ກອງປະຊຸມຝຶກອົບຮົມການຂຽນບົດຄົົ້ນຄວ້າ ແລະ ການຝຶກອົບຮົມຄູຝຶກ ທີ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ 19-20 ກັນຍາ 2022

WhatsApp Image 2022-09-26 at 15.40.56 (2)

 

ສະຖາບັນອຸດສາຫະກຳ ແລະ ການຄ້າໄດ້ລົງຝຶກອົບຮົມຫົວຂໍ້: ການຂຽນບົດຄົ້ນຄວ້າ ແລະ ຝຶກອົບຮົມທັກສະການເປັນຄູຝຶກ ລະຫວ່າງວັນທີ່ 19-20 ກັນຍາ 2022 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ໂດຍການ ເປັນເຈົ້າພາບຈັດຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ແມ່ນຄັ້ງທໍາອິດທີ່ພະແນກໄດ້ຈັດຂຶ້ນ ໂດຍການເປັນປະທານເປີດຝຶກອົບຮົມຂອງ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ  ແລະ ຕາງໜ້າສະຖາບັນເປັນປະທານຮ່ວມໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ.

ພະນັກງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນມາຈາກພະແນກອຸດສາຫະກໍາ ແລະ ການຄ້າ 3 ແຂວງ ຄື: ບໍລິຄໍາໄຊ, ສະຫວັນນະແຂດ ແລະ ແຂວງສາລະວັນ ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 41 ທ່ານ; ຄູຝຶກປະກອບມີ: ທ່ານ ວຽງສະຫວ່າງ ທິບພະວົງ ຮັບຜິດຊອບຝຶກດ້ານການຂຽນບົດຄົ້ນຄວ້າ ແລະ ທ່ານ. ປອ ຈັນຜາສຸກ ວິດາວົງ ຝຶກ  ດ້ານທັກສະການເປັນຄູຝຶກ.

ຈຸດປະສົງ ຂອງການລົງຝຶກອົບຮົມ

ຈຸດປະສົງຂອງການລົງຝຶກອົບຮົມ ແມ່ນ ເພື່ອສ້າງຄວາມອາດສາມາດໃຫ້ ພະນັກ ໃນຂະແຫນງອຸດສາຫະກຳ ແລະ ການຄ້າຢູ່ຂັ້ນທ້ອງຖິ່ນ ສາມາດຍົກລະດັບຄວາມສາມາດໃນການຄົ້ນຄວ້າບັນຫາທີ່ຕິດພັນກັບວຽກງານວິຊາສະ ເພາະໃຫ້ມີວິທະຍາສາດຫຼາຍຂຶ້ນ ນອກນັ້ນກໍເພື່ອຊ່ວຍຍົກລະດັບທັກສະການບັນຍາຍ ແລະ ການນໍາສະເໜີເອກະ ສານ-ຂໍ້ມູນໃນເວລາຮ່ວມປະຊຸມໃນເວທີຕ່າງໆຂອງພະນັກງານ.

 ຜົນ​ໄດ້​ຮັບຈາກການຝຶກອົບຮົມ

ຜ່ານການລົງຝຶກອົບຮົມ ສາມາດສະຫຼຸບຜົນໄດ້ຮັບດັ່ງນີ້:

(1)   ດ້ານການຂຽນບົດຄົ້ນຄວ້າ ສາມາດຕີລາຄາໄດ້ວ່າຜູ້ເຂົ້າຮ່ວມຝຶກອົບຮົມສ່ວນໃຫຍ່ເລີ່ມເຂົ້າໃຈວິທີການ ແລະ ຂັ້ນຕອນການຂຽນບົດຄົ້ນຄວ້າແບບບົດລາຍງານຕໍ່ເຫດການ ແລະ ສະພາບການທີ່ເກີດຂຶ້ນເພື່ອ ລາຍງານຂັ້ນເທິງຊາບ ແລະ ມີທີດແກ້ໄຂຢ່າງທັນການ.

(2)   ດ້ານການຝຶກອົບຮົມທັກສະການເປັນຄູຝຶກ ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຮູ້ໄດ້ຂັ້ນຕອນການກະ ກຽມ, ວິທີການຈັດບົດບັນຍາຍ, ເຕັກນິກການອະທິບາຍ ແລະ ນໍາສະເໜີບົດຢ່າງເປັນລະບົບ.

(3)   ຜູ້ເຂົ້າຮ່ວມທັງໝົດໄດ້ມີໂອກາດສົນທະນາແລກປ່ຽນຄຳຄິດເຫັນ ແລະ ຮຽນຮູ້ບົດຮຽນເຊິ່ງກັນ ແລະ ກັນ ພາຍໃຕ້ການເຮັດວຽກເປັນກຸ່ມຕໍ່ກັບການຂຽນບົດຄົ້ນຄວ້າລາຍງານຕ່າງໆ ແລະ ທັກສະການບັນຍາຍເອກະ ສານທີ່ກ່ຽວຂ້ອງກັບຂະແຫນງອຸດ ສາຫະກໍາ ແລະ ການຄ້າ.

WhatsApp Image 2022-09-26 at 15.40.56

WhatsApp Image 2022-09-26 at 15.40.57 (1)

WhatsApp Image 2022-09-26 at 15.41.00

ຂ່າວ ແລະ  ພາບ: ສະຖາບັນ ອຸດສາຫະກຳ ແລະ ການຄ້າ

About -