ທ່ານ ນ. ດຣ ເພຍ ເຣເບວໂລ ບຣິດໂຕ (Dr. Pia Rebello Britto) ຜູ້ຕາງໜ້າອົງການ ສະຫະປະຊາຊາດ ສຳລັບເດັກ (UNICEF) ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
By admin On 7 Sep, 2022 At 10:52 AM | Categorized As ຂ່າວສຳຄັນ | With 0 Comments

IMG_0024,2

        ໃນຕອນບ່າຍ ວັນທີ 6 ກັນຍາ 2022 ທີ່ກະຊວງອຸດສະຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນ. ດຣ ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າອົງການ ສະຫະປະຊາຊາດ ສຳລັບເດັກ (UNICEF) ປະຈຳ ສປປ ລາວ ຖືໂອກາດນີ້ ທ່ານ ນາງ ດຣ ເພຍ ເຣເບວໂລ ບຣິດໂຕ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ຄົນໃໝ່.

WhatsApp Image 2022-09-07 at 10

         ການພົບປະຄັ້ງນີ້ ສອງຝ່າຍໄດ້ ປຶກສາຫາລື ເຖິງການພົວພັນຮ່ວມມືໃນໄລຍະຜ່ານມາ ຄືກໍ່ໃນຕໍ່ໜ້າຕື່ມອີກ ປັດຈຸບັນ, ສປປ ລາວ ແລະ ອົງການ UNICEF ໄດ້ສໍາເລັດການຈັດຕັ້ງປະຕິບັດ ແຜນງານຮ່ວມມືແຫ່ງຊາດໄລຍະປີ 2017-2021 ແລະ ກໍາລັງຮ່ວມກັນຈັດຕັ້ງປະຕິບັດແຜນງານຮ່ວມມືແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະປີ 2022-2026 ຄາດຄະເນງົບປະມານທີ່ຈະນໍາໃຊ້ໃນແຜນງານດັ່ງກ່າວແມ່ນປະມານ 100 ລ້ານ ໂດລາສະຫະລັດ. ອົງການ UNICEF ປະຈໍາ ສປປ ລາວ ຮ່ວມມືກັບລັດຖະບານ ສປປ ລາວ ໃນການເອົາໃຈໃສ່ສົ່ງເສີມສິດທິຂອງເດັກ ແລະ ການປັບປຸງຄຸນນະພາບຊີວິດຂອງເດັກ, ໂດຍສະເພາະແມ່ນ ສົ່ງເສີມໃຫ້ແມ່ ແລະ ເດັກທຸກຄົນ ເຂົ້າເຖິງໂພຊະນາການ ແລະ ການບໍລິການສຸຂະພາບທີ່ດີ, ການປົກປ້ອງເດັກ, ນ້ຳສະອາດ, ສຸຂະອະນາໄມທີ່ປອດໄພ, ມີທີ່ພັກອາໄສທີ່ພຽງພໍ, ການພັດທະນາຂອງເດັກກ່ອນໄວຮຽນ, ລວມທັງການເຂົ້າເຖິງການສຶກສາ ແລະ ຂໍ້ມູນຂ່າວສານ. ທັງຮ່ວມມືກັບຫຼາຍຂະແໜງການຂອງ ສປປ ລາວ ໃນຂົງເຂດວຽກງານບູລິມະສິດ ເພື່ອຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເດັກ ແລະ ເສີມສ້າງການພັດທະນາເດັກນ້ອຍ ລາວ.

IMG_0030,3

ອົງການ UNICEF ເປັນໜຶ່ງໃນອົງການເຄືອຂ່າຍຂອງ ສປຊ ໂດຍໄດ້ຖືກສ້າງຕັ້ງຂຶ້ນໃນປີ 1946 ເປັນອົງການທີ່ໃຫ້ຄວາມສໍາຄັນໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງ ເດັກນ້ອຍໃນທົ່ວໂລກ.

IMG_0026,4

         ອົງການ UNICEF ໄດ້ເລີ່ມສ້າງຕັ້ງຫ້ອງການຜູ້ຕາງໜ້າ ເພື່ອເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນປີ 1973. ອົງການ ຢູນິເຊັບ  ຫຼື  ອົງການສະຫະປະຊາຊາດກອງທຶນສໍາລັບເດັກ ເຮັດວຽກເພື່ອສົ່ງເສີມ  ແລະ  ປົກປ້ອງສິດທິຂອງເດັກ ແລະ  ແມ່ຍິງ ໃນ ສປປ ລາວ,​ ຊຶ່ງເປັນໜຶ່ງໃນບັນດາອົງການຈັດຕັ້ງສາກົນທີ່ໃຫ້ການບໍລິການແກ່ເດັກ  ແລະ  ແມ່ຍິງ ທີ່ຍາວນານທີ່ສຸດໃນ ສປປ ລາວ.

ຂ່າວ ແລະ ພາບ: ໄພຄຳອີ ວິໄລຄຳ

About -