ພິທີ ໂຄສະນາ-ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົຍຮອບ 20ປີ ແລະ ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ
By admin On 13 Sep, 2022 At 08:00 PM | Categorized As ຂ່າວສຳຄັນ | With 0 Comments

IMG_0028. 2

                 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີ ໂຄສະນາ-ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົຍຮອບ 20 ປີ ( 9 ກັນຍາ 2002 ຫາ 9 ກັນຍາ 2022) ແລະ ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ຂື້ນໃນວັນທີ 13 ກັນຍາ 2022, ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງ ເຂົ້າຮ່ວມ.

ໃນພິທີດັ່່ງກ່າວ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ “ອຄ” ໄດ້ໃຫ້ກຽດຂື້ນໂຄງສະນາ-ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົຍຮອບ 20 ປີ ຊຶ່ງເຫັນໄດ້ການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ທາດແທ້, ຜົນງາານອັນພົ້ນເດັ່ນ ຂອງການເຄື່ອນໄຫວປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາສ້າງສາພັດທະນາປະເທດຊາດ ຕະຫຼອດ 20 ປີຜ່ານມາ ແລະ ພ້ອມກັນຂັດຕັ້ງປະຕິບັດຕາມພາລະບົດບາດ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະຫະພັນນັກຮົບເກົ່າແຫ່ງຊາດ.

ພີທີໃນມື້ນີ້ແມ່ນມີຄວາມໝາຍ ແລະ ຄວາມສຳຄັນ ເນື່ອງຈາກການແຕ່ງຕັ້ງ, ການສັບຊ້ອນ, ຍົກຍ້າຍປ່ຽນແທນ ຂອງພະນັກງານ-ລັດຖະກອນ ເປັນວຽກງານປົກກະຕິຂອງການຈັດຕັ້ງໃນທົ່ວລະບົບການເມືອງ ຂອງພັກ ແລະລັດ, ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ບັນດາມະຕິ, ຄໍາສັ່ງຕ່າງໆຂອງວຽກງານພະນັກງານ-ລັດຖະກອນ ວາງອອກ. ໄປຄຽງຄູ່ກັບການປະກາດພະນັກງານໄດ້ຮັບໜ້າທີ່ໃໝ່ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ 02 ທ່ານ ທີ່ຖືກແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ຄື: ທ່ານ ຕຸລາໄຊ ພັນທະວົງ ຫົວນ້າພະແນກ ເປັນຮອງຫົວໜ້າຫ້ອງການ ແລະ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ   ຫົວໜ້າພະແນກ ເປັນຮອງຫົວໜ້າ ກົມຊັບສິນທາງປັນຍາ.

ໃນຕອນທ້າຍທ່ານປະທານຍັງໄດ້ຊີ້ນໍາຕື່ມວ່າ: ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ລ້ວນແຕ່ແມ່ນພະນັກງານຫຼັກແຫຼ່ງ ທີ່ໄດ້ຜ່ານຂະບວນການເຕີບໃຫຍ່ຂະຫຍາຍຕົວ ໃນວຽກງານຂອງ ຂະແໜງອຸດສາຫະກໍາ ແລະ ການຄ້າ, ເປັນຜູ້ທີ່ມີຄວາມພົ້ນເດັ່ນ, ມີຄວາມຮູ້ຄວາມສາມາດທີ່ເຂັ້ມແຂງ, ມີຄວາມເສຍສະຫຼະ ແລະ ຜ່ານການຝຶກຝົນຫຼໍ່ຫຼອມຈາກເຮັດວຽກອັນໜັກໜ່ວງ ປະກອບສ່ວນທັງແຮງກາຍ ແລະ ສະຕິປັນຍາເຂົ້າໃນໜ້າທີ່ການເມືອງທີ່ຕົນຮັບຜິດຊອບ ຕາມພາລະບົດທີ່ການຈັດຕັ້ງໄດ້ມອບໝາຍໃຫ້ ຢ່າງມີຜົນສຳເລັດ. ດ້ານໜຶ່ງ, ບັນດາທ່ານແມ່ນມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີ ວິດທີ່ປອດໃສ, ມີແບບແຜນການນໍາພາ ແລະ ວິທີເຮັດວຽກທີ່ດີ ແລະ ມີສຸຂະພາບແຂງແຮງ ເວົ້າລວມແລ້ວແມ່ນມີມາດຖານເງື່ອນໄຂຄົບຖ້ວນ ຕາມມາດຖານຕໍາແໜ່ງບໍລິຫານ ແລະ ມາດຖານຂອງ ພະນັກງານນໍາພາ-ຄຸ້ມຄອງ.

IMG_0051. 3

ຂ່າວ ແລະ ພາບ ໂດຍ: ໄພວັນ ໂຄດວັນທາ

About -