ຈັດຝຶກອົບຮົມ“ຄູຝຶກ” ໃຫ້ແກ່ພະນັກງານອຸດສາຫະກໍາ ແລະ ການຄ້າ

5

 

ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມຂຶ້ນໃນວັນທີ 27-30 ກັນຍາ 2022 ໃຕ້ຫົວຂໍ້ “ຝຶກອົບຮົມຄູຝຶກ ໃຫ້ແກ່ພະນັກງານອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານເປີດ ແລະ ປິດຊຸດຝຶກອົບຮົມ ໂດຍທ່ານ ປອ ແກ້ວມໍລະກົດ ສິດລະກອນ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ. ຊຸດຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 13 ທ່ານ, ຍິງ 09 ທ່ານ ຈາກບັນດາກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ .   ສໍາລັບວິທະຍາກອນແມ່ນພະນັກງານຂອງສະຖາບັນອຸດສາຫະກຳ ແລະ ການຄ້າ ຈຳນວນ 6 ທ່ານ, ມະຫາວິທະຍາໄລແຫ່ງຊາດ 01 ທ່ານ.

ຈຸດປະສົງຂອງຊຸດຝຶກອົບຮົມ ແມ່ນເພື່ອສ້າງໄດ້ຄູຝຶກທີ່ມີປະສິດທິພາບຜູ້ເຂົ້າຮ່ວມສາມາດນຳເອົາເຕັກນິກຕ່າງໆ ໃນບົດຮຽນການເປັນຄູຝຶກ ຫລື ເຕັກນິກການສື່ສານ ເພື່ອເຮັດການສອນ ແລະ ການນຳສະເໜີ ໃຫ້ມີຄວາມໜ້າສົນໃຈ ແລະ ເປັນທີ່ຍອມຮັບຂອງຜູ້ຮຽນ ແລະ ຕອບສະໜອງກັບເປົ້າໝາຍທີ່ໄດ້ວາງໄວ້.  ພ້ອມທັງເປັນການເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືແລກປ່ຽນບົດຮຽນ ລະຫວ່າງວິທະຍາກອນ ແລະ ຜູ້ເຂົ້າຮ່ວມດ້ວຍກັນ.

ຊຸດຝຶກອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 4 ວັນ ໂດຍໄດ້ຮັບຟັງການບັນຍາຍຈາກວິທະຍາກອນທີ່ມີປະສົບການໃນການຂຶ້ນບັນຍາຍ ບົດຮຽນທີ່ນໍາມາສິດສອນໃນຝຶກອົບຮົມໃນຄັ້ງນີ້ ປະກອບມີ 8 ບົດ ແລະ ໄດ້ແບ່ງອອກເປັນ ສອງພາກຄື: (ພາກທິດສະດີ ແລະ ພາກປະຕິບັດຕົວຈິງ) (1). ການກະກຽມຫລັກສູດຝຶກອົບຮົມ, (2) ການກະກຽມສະຖານທີ່ ແລະ ອຸປະກອນຊ່ວຍສອນ, (3) ການປະເມີນຄວາມຄືບໜ້າ ແລະ ວິໃຈຜົນໄດ້ຮັບ, (4) ການນຳສະເໜີບົດບັນຍາຍ, (5) ການດຳເນີນການເຮັດບົດຝຶກຫັດແບບເປັນກຸ່ມ, (6) ການປະເມີນຜົນ, (7) ການປັບປຸງຫລັກສູດ, (8) ການປະເມີນຜົນຫລັກສູດຝຶກອົບຮົມ

1

2

ພາບ ແລະ ຂ່າວ: ນາງ ເພັດປະກາຍ ສີສົມບູນ