ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ

IMG_0039 (1)

                 ໃນວັນທີ 30 ກັນຍາ 2022, ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ​ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ປະທານຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຄຂທ) ແລະ ທ່ານ Frank Tibitanzl ຫົວໜ້າໂຄງການ GIZ-COMPETE, ໂດຍການ​ສະໜັບສະໜູນ​ຈາກ​ ອົງການ GIZ-COMPETE ລັດຖະບານ​ເຢຍລະ​ມັນ ໂດຍການມີສ່ວນຮ່ວມຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ມີຜູ້ເຂົ້າຮ່ວມຈາກບັນດາສະມາຄົມທີ່ຂຶ້ນກັບສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສະພາການຄ້າຕ່າງປະເທດ, ບໍລິສັດທີ່ເປັນຜູ້ຕາງໜ້າ ແລະ ຕົວແທນທຸລະກິດໃນລາວ, ພະນກງານໂຄງການ GIZ ແລະ ຜູ້ຕາງໜ້າຈາກບັນດາກົມ, ພະແນກທີ່ກ່ຽວຂ້ອງພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ​​ ຈໍານວນ 100  ທ່ານ.

ທ່ານ ບຸນເຖິງ ດວງສະຫວັນ​ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ ກອງປະຊຸມໃນຄັ້ງນີ້  ແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ແລະ ເພື່ອເປັນການຈັດຕັັ້ງຜັນຂະຫຍາຍ, ເຜີຍແຜ່ກົດໝາຍວ່າດ້ຍການແຂ່ງຂັນທາງທຸລະກິດ ສະບັດເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015, ຊຶ່ງວຽກງານການແຂ່ງຂັນທາງທຸລະກິດ ເປັນສ່ວນຫນຶ່ງທີ່ຊຸກຍູ້, ສົ່ງເສີມໃຫ້ການດໍາເນີນທຸລະກິດ ໃຫ້ມີຄວາມເປັນທໍາ, ຕ້ານ ແລະ ສະກັດກັ້ນການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ, ການ​ຈຳກັດ​ການ​ແຂ່ງຂັນ​, ​ການ​ລວມຕົວທາງເສດຖະກິດ ແລະ ເພື່ອແນໃສ່ເຮັດໃຫ້ພາກທຸລະກິດສາມາດກໍາໄດ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ, ທ່ານປະທານຍັງກ່າວຕື່ມວ່າ ຮຽກຮ້ອນໃຫ້ຜູ້ເຂົ້າຮ່ວມພ້ອມກັນປຶກສາຫາລື, ແລກປ່ຽນຄໍາຄິດເຫັນ, ສ້າງຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ແລະ ວຽກງານທີ່ປິ່ນອ້ອມ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໄລຍະຜ່ານມາ, ການສະຫຼຸບ, ລາຍງານ, ສ້າງຄວາມເຂົ້າໃຈ ແລະ ແລກປ່ຽນຄວາມຄິດເຫັນນໍາກັນປະກອບດ້ວຍ: 1. ອົງການຄຸ້ມຄອງ ແລະ ກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ; 2. ການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ; 3. ວຽກງານຊັບສິນທາງປັນຍາ; 4. ການຕົກລົງກັນເພື່ອຈໍາກັດການແຂ່ງຂັນທາງທຸລະກິດ; 5. ການສວຍໃຊ້ການຄອບຄອງຕະຫຼາດ ແລະ ການຜູກຂາດຕະຫຼາດ; 6. ການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸກິດ; 7. ພັນທະຂອງພາກທຸລະກິດຕໍ່ກັບວຽກງານການແຂ່ງຂັນທາງທຸລະກິດ.

ພາຍຫຼັງຮັບຟັງການບັນຍາຍ​ໃນ​ຫົວ​ຂໍ້​ຕ່າງໆກ່ຽວກັບວຽກງານການແຂ່ງຂັນທາງທຸລະກິດ​​ ໄດ້​ເຮັດ​ໃຫ້​ຜູ້ເຂົ້າຮ່ວມສາມາດ​​ເຂົ້າໃຈ, ກຳໄດ້ເນື້້ອໃນສຳຄັນ ແລະ ຄວາມ​ຮູ້​ທາງ​ດ້ານວິຊາ​ການ, ​ຊຶ່ງ​ທັງ​ໝົດ​ນີ້ໄດ້ເປັນ​ການ​ຍົກ​ສູງ​ຄວາມ​ຮູ້​ ແລະ​ ປະສົບ​ການ​ຂອງ​ຜູ້ເຂົ້າຮ່ວມໃຫ້​ສູງ​ຂື້ນຕື່ມ​ອີກ​ກ້າວ​ຫນຶ່ງ, ທີ່​ສຳຄັນ​ແມ່ນ​​ຈະ​ໄດ້​ນຳ​ເອົາເນື້ອໃນຈິດໃຈຂອງກອງປະ ຊຸມ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການແຂ່ງຂັນທາງທຸລະກິດທີ່ໄດ້ຮັບມອບຫມາຍ ເພື່ອ​ສົ່ງເສີມການແຂ່ງຂັນທີ່ເປັນທຳ ພາຍໃຕ້ກົດໝາຍ ແລະ ລະບຽບການ.

ຕອນ​ທ້າຍ​​ກອງ​ປະຊຸມ ປະທານຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ເຂົ້າຮ່ວມກອງ​ປະຊຸມ​ໃນ​ຄັ້ງນີ້ຈົ່ງເອົາໃຈໃສ່ຄົ້ນຄວ້າ, ຕິດຕາມ, ປະກອບຄໍາເຫັນ, ກໍາໄດ້ ແລະ ເຂົ້າໃຈເນື້ອໃນ ທີ່ສໍາຄັນແມ່ນສາມາດນໍາເອົາບັນດາເນື້ອໃນທີ່ໄດ້ຈາກກອງປະຊຸມເຜີຍແຜ່ໃນຄັ້ງນີ້ ນໍາໃຊ້ເຂົ້າໃນການດໍາເນີນທຸລະກິດຂອງຕົນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ເກີດດອກອອກຜົນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານນີ້ໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິຜົນ ເພື່ອຜົນປະ ໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນລາວເຮົາທຸກຄົນ

IMG_0087

 ພາບ ແລະ ຂ່າວ: ໄພວັນ ໂຄດວັນທາ

About -