ເອກອັກຄະລັດຖະທູດສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By phaikhame evilay On 26 Sep, 2022 At 03:52 PM | Categorized As ຂ່າວສຳຄັນ | With 0 Comments

           IMG_0051

           ໃນຕອນ​ບ່າຍເວລາ 14:30 ໂມງ ຂອງວັນທີ 26 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ອັນເນັດ ຄະໂນບຼັອກ Annette KNOBLOCH , ເອກອັກຄະລັດຖະທູດສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນ ພື້ນຖານໂຄງລ່າງ ຢູ່ສປປ ລາວ ແລະ ທ່ານ ມະໄລທອງ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 12 ທ່ານ.

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ນາງ  ອັນເນັດ ຄະໂນບຼັອກ Annette KNOBLOCH , ເອກອັກຄະລັດຖະທູດສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານ ເອກອັກຄະລັດຖະທູດ ໄດ້ສົນທະນາປຶກສາຫາລືກ່ຽວກັບວຽກງານການຮ່ວມມືເພື່ອແລກປ່ຽນ ບັນດາວຽກທີ່ຕິດພັນກັບການຄ້າ ຂອງສອງປະເທດ ລາວ-ເຢຍລະມັນ ເວົ້າລວມ ເວົ້ົ້າສະເພາະການຄ້າ ທີ່ໄດ້ຈັດຕັ້ງປະຕິບັດພາຍໃຕ້ຂອບການຮ່ວມມື ແລະ  ຊ່ວຍເຫຼືອ ຂອງ ເຢຍລະມັນ ໃຫ້ແກ່ລາວ ພ້ອມທັງການ​ພົວພັນ​ການ​ຄ້າ ລະຫວ່າງ ລາວ ​ແລະ ເຢຍລະມັນ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຕາມຂອບສັນຍາການຄ້າຮ່ວມກັນສອງຝ່າຍ.

IMG_0057

      ດ້ານການຄ້າການ​ພົວພັນ ​ລະຫວ່າງ ສປປ ລາວ – ເຢຍລະມັນ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຕາມສັນຍາລົງທຶນສອງຝ່າຍ (Bilateral Investment Agreement) ແລະ ສິດທິພິເສດທາງດ້ານການຄ້າ ເຊັ່ນ: EBA (Everything But Arms) ທີ່ EU ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ຊຶ່ງໃນ 7 ເດືອນຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ເຢຍລະມັນ ສາມາດປະຕິບັດໄດ້ 70,5 ລ້ານໂດ​ລາ​ສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າປະຕິບັດໄດ້ 11,0 ລ້ານໂດ​ລາ​ສະຫະລັດ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 59,5 ລ້ານໂດ​ລາ​ສະຫະລັດ.

-  ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າ ຈາກ ເຢຍລະມັນ ໃນ 7 ເດືອນຕົ້ນປີ 2022 ປະກອບມີ: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ເຄື່ອງມື ແລະ ອຸປະກອນທັດສະນະສາດ; ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ); ຜະລິດຕະພັນຈາກ​ການ​ຜະ​ລິດ​ອື່ນໆ; ຊີ້ນ ແລະ ສ່ວນ​ອື່ນໆ ຂອງ​ສັດ; ທັນ​ຍາ​ພືດ; ກາກ ແລະ ສິ່ງ​ເສດ​ເຫຼືອ​ຈາກ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ອາ​ຫານ; ຜະ​ລິດ​ຕະ​ພັນ​ທາງ​ເຄ​ມີ ແລະ ອື່ນໆ.

-    ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກ ເຢຍລະມັນ ໃນ 7 ເດືອນຕົ້ນປີ 2022 ປະກອບມີ: ​​ເຄື່ອງ​ນຸ່ງ​ຫົ່ມ; ເກີບ; ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ); ນໍ້າ​ຕານ; ເຄື່ອງ​ສຳ​ລັບ​ການ​ເດີນ​ທາງ; ຊາ (ບໍ່​ທັນ​ໄດ້ປຸງ​ແຕ່ງ); ຂີ້ຄັ່ງ, ຍານ, ຂີ້ຊີ; ເຄື່ອງ​​ຊຸບ​ຫົວ (ໝວກ, ຜ້າ​ຄຸມ​ຫົວ); ເຄື່ອງ​ເຟີ​ນີ​ເຈີ; ເຂົ້າ ແລະ ສິນຄ້າ ອື່ນໆ.

-      ການລົງທຶນນັບແຕ່ປີ 2008 ຮອດປັດຈຸບັນ: ການລົງທຶນຂອງ ເຢຍລະມັນ ໃນ ສປປ ລາວ (ສະເພາະໃນຂະແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 26 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນທັງໝົດ 50,6 ຕື້ກີບ ຫຼື ປະມານ 6,3 ລ້ານໂດລາສະຫາລັດ, ຈັດເປັນປະເທດທີ່ມີມູນຄ່າການລົງທຶນ ໃນ ສປປ ລາວ ເປັນອັນດັບທີ່ 28.

-     ຂະແໜງການທີ່ມີມູນຄ່າການລົງທຶນຫຼາຍສຸດປະກອບມີ:  ຂະແໜງການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການອາຫານ; ການເຄື່ອນໄຫວດ້ານສາຍວິຊາຊີບ; ວິທະຍາສາດ ແລະ ເຕັກນິກ; ແລະ ຂະແໜງການເຄື່ອນໄຫວ ບໍລິ ການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ. ໂຄງການພັດທະນາການຄ້າ ໄລຍະ 2 (TDF II) ໄດ້ຮັບທຶນ 14 ລ້ານໂດລາສະຫະລັດ ຈາກຫຼາຍແຫຼ່ງທຶນ ໃນນັ້ນ ລັດຖະບານເຢຍລະມັນ ໃຫ້ການຊ່ວຍເຫຼືອ 1,2 ລ້ານເອີໂຣ ໂດຍມີໄລຍະການຈັດຕັ້ງປະຕິບັດ ແຕ່ປີ 2013 – 2017. ການຊ່ວຍເຫຼືອແມ່ນຊ່ວຍໃນຂົງເຂດ: 1) ການອຳນວຍຄວາມສະດວກດ້ານການຄ້າ ແລະ ນະໂຍບາຍການຄ້າ, 2) ການສົ່ງເສີມຄວາມຫຼາກຫຼາຍຂອງເສດຖະກິດ ແລະ ຄວາມສາມາດໃນການແຂ່ງຂັນ, 3) ການຮັບປະກັນປະສິດທິຜົນຂອງການຊ່ວຍເຫຼືອທາງດ້ານການຄ້າ. ໃນນັ້ນ, ການຜະລິດອຸດສາຫະກຳປຸງແຕ່ງ ປະກອບມີ: ອຸດສາຫະກຳຕັດຫຍິິບເສື້ອຜ້າ, ເສື້ອກັນໜາວ, ເສື້ອກັນລົມ, ເກີບໜັງ ແລະ ອື່ນໆ  ໃນການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຫຼາຍດ້ານ ເພື່ອຊອກຫາທາງອອກໃນອະນາຄົດໃຫ້ໄດ້ປັບປຸງວຽກງານການຮ່ວມມື ຂອງສອງຝ່າຍດີຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງສະເໜີໃຫ້ທ່ານ ເອກອັກຄະລັດຖະທູດ ດຶງດູດນັກທຸລະກິດເຢຍລະມັນ ມາລົງທຶນໃນ ສປປ ລາວໃຫ້ຫຼາຍຂຶ້ນ.

       ທ່ານ ນາງ ອັນເນັດ ຄະໂນບຼັອກ  Annette KNOBLOCH,  ໄດ້ສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ ທີ່ໄດ້ມາຮັບຕໍາແໜ່ງໜ້າທີ່ໃໝ່ ແລະ ໃຫ້ຄໍາໝັ້ນວ່າ ຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ເຢຍລະມັນ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ພາບ-ຂ່າວ ໂດຍ: ໄພຄໍາອີ ວິໄລຄໍາ