ທ່ານ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງ ໝາຍການຄ້າ ສ.ອາເມລິກາ ເຂົ້າຢ້ຽມຂໍ່ານັບ ທ່ານ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ

WhatsApp Image 2022-09-13 at 15.37.55

          ຕອນບ່າຍ ເວລາ 13: 00 ໂມງ ຂອງວັນທີ 13 ກັນຍາ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຄັດເທີລີນ ລີ່ ວີດັລ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍປະມານ 15 ທ່ານ.
ໂອກາດນີ້ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ນາງ ແຄັດເທີລີນ ລີ່ ວີດັລ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ ແລະ ສະແດງຄວາມຂອບໃຈທີ່ ສ.ອາເມລິກາ ໃຫ້ການຮ່ວມມື ໃນການພັດະທະນາວຽກງານຊັບສິນທາງປັນຍາ ຂອງອາຊຽນ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາ ອາຊຽນ ປີ 2016-2025 ພາຍໃຕ້ຂອບການຮ່ວມມືພາກພື້ນອາຊຽນ ໂດຍຜ່ານແຜນກິດຈະກຳ ອາຊຽນ-USPTO ຂອງແຕ່ລະປີ ໂດຍສະເພາະແມ່ນການ ການປົກປ້ອງ ແລະ ການບັງຄັບປະຕິບັດໃຊ້ ສິດຊັບສິນທາງປັນຍາ ແລະ ການຍົກລະດັບຂິດຄວາມສາມາດໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານຊັບສິນທາງປັນຍາ, ຫລ້າສຸດແມ່ນໄດ້ຮ່ວມກັນຈັດຝຶກອົບຮົມໃຫ້ແກ່ພະນັກງານກົມຊັບສິນທາງປັນຍາ ກ່ຽວກັບ ການກວດສອບເຄື່ອງໝາຍການຄ້າ ສາມມິຕິ ແລະ ເຄື່ອງໝາຍເຄື່ອນເໜັງ ໃນເດືອນມັງກອນ 2022 ທີ່ນະຄອນຫຼວງວຽງຈັນ. ນອກນັ້ນ, ລັດຖະບານຂອງ ສະຫະລັດອາເມລິກາຍັງໄດ້ໃຫ້ການ ຊ່ວຍເຫຼືອ ໃນຂົງເຂດຊັບສິນທາງປັນຍາ ແກ່ ສປປ ລາວ ຜ່ານໂຄງການຕ່າງໆ ເຊັ່ນ: ໂຄງການ USAID LUNA I ແລະ II, ແລະ ໂຄງການ LBE. ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຂອບໃຈທີ່ ສ ອາເມລິກາ ທີ່ໃຫ້ຄວາມສົນໃຈຂະຫຍາຍການຮ່ວມມືສອງຝ່າຍ ກັບ ສປປ ລາວ. ພ້ອມທັງໃຫ້ຄຳປຶກສາສິ່ງອຳນວຍຄວາມສະດວກໃນວຽກງານຫຼາຍດ້ານທີ່ມີປະໂຫຍດຕໍ່ສອງປະເທດ.

        ທ່ານ ນາງ ແຄັດເທີລີນ ລີ່ ວີດັລ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ ກໍ່ສະແດງຄວາມຂອບໃຈມາຍັງ ທ່ານ ຮອງ ລັດຖະມົນຕີ   ແລະ ຫວັງວ່າຈະເສີມຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ – ອາເມລິກາ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ພາບ ແລະ ຂ່າວ: ໄພຄຳອີ ວິໄລຄຳ

About -