ບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍສຶກສາທ່າແຮງ ແລະ ກາລະໂອກາດ ໃນການພັດທະນາອຸດສາຫະກໍາປຸງແຕ່ງຢາງພາລາ ລາວ
By theu vaenvongsod On 8 Sep, 2022 At 02:39 PM | Categorized As ຂ່າວພາຍໃນ | With 0 Comments

    ໃນເດືອນສິງຫາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍສຶກສາທ່າແຮງ ແລະ ກາລະໂອກາດ ໃນການພັດທະນາອຸດສາຫະກໍາປຸງແຕ່ງຢາງພາລາລາວ ເພື່ອເຂົ້າຮ່ວມຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນ; ຊຶ່ງບົດຄຄ ດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງທ່າແຮງທີ່ພົ້ນເດັ່ນ ຂອງຢາງພາລາລາວ ແມ່ນຂະໜາດຂອງການປູກ ແລະ ການປຸງແຕ່ງໃນອຸດສາຫະກໍາຂັ້ນຕົ້ນ ແລະ ກາງທີ່ຖືວ່າສາມາດສະໜອງຕາມການສັ່ງຊື້ຈາກຕ່າງປະເທດໃນປະລິມານ ແລະ ຄຸນນະພາບທີ່ເຊື່ອຖືໄດ້. ພ້ອມທັງຂໍ້ສະເໜີແນະທາງດ້ານນະໂຍບາຍ ຕໍ່ອຸດສາຫະກໍາປຸງແຕ່ງຢາງພາລາ ຂອງ ສປປ ລາວ. ສອຄ

Final (ປອ  ທານຕາວັນ ມະໂນລົມ) ທ່າແຮງ ແລະ ກາລະໂອກາດໃນການພັດທະນາອຸດສາຫະກໍາປຸງແຕ່ງຢາງພາລາລາວ
Final (ປອ ທານຕາວັນ ມະໂນລົມ) ທ່າແຮງ ແລະ ກາລະໂອກາດໃນການພັດທະນາອຸດສາຫະກໍາປຸງແຕ່ງຢາງພາລາລາວ
Final (ປອ. ທານຕາວັນ ມະໂນລົມ) ທ່າແຮງ ແລະ ກາລະໂອກາດໃນການພັດທະນາອຸດສາຫະກໍາປຸງແຕ່ງຢາງພາລາລາວ.pdf