ສ້າງແຜນການແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນສູນກາງຄຸ້ມຄອງ) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄລຍະປີ 2022-2025

IMG_0281 123

         ໃນຕອນເຊົ້າ ຂອງວັນທີ 30 ສິງຫາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມການສ້າງແຜນການແຜນກາໍນົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນສູນກາງຄຸ້ມຄອງ) ໄລຍະປີ 2022-2025 ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຄະນະພັກ-ຄະນະນໍາກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ຄະນະຫ້ອງການ, ກົມ ແລະ ສະຖາບັນ ອ້ອມຂ້າງ ພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມຈໍານວນ 92 ທ່ານ.

ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ຂອງ ກົມການເມືອງສູນກາງພັກ ສະບັບເລກທີ 032 ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງກໍຄື ແຈ້ງການ ສະບັບເລກທີ 159/ຄຈສພ, ລົງວັນທີ 01 ຕຸລາ 2021 ກ່ຽວກັບການກໍານົດເວລາການສ້າງແຜນກໍານົດພະນັັັັັັັັັກງານນໍາພາ-ຄຸ້ມຄອງແຕ່ປີ 2022-2025. ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເປັນການກະກຽມບຸກຄະລາກອນທີ່ມີລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຝັ້ນພະນັກງານ ແນ່ໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນ ຕໍ່ເນື່ອງໃນສະເພາະຫນ້າ ແລະ ຍາວນານ, ຕອບສະໜອງທາງດ້ານຈຳນວນພົນ, ຄຸນນະພາບ ແລະ ໂຄງປະກອບ ໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການ ຂອງຕຳແໜ່ງນຳພາ-ຄຸ້ມຄອງ ຂອງ ກະຊວງ ທັງເປັນການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງຄາດຄະເນຊັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ ເພື່ອປະຕິບັດຫນ້າທີ່ການເມືອງທີ່ພັກ ແລະ ລັດໄດ້ມອບໝາຍ.

ກອງປະຊຸມໄດ້ຮັບຟັງການລາຍງານ ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໄລຍະຜ່ານມາ, ຜ່ານມະຕິ ຂອງ ກົມການ ເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການສ້າງແຜນກໍານົດພະນັກ ງານນໍາພາ-ຄຸ້ມຄອງ ແລະ ຜ່ານມະຕິ ຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງ ກອນ 2018 ວ່າດ້ວຍມາດຖານ ຂອງ ພະນັກງານນໍາພາ-ຄຸ້ມຄອງ ແລະ ຜ່ານຄໍາແນະນໍາ ຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິ ຂອງ ກົມການເມືອງສູນກາງພັກ.

ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ບັນດາ ສະຫາຍ ທີ່ເຂົ້າຮ່ວມກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບການ ເມືອງ ຂອງ ຕົນ ເອົາໃຈໃສ່ຕິດຕາມເນື້ອໃນເອກະສານ ແລະ ຄຳແນະນຳ ທີ່ນຳມາເຜີຍແຜ່, ອະທິບາຍ ເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ເລິກເຊີ່ງຕໍ່ກັບຈຸດປະສົງ, ຄາດໝາຍ, ຄວາມສຳຄັນ, ຫຼັກການ, ເນື້ອໃນ ແລະ ມາດຖານ, ເງື່ອນໄຂຂອງ ພະນັກງານນຳພາຄຸ້ມຄອງ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ ແລະ ຄັດເລືອກເປົ້າຫມາຍ ກຳນົດເຂົ້າໃນແຜນກຳນົດພະນັກງານນາພາ-ຄູ້ມຄອງທີ່ຮັບປະກັນໃຫ້ແກ່ການສ້າງພະນັກງານສືບທອດ ປ່ຽນແທນ ໄປຕາມຈຸດປະສົງຄາດໝາຍ ຂອງ ມະຕິກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງ ຄະນະຈັດຕັ້ງສູນກາງພັກ.

IMG_0305 112

ຂ່າວ ແລະ ພາບ: ທ.ໄພວັນ ໂຄດວັນທາ

About -