ກອງປະຊຸມເປີດກວ້າງທາບທາມ ຄໍາຄິດເຫັນໃສ່ ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030
By admin On 15 Oct, 2022 At 04:36 PM | Categorized As ຂ່າວສຳຄັນ | With 0 Comments

IMG_0081 123

          ໃນຕອນເຊົ້າຂອງວັນທີ 14 ຕຸລາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ, ໄດ້ຈັດກອງປະຊຸມເປີດກວ້າງ ທາບທາມ ຄໍາຄິດເເຫັນໃສ່ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030. ຂື້ນທີ່ໂຮງແຮມລາວພຣາຊາ, ໂດຍການເປັນປະທານຂອງ  ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນ. ສີດາ ຢຸຕຼີຈັນທະຈັກ ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມ ຊັບສິນທາງປັນຍາ ພ້ອມດ້ວຍພະແນກວິຊາການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກກົມ, ສະຖາບັນ ພາຍໃນກະຊວງ ອຄ, ບັນດາກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 50 ທ່ານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

          ທ່ານປະທານກອງປະຊຸມໄດ້ກ່າວວ່າ: ກອງປະຊຸມເປີດກວ້າງເພື່ອທາບທາມຄໍາຄິດເຫັນ ໃສ່ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030 ຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ແລະ ເພື່ອແນໃສ່ການຈັດຕັ້ງປະຕິບັດແຜນວຽກບູລິມະສິດ, ວຽກຈຸດສຸມໃນແຕ່ລະຂົງເຂດວຽກງານຊັບສິນທາງປັນຍາໃຫ້ຄົບຖ້ວນ ເພື່ອກໍານົດແຜນພັດທະນາວຽກງານຊັບສິນທາງປັນຍາໃນຕໍ່ໜ້າໃຫ້ມີປະສິດທິຜົນສູງ ແລະ ທັນການ. ສິ່ງສໍາຄັນແຜນພັດທະນາຊັບສິນທາງປັນຍາ ຕ້ອງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ (2021-2025) ຜ່ານການພັດທະນາລະບົບຊັບສິນທາງປັນຍາ ໂດຍການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ,  ຊຶ່ງເນື້ອໃນຕົ້ນຕໍຂອງຮ່າງແຜນພັດທະນານີ້ ແມ່ນເວົ້າເຖິງການພັດທະນາວຽກງານຊັບສິນທາງປັນຍາ ໃນ ສປປ ລາວ ແລະ ການພັດທະນາວຽກງານຊັບສິນທາງປັນຍາ ໃນລະດັບພາກພື້ນ ແລະ ສາກົນ, ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ໃນໄລຍະ 10 ປີ ຜ່ານມາ (ແຕ່ປີ 2010-2020) ເປັນຕົ້ນແມ່ນການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ, ບັນດານິຕິກໍາດ້ານຊັບສິນທາງປັນຍາ, ການໂຄສະນາເຜີຍແຜ່ວຽກງານຊັບສິນທາງປັນຍາ ໂດຍຜ່ານໂຄງການຂອງລັດຖະບານ ແລະ ໂຄງການຊ່ວຍເຫຼືອຈາກຕ່າງປະເທດ, ການຈັດຕັ້ງປະຕິບັດສິດຊັບສິນທາງປັນຍາ ເພື່ອຖອດຖອນບົດຮຽນ, ແກ້ໄຂບັນຫາຄົງຄ້າງ ແລະ ກໍານົດແຜນພັດທະນາວຽກງານຊັບສິນທາງປັນຍາໃນ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030, ເປັນຕົ້ນ ແມ່ນການກໍານົດແຜນງານ, ແຜນກິດຈະກໍາ, ເປົ້າໝາຍ, ວຽກຈຸດສຸມ ລວມທັງ ກົນໄກການຄຸ້ມຄອງ, ການຕິດຕາມກວດກາ ແລະ  ການປະເມີນຜົນ ໃຫ້ເປັນລະອຽດ ແລະ ຄົບຖ້ວນ ເພື່ອແນ່ໃສ່ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາໃຫ້ໄດ້ຮັບປະສິດທິຜົນສູງສຸດໃນຕໍ່ໜ້າ.  ພາຍຫຼັງໄດ້ຮັບຟັງການເຜີຍແຜ່ຮ່າງແຜນພັດທະນາດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປືກສາຫາລືປະກອບຄໍາຄິດເຫັນດ້ວຍບັນຍາກາດເປັນກັນເອງ ແລະ ປະສົບຜົນສໍາເລັດດ້ວຍດີ.

IMG_0170.78

ຕອນທ້າຍກອງ​ປະຊຸມ, ທ່ານປະທານໄດ້​ຮຽກຮ້ອງ​ໃຫ້ບັນດາທ່ານສຸມທຸກສະຕິປັນຍາປະກອບຄໍາເຫັນ ເພື່ອເຮັດໃຫ້ຮ່າງແຜນພັດທະນາດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນຂື້ນຕື່ມ ສາມາດນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນການພັດທະນາວຽກງານຊັບສິນທາງປັນຍາ ແລະ ຂະແໜງການທີ່ກ່ຽວຂ້ອງໃຫ້ປະກົດຜົນເປັນຈິງ. ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງມື້ ແລະ ປີດລົງດ້ວຍຜົນສໍາເລັດອັນຈົບງາມ.

IMG_0132. 78

ພາບ ແລະ ຂ່າວ:​ ໄພວັນ ໂຄດວັນທາ

About -