ທ່ານເອກອັກຄະລັດຖະທູດ ທີ່ກຽມໄປປະຈໍາການ ຢູ່ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເຂົ້າຢ້ຽມຂໍ່ານັບທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By phaikhame evilay On 30 Sep, 2022 At 04:22 PM | Categorized As ຂ່າວສຳຄັນ | With 0 Comments

DSC_1978

      ໃນຕອນ​ເຊົ້າເວລາ 9 :00 ໂມງ ຂອງວັນທີ 30 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ທີ່ຈະໄປປະຈໍາການ ຢູ່ສຳນັກງານຜູ້ຕາງໜ້າ ແຫ່ງ ສປປລາວ ປະຈຳຢູ່ຕ່າງປະເທດ ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມ ປະມານ 13 ທ່ານ.

DSC_1998

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ເອກອັກຄະລັດຖະທູດ ສປປ ລາວ ທີ່ຖືກແຕ່ງຕັ້ງໄປປະຈໍາຢູ່ບັນດາຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການໄປເຄື່ອນໄຫວ ວຽກງານການທູດ ທີ່ກຽມຈະເດີນທາງໄປປະຈຳການ ຊຶ່ງຄະນະມີ ດັ່ງນີ້:

 DSC_1993

  1. ທ່ານ ສົງການ ຫຼວງມຸນິນທອນ, ເອກອັກຄະລັດຖະທູດ ວິສາມັນຜູ້ອໍານາດເຕັ້ມ ແຫ່ງ ສປປ ລາວ ປະຈໍາຢູ່ ສ.ເກົາຫຼີ.
  2. ທ່ານ ແກ້ວ ມັກຄະຜົນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ສປປ.ເກົາຫຼີ.
  3. ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ສສ ເຢຍລະມັນ.
  4. ທ່ານ ດວງມະນີ ຍອດສີອຸດົມ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ຣ.ອັງກິດ.
  5. ທ່ານ ບຸນມີ ວັນມະນີ,ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ສ.ອິນເດຍ.

        6. ທ່ານ ສອນໄຊ ວັນນະໄຊ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ຟີລິບປິນ.

ພາບ-ຂ່າວ: ໄພຄໍາອີ ວິໄລຄໍາ