ຜູ້ຕາງໜ້າອົງການ UNIDO ປະຈຳ ສປປ ລາວ ເຂົ້າຢ້ຽມພົບປະທ່ານ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ
By admin On 7 Sep, 2022 At 09:32 AM | Categorized As ຂ່າວສຳຄັນ | With 0 Comments

IMG_0054,1

          ໃນວັນທີ 6 ກັນຍາ 2022 ຕໍ່ມາເວລາ 15 ໂມງ 30ນາທີ  ທີ່ຫ້ອງຮັບແຂກ ກະຊວງອຸດສະຫະກຳ ແລະ ການຄ້າ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຖດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຜູ້ຕາງໜ້າອົງການ UNIDO ປະຈຳ ສປປ ລາວ ທ່ານ ສົມໝາຍ ຟ້າມິ່ງ ຊຶ່ງທ່ານຜູ້ຕາງໜ້າອົງການ UNIDO ໄດ້ກ່າວສະແດງຄວາມຊົມເຊີຍ ທີ່ທ່ານ ມະໄລທອງ ກົມມະສິດ ຖືກແຕ່ງຕັ້ງໃຫ້ມາຮັບໜ້າທີ່ເປັນລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ແລະ ການຄ້າ ຄົນໃໝ່

ຕະຫລອດໄລຍະທີ່ຜ່ານມາ (UNIDO) ໄດ້ຊ່ວຍທາງດ້ານວິຊາການ ໃນການສ້າງຮ່າງຍຸດທະສາດພະລັງງາ ນຊີວະມວນ ສໍາລັບພາກອຸດສາຫະກໍາໃນ ສປປ ລາວ ຊື່ງແມ່ນກົມອຸດສາຫະກຳ ແລະ ຫັດຖະກຳ ກໍາລັງດຳເນີນຢູ່ ແລະ ຄາດໝາຍຈະໃຫ້ສຳເລັດໃນທ້າຍປີ 2022.

 ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ UNIDO ສປປ ລາວ ເຂົ້າເປັນປະເທດສະມາຊິກ ຂອງ ອົງການ UNIDO ໃນວັນທີ 3 ກັນຍາ 1985, ແຕ່ລະປີ ສປປ ລາວປະກອບພັນທະດ້ານການເງິນໃນຖານະ ປະເທດສະມາຊິກອົງການ ຈໍານວນ 5.531 ເອີໂຣ/ປີ. ອົງການດັ່ງກ່າວໄດ້ໃຫ້ການຊ່ວຍທາງດ້ານວິຊາການແກ່ ສປປ ລາວ ໃນການສົ່ງເສີມ ເພື່ອການພັດທະນາອຸດສາຫະກໍາແບບຍືນຍົງ, ຊ່ວຍເຫຼືອໃນການສະນັບສະໜູນ ແລະ ການຮ່ວມມືຈັດຕັ້ງປະຕິບັດແຜນດໍາເນີນງານຄົບຊຸດຂອງ ອົງການ UNIDO ຢູ່ ສປປ ລາວ ໂດຍໄດ້ແບ່ງອອກ ເປັນ 2 ໄລຍະ ຄື

IMG_0051,2

          ໄລຍະທີ 1 ແຕ່ປີ 2002-2003 ມູນຄ່າ 985.968 ໂດລາສະຫະລັດ, ໄລຍະທີ 2 ແຕ່ປີ 2004-2008 ມູນຄ່າ 5.558.000 ໂດລາສະຫະລັດ. ສໍາລັບສົກປີ 2012-2015 ອົງການ UNIDO ໄດ້ວາງງົບປະມານຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ມູນຄ່າ 2.886.720 ໂດລາສະຫະລັດ. ລະຫວ່າງປີ 2017-2021 ອົງການ UNIDO ໄດ້ວາງງົບປະມານ ເພື່ອຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ມູນຄ່າ 3.957.000 ໂດລາສະຫະລັດ.

             ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເຂົ້າຍ້ຽມຄຳນັບພົບປະຂອງຜູ້ຕາງໜ້າອົງການຈັດຕັ້ງສາກົນທັງສອງທ່ານໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ ທັງສອງທ່ານຈົ່ງປະຕິບັດໜ້າທີ່ວຽກງານຂອງພວກທ່ານຢູ່ລາວດ້ວຍຜົນສຳເລັດ.

ຂ່າວ ແລະ ພາບ ໄພຄຳອີ ວິໄລຄຳ

About -