ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 54 ແລະ ກອງປະຊຸມທີ່ກ່ຽວຂ້ອງ
By ໄພວັນ On 16 Sep, 2022 At 09:23 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-09-15 at 14.46.40.3

                    ໃນລະຫວ່າງວັນທີ 13-18 ກັັນຍາ 2022, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດ​ຖະມົນຕີ​ເສ​ດຖະກິດ​ອາ​ຊຽນ ຄັ້ງທີ 54 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ ສຽມຣຽບ, ກໍາປູເຈຍ. ພາຍໃຕ້ການເປັນປະທານຂອງ ທ່ານ  Pan Sorasak, ລັດຖະມົນຕີກະຊວງການຄ້າ ກໍາປູເຈຍ ໃນຖານະປະທານໝູນວຽນອາຊຽນ ໃນປີ 2022.

ກອງປະຊຸມຄັ້ງນີ້ ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ພົບປະ ແລະ ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ສະພາບເສດຖະກິດພາຍໃນອາຊຽນ ກໍຄືການຟື້ນຟູເສດຖະກິດພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະ ຍາດໂຄວິດ-19, ການພັດທະນາການຄ້າໃນພາກພື້ນ ແລະ ສາກົນ, ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະ ກິດອາຊຽນ 2025, ແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ທີ່ສະເໜີໂດຍກໍາປູເຈຍ ໃນນາມເປັນປະທານອາຊຽນປີ 2022, ການສົ່ງເສີມການພົວພັນເສດຖະກິດລະຫວ່າງອາຊຽນກັບພາຍນອກ, ການຄ້າດ້ານເອເລັກໂຕຣນິກ ແລະ ເສດຖະກິດດິຈິຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ເຊິ່ງລວມມີກອງປະຊຸມທັງໝົດ 21 ກອງປະຊຸມ ເຊັ່ນ: ກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 36, ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 25, ກອງປະຊຸມລັດຖະມົນຕີເສດຖະ ກິດອາຊຽນຄັ້ງທີ 54, ກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາ ເຊັ່ນ: ສປ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອາຊຽນບວກສາມ, ຮົງກົງ, ອິນເດຍ, ອົດສະຕາລີ-ນິວຊີແລນ, ອີຢູ, ລັດເຊຍ, ອາເມລິກາ, ອັງກິດ, ການາດາ ແລະ ກອງປະຊຸມລັດຖະມົນຕີເສດຖະກິດອາຊີຕາເວັນອອກ. ນອກນັ້ນ, ຍັງມີກອງປະຊຸມລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ກັບສະພາທີ່ປຶກສາທຸລະກິດອາຊຽນ,  ກອງປະຊຸມລັດຖະມົນຕີເສດຖະກິດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 14, ກອງປະຊຸມລັດຖະມົນຕີສັນຍາຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ຄັ້ງປະຖົມມະເລີກ; ພ້ອມທັງການພົບປະແບບສອງຝ່າຍລະຫວ່າງ ທ່ານ ລັດຖະມົນຕີ ມະໄລທອງ ກົມມະສິດ ຮ່ວມກັບ ບັນດາລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມຕ່າງໆ ລວມທັງ ທ່ານ ເລຂາທິການໃຫ່ຍຂາອາຊຽນ.

ໂອກາດເຂົ້າຮ່ວມກອງປະຊູມຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ຍັງໄດ້ປຶກສາຫາລື ແລະ ໃຫ້ຄວາມສຳຄັນ ກ່ຽວກັບການສືບຕໍ່ຮັກສາລະດັບການເປີດຕະຫຼາດການຄ້າ ແລະ ການລົງທຶນໃນພາກພື້ນ ເພື່ອຮັບປະກັບຄວາມຕໍ່ເນື່ອງຂອງກົນໄກຕ່ອງໂສ້ການສະໜອງໃຫ້ສາມາດດໍາເນີນຢ່າງເປັນປົກກະຕິ ໂດຍໄດ້ເພີ່ມຂອບເຂດ ແລະ ຈໍານວນຂອງບັນຊີລາຍການສິນຄ້າທີ່ເຫັນວ່າຈໍາເປັນ ສໍາລັບການຮ່ວມມືໃນໄລຍະການຟື້ນຟູເສດຖະກິດພາຍຫລັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍບໍ່ສ້າງມາດຕະການທີ່ເປັນອຸປະສັກຕໍ່ການຄ້າ-ການລົງທຶນ ຮັບປະກັນໃຫ້ມີການໝູນວຽນຂອງສິນຄ້າເຫລົ່ານີ້ ພາຍໃນພາກພື້ນອາຊຽນໃຫ້ມີຄວາມສະດວກ ທັງນີ້ກໍ່ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືເສດຖະກິດອາຊຽນ, ຊຸກຍູ້ໃຫ້ມີການຜະລິດໃນອາຊຽນ, ແລະ ສົ່ງເສີມການຄ້າ-ການລົງທຶນໃນອາຊຽນໃຫ້ນັບມື້ນັບຫລາຍຂຶ້ນເທື່ອລະກ້າວ.

ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາເອກະສານ ສໍາຄັນຄື: (1) ເອກະສານຄູ່ມືດ້ານນະໂຍບາຍ ກ່ຽວກັບ ການສ້າງຄວາມເຂັມແຂງໃຫ້ທຸລະກິດຍິງ ຢູ່ໃນນະໂຍບາຍແຫ່ງຊາດ ແລະ ແຜນດໍາເນີນງານ ວ່າດ້ວຍຈຸ ລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ແລະ (2)​ ເອກະສານຫຼັກການພື້ນຖານ ສໍາລັບການເຈລະຈາສັນຍາຂອບວຽກວ່າດ້ວຍການແຂ່ງຂັນ.

WhatsApp Image 2022-09-15 at 14.46.40 1

ແຫຼ່ງຂ່າວ: ກອງເລຂາ

ຮຽບຮຽງ : ໄພວັນ ໂຄດວັນທາ

About -