ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 8 Sep, 2022 At 03:33 PM | Categorized As ຂ່າວສຳຄັນ | With 0 Comments

IMG_0010,1

        ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 8 ກັນຍາ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dr. Peter Haymond, ​ເອກ​ອັກ​ຄະ​ລັດຖະທູດຜູ້ມີອໍານາດເຕັມ ​ແຫ່ງ ສະຫະລັດອາເມລິກາ ປະ​ຈຳ ສປປ ລາວ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານ.

IMG_0013,2

         ໂອກາດນີ້  ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ Dr. Peter Haymond, ທີ່ໄດ້ມາ​ດຳ​ລົງ​ຕຳ​ແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​​​ຜູ້ທີ່​ມີ​ອຳ​ນາດ​ເຕັມແຫ່ງ ສະຫະລັດອາເມລິກາ ປະຈໍາສປປ ລາວ ເພື່ອເຮັດໃຫ້​​ສອງ​ປະ​ເທດ ລາ​ວ-ອາ​ເມ​ລິ​ກາ ໄດ້ພົວພັນຮ່ວມມື ແລະເສີມສ້າງສາຍພົວພັນທີ່ດີ ຊຶ່ງກັນ ແລະ ກັນ, ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ເປັນ​ຕົ້ນ​ ການລົງທຶນໃນພື້ນຖານໂຄງລ່າງ, ການຮ່ວມມື, ການ​ຄ້າ ແລະ ​ວັດ​ທະ​ນາ​ທຳ ​ໃຫ້ແກ່ລາວ. ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມ ທາງດ້ານເສດຖະກິດໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາທີ່ໄດ້ລົງທຶນໃສ່ຂົງເຂດເສດຖະກິດຂອງລາວ ໃນນີ້ ທ່ານ  Dr. Peter Haymond, ເອກອັກຄະລັດຖະທູດກໍ່ໄດ້ສະເໜີໃນຕໍ່ໜ້າຈະເພີ່ມທະວີການຮ່ວມມື ລະຫວ່າງ ສະ​ຫະ​ລັດ ອາ​ເມ​ລິ​ກາ ແລະ ສປປ ລາວ ​ພ້ອມທັງໃຫ້​ຄຳ​ປຶກ​ສາ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານທີ່ມີປະໂຫຍດສູງສຸດ.

IMG_0012,3

      ທ່ານ Dr. Peter Haymond, ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ທີ່ໃຫ້ຄໍາປຶກສາຫາລືຢ່າງກົງໄປກົງມາເປັນປະໂຫຍດໃຫ້ແກ່ສອງປະເທດ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ອາເມລິກາ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ພາບ-ຂ່າວ ໂດຍ: ໄພຄໍາອີ