ກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດ ກ່ຽວກັບການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ

77777777

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະ ໄໝພິເສດກ່ຽວກັບການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ ໃນຮູບແບບທາງໄກ ໃນວັນທີ 01 ກັນຍາ 2022, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Pan Sorasak, ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ໂດຍມີບັນດາທ່ານລັດຖະມົນຕີເສດຖະກິດອາຊຽນຈາກ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ. ໂດຍມີຈຸດປະສົງເພື່ອຮັບຊາບກ່ຽວກັບຄວາມຄືບໜ້າຂອງການເຈລະຈາສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ພ້ອມທັງ ປຶກສາຫາລື ແລະ ໃຫ້ທິດຊີ້ນໍາກ່ຽວກັບປະເດັນທີ່ຍັງຄົງຄ້າງໃນການເຈລະຈາສັນຍາດັ່ງກ່າວ ໂດຍສະເພາະການຢໍ້າຄືນຄາດໝາຍການເຈລະຈາໃຫ້ສໍາເລັດພາຍໃນທ້າຍປີ 2022 ຕາມທີ່ໄດ້ຕົກລົງນໍາກັນແລ້ວນັ້ນ. ນອກຈາກນັ້ນ, ກອງປະຊຸມຍັງເປັນເອກະພາບດ້ານຫຼັກການລວມໃນການຈະສືບຕໍ່ເຈລະຈາປະເດັນທີ່ຍັງຄົງຄ້າງດັ່ງກ່າວ ໂດຍສະເໜີໃຫ້ແຕ່ລະປະເທດມີການຜ່ອນສັ້ນຜ່ອນຍາວໃນຈຸດຢືນຂອງຕົນຕໍ່ແຕ່ລະບັນຫາ ເພື່ອໃຫ້ສາມາດສະຫຼຸບການເຈລະຈາໄດ້ສໍາເລັດຕາມແຜນທີ່ວາງໄວ້.

8888888

ໃນກອງປະຊຸມຄັ້ງນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ກໍໄດ້ປະກອບຄໍາເຫັນໂດຍສະເພາະເຫັນດີເປັນເອກະພາບຕໍ່ກັບການສະເໜີດ້ານຫຼັກການທີ່ຈະສືບຕໍ່ເຈລະຈາໃນຕໍ່ໜ້າ ໂດຍໃຫ້ຄໍານຶງເຖິງຄວາມພ້ອມ ແລະ ລະດັບຄວາມແຕກໂຕນດ້ານການພັດທະນາຂອງແຕ່ລະປະເທດສະມາຊິກ. ພ້ອມກັນນັ້ນ, ກໍສະເໜີໃຫ້ແຕ່ລະປະເທດເອົາໃຈໃສ່ຢ່າງຕັ້ງໜ້າໃນການແກ້ໄຂບັນຫາຕ່າງໆໃນການເຈລະຈາເພື່ອຊອກຫາທາງອອກທີ່ເໝາະສົມ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ການເຈລະຈາເພື່ອຍົກລະດັບສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ບໍ່ສະເພາະແຕ່ຈະເປັນການສົ່ງເສີມເສດຖະກິດການຄ້າ ແລະ ການລົງທຶນລະຫວ່າງອາຊຽນ ແລະ ອົດສະຕາລີ-ນິວຊີແລນ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ສັນຍານີ້ມີລັກສະນະກວມລວມ, ຮອບດ້ານ ແລະ ທັນສະໄໝຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ສັນຍາດັ່ງກ່າວຍັງເປັນໜຶ່ງໃນແຜນວຽກບູລິມະສິດດ້ານເສດຖະກິດສໍາລັບ ປີ 2022 ທີ່ອາຊຽນຈະຕ້ອງເຮັດສໍາເລັດໃນໄລຍະການເປັນປະທານອາຊຽນຂອງປະເທດ ກໍາປູເຈຍ.

ກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດກ່ຽວກັບການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ ໄດ້ສໍາເລັດລົງຢ່າງຈົບງາມ.

11111111111111

ຂ່າວ ແລະ ພາບ ໂດຍ: ໄພວັນ ໂຄດວັນທາ

About -