ກອງປະຊຸມສໍາມະນາວິທະຍາສາດ ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ
By admin On 6 Sep, 2022 At 10:19 PM | Categorized As ຂ່າວສຳຄັນ | With 0 Comments

IMG_0091 99

             ໃນຕອນ​ເຊົ້າຂອງວັນທີ 6 ກັນຍາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊູມສໍາມະນາຫົວຂໍ້ “ວິທະຍາສາດການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ” ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຈາກບັນດາກະຊວງ, ພາກທຸລະກິດ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງ ເຂົ້າຮ່ວມຈໍານວນ 95 ທ່ານ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ໄລຍະຜ່ານມາກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຮັດສອງບົດບາດຫຼັກ ຄື: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການອື່ນໆ. ກະຊວງ ຍັງໄດ້ແກ້ໄຂບັນຫາລາຄາສິນຄ້າທີ່ເພີ່ມຂຶ້ນສູງໃນປັດຈຸບັນ ໂດຍກະຊວງໄດ້ຈັດຕັ້ງຜັນຂະຫຍາຍ ດໍາລັດ 474/ນຍ (2010), ຂໍ້ຕົກລົງ 71/ນຍ (2017) ແລະ ຂໍ້ຕົກລົງ 36/ນຍ (2022) ອອກເປັນນິຕິກໍາລູກໃນການຊີ້ນໍາ ແລະ ເປັນບ່ອນອີງໃຫ້ພະແນກການໃນສາຍຕັ້ງຂອງຕົນຢູ່ຂັ້ນແຂວງ. ທ່ານລັດຖະມົນຕີ ກ່າວຕື່ມວ່າ ບັນຫາລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເພີ່ມຂຶ້ນໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບ ຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ຊຶ່ງປັດໄຈພາຍນອກເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດໄຈພາຍໃນເປັນສິ່ງທີ່ເຮົາສາມາດປະກອບສ່ວນທາງດ້ານນະໂຍບາຍສະເພາະ ເພື່ອຊຸກຍູ້, ສົ່ງເສີມ ແລະ ແກ້ໄຂໄດ້ໃນລະດັບໜຶ່ງ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານບົດຄົ້ນຄວ້າກ່ຽວກັບການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ ຈາກສະຖາບັນອຸດສາຫະກຳ ແລະ ການຄ້າແລ້ວ, ຜູ້ເຂົ້າຮ່ວມໄດ້ມີຄໍາຄິດເຫັນຕີລາຄາຮ່ວມກັນ ແນໃສ່ເພື່ອຖອດຖອນໄດ້ຜົນສໍາເລັດ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນວຽກງານການຄຸ້ມຄອງລາຄາສິນຄ້າໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ, ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ; ປືກສາຫາລືກັນເພື່ອປັບປຸງກົນໄກການປະສານງານ ໃນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ເອກະສານຕ່າງໆ ທີ່ມີຮ່ວມກັນໃນການຄຸ້ມຄອງລາຄາສິນຄ້າ ໃຫ້ໄດ້ຮັບປະສິດທິຜົນສູງສຸດ; ນອກນີ້, ຍັງຮ່ວມກັນປຶກສາຫາລື ແລະ ຄົ້ນຄວ້າ ສ້າງເງື່ອນໄຂສະດວກ ໃຫ້ແກ່ວຽກງານການຄຸ້ມຄອງລາຄາສິນຄ້າ ເພື່ອໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໜ້ອຍທີ່ສຸດ.

ໃນຕອນທ້າຍຂອງ ກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ໄດ້ເນັ້ນວ່າ: ເພື່ອສືບຕໍ່ຊີ້ນຳ-ນໍາພາ, ຄຸ້ມຄອງຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດຂອງ ຂະແໜງ ອຄ ໃນຕໍ່ໜ້າໃຫ້ມີຜົນສຳເລັດ, ມີໝາກຜົນເປັນຮູບປະທຳ ແລະ ສ້າງບາດກ້າວການຫັນປ່ຽນໃໝ່ແບບໃໝ່ຢ່າງຕັ້ງໜ້າ ຕ້ອງໄດ້ເອົາໃຈໃສ່ບັນຫາຕົ້ນຕໍ ທີ່ທ່ານອະດີດຮອງນາຍົກໄດ້ມີຄຳເຫັນ ຄືດັ່ງນີ້: ໃນການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສຳຄັນ ເຮັດໃຫ້ຕໍ່ເນື່ອງ ປົກກະຕິ ແລະ ແກ້ໄຂໄດ້ບັນຫາຕົວຈິງ; ດ້ານກົນໄກການປະສານງານ ທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງ ກົມຕ່າງໆ ພາຍໃນກະຊວງ ອຄ ກໍຄື ການປະສານສົມທົບລະຫວ່າງ ບັນດາຂະແໜງການທີ່ປິ່ນອ້ອມວຽກງານການຄຸ້ມຄອງລາຄາ; ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ ລະບຽບການບໍລິຫານຄຸ້ມຄອງຂອງລັດ ແລະ ສືບຕໍ່ແກ້ໄຂບັນຫາຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ອື່ນໆ.

IMG_0024. 2.4

WhatsApp Image 2022-09-06 at 19.56.32

ຂ່າວ ແລະ ພາບ:​ ໄພວັນ ໂຄດວັນທາ

About -