຸນນະພາບ ຍີ່ຫໍ້ ຄູໂບຕ້າ (KUBOTA) ທີ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ, ຕາງໜ້າຫ້ອງການກະຊວງ, ຕາງໜ້າກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ, ກົມກວດກາ ພ້ອມຄະນະຈັດຕັ້ງປະຕິບັດ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າກົມຕໍາຫຼວດເສດຖະກິດ, ກະຊວງປ້ອງກັນຄວາມສະຫງົບ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ແລະ ຜູ້ຕາງໜ້າເຈົ້າຂອງລິຂະສິດ ທີ່ໄດ້ຮັບການຈົດທະບຽນຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ລວມທັງໝົດ 15 ທ່ານ.

ປະຕິບັດຕາມແຜນປົກກະຕິ, ຕາມການສະເໜີໃຫ້ຂໍ້ມູນແຫຼ່ງຂ່າວ ແລະ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິຊົມໃຊ້ ທັງເປັນການປົກປ້ອງສິດຂອງເຈົ້າຂອງຊັບສິນທາງປັນຍາທີ່ໄດ້ຈົດທະບຽນຖືກຕ້ອງ ຢູ່ ສປປ ລາວ. ໃນທ້າຍເດືອນ ພຶດສະພາ-ເດືອນ ກັນຍາ ປີ 2022 ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມອົງການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ຂັ້ນສູນກາງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້ ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາເປົ້າໝາຍຈໍາໜ່າຍສິນຄ້າປອມແປງ, ລອກຮຽນແບບ ເຄື່ອງໝາຍການຄ້າ ແລະ ລະເມີດລິຂະສິດ ຂອງເຄື່ອງໝາຍການຄ້າ ຍີ່ຫໍ້ ຄູໂບຕ້າ (KUBOTA) ຢູ່ 3 ແຂວງຄື: ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ຜ່ານການກວດກາຕົວຈິງ ພົບເຫັນສິນຄ້າທີ່ປອມແປງ, ຮຽນແບບ ລະເມີດຊັບສິນທາງປັນຍາ ຂອງເຄື່ອງໝາຍການຄ້າຂອງຍີ່ຫໍ້ ຄູໂບຕ້າ ຈໍານວນ 138 ລາຍການ, ລວມມູນຄ່າ 203,304,000 ກີບ ສິນຄ້າດັ່ງກ່າວໄດ້ຍຶດເພື່ອທໍາລາຍ. ໃນນັ້ນ ມີ 26 ລາຍການ (ຈຳນວນ 342 ອັນ) ມູນຄ່າລວມ 28,436,000 ກີບ (ຊາວແປດລ້ານສີ່ແສນສາມສິບຫົກພັນກີບ) ທີ່ໄດ້ຈັດພິທີທໍາລາຍໃນມື້ນີ້ປະກອບມີ: ນ້ຳມັນເຄື່ອງ, ສາຍພານ ແລະ ອຸປະກອນອາໄລ່ປອມແປງ, ຮຽນແບບ ເຄື່ອງໝາຍຄູໂບຕ້າ ທີ່ຍຶດມາຈາກ ເຂດຕະຫຼາດ ຫຼັກ 52, ໂພນໂຮງ ແລະ ທ່າລາດ ແຂວງວຽງຈັນ.

ສ່ວນທີ່ເຫຼືອ 112 ລາຍການ, ມູນຄ່າ 174,868,000 ກີບ ແມ່ນຍັງຢູ່ຂັ້ນຕອນດໍາເນີນການແກ້ໄຂການລະເມີດ. ໃນນັ້ນ ຢູ່ແຂວງຈໍາປາສັກ 37 ລາຍການ, ມູນຄ່າ 79,029,000 ກີບ ແລະ ແຂວງ ສະຫວັນນະເຂດ 75 ລາຍການ ມູນຄ່າ 95,839,000 ກີບ.

ໃນຕໍ່ໜ້າອົງການປະຕິບັດວຽກງານກວດກາການຄ້າ, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ລົງຊຸກຍູ້ການຈັດຕັ້ງວຽກງານກວດກາການຄ້າ ຢູ່ຂັ້ນທ້ອງຖີ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ ຕາມແຜນປະຈໍາເດືອນ, ງວດ, ປີ ແລະ ຈະສືບຕໍ່ຊອກແຫຼ່ງຂ່າວ, ແຫຼ່ງທີ່ມາ, ແຫຼ່ງຈຳໜ່າຍສິນຄ້າປະເພດດັ່ງກ່າວ ແລະ ປະເພດອື່ນ ທີ່ມີການປອມແປງ, ຮຽນແບບ ລະເມີດຊັບສິນທາງປັນຍາ ຢ່າງເປັນປະຈໍານີ້ກໍເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ໃຫ້ໄດ້ຮັບຄວາມຍຸດຕິທຳ ແລະ ຫັນຫົວໜ່ວຍທຸລະກິດເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.

ພ້ອມນີ້ ກໍຮຽກຮ້ອງມາຍັງ ທົ່ວສັງຄົມ ທັງພາກລັດ ແລະ ເອກະຊົນ ລວມທັງປວງຊົນລາວທັງຊາດ ຈົ່ງຊ່ວຍກັນປົກປ້ອງສິດຜົນປະໂຫຍດຂອງຕົນເອງ ໂດຍບໍ່ປົກປ້ອງຜູ້ກະທໍາຜິດ ແລະ ບໍ່ຊົມໃຊ້ສິນຄ້າມີແຫຼ່ງທີ່ມາບໍ່ຈະແຈ້ງ ເພາະມັນອາດເຮັດໃຫ້ ພາຫະນະ ອຸປະກອນ ເຄື່ອງໃຊ້ຂອງທ່ານ ເປ່ເພໄວຂຶ້ນ ກໍໃຫ້ເກີດຄວາມເສຍຫາຍດ້ານຊັບສິນ ຂອງທ່ານ ແລະ ຂອງສ່ວນລວມ.

IMG_0098.78

ພາບ ແລະ ຂ່າວ: ໄພວັນ ໂຄດວັນທາ

About -