ພິທີມອບ-ຮັບເຮືອນຮົ່ມໃຫ້ບໍລິສັດ ອາກຣີລາວ ຈຳກັດ ເພື່ອນໍາໃຊ້ເຂົ້າໃນການສ້າງສຸນຮຽນຮູ້ການຜະລິດແນວພັນພືດຜັກໃຫ້ແກ່ຜູ້ປະກອບກິດຈະການ ວນກ
By theu vaenvongsod On 30 Aug, 2022 At 01:57 PM | Categorized As ຂ່າວພາຍໃນ | With 0 Comments

DSC08191

       ໃນຕອນບ່າຍຂອງວັນທີ 29 ສິງຫາ 2022 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບເຮືອນຮົ່ມ ໃຫ້ແກ່ ບໍລິສັດ ອາກຣີລາວ ຈຳກັດ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ກ່າວວ່າ ໂຄງການຈັດຊື້ເຮືອນຮົ່ມສະໜອງໃຫ້ຜູ້ປະກອບກິດຈະການກະສິກຳຂະໜາດນ້ອຍ ແລະ ກາງ ແມ່ນໜຶ່ງໃນໂຄງການຂອງບ້ວງຊ່ວຍເຫຼືອລ້າ ຈາກອົງການຜະລິດຕະພາບແຫ່ງອາຊີ ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈຳນວນເທົ່າກັນ ຈາກງົບປະມານພິເສດຈຳນວນ 3 ລ້ານໂດລາສະຫະລັດ. ຈຸດປະສົງແມ່ນເພື່ອຊ່ວຍປະເທດສະມາຊິກ ຮັບມືຜົນກະທົບຈາກໂຄວິດ-19 ສະເພາະບ້ວງ ສປປ ລາວ ໄດ້ຮັບໃນການຈັດຊື້ເຮືອນຮົ່ມ ມີມູນຄ່າທັງໝົດແມ່ນ 130.000 ໂດລາສະຫະລັດ ໂດຍອົງການ APO ແບ່ງອອກເປັນ 2 ບ້ວງຄື: ບ້ວງ 90.000 ໂດລາສະຫະລັດ ແລະ 40.000 ໂດລາສະຫະລັດ.  ການສະເໜີຂໍໂຄງການດັ່ງກ່າວແມ່ນບົນພື້ນຖານການປຶກສາຫາລື ກັບທີມງານຊ່ຽວຊານຂອງອົງການ APO ແລະ ຜົນຂອງການລົງເຮັດວຽກ ຂອງຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ບັນດາແຂວງໃນທ້າຍປີ 2020 ແລະ ຕົ້ນປີ 2021 ໄດ້ເຫັນດີໃນດ້ານຫຼັກການໃນການຄັດເລືອກເອົາກຸ່ມຜູ້ຜະລິດກະສິກຳຂະໜາດນ້ອຍ ແລະ ກາງ(ກຸ່ມປູກຜັກເປັນສິນຄ້າ) ຈຳນວນ 6 ກຸ່ມຢູ່ໃນ 6 ແຂວງປະກອບດ້ວຍ ອຸດົມໄຊ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ສາລະວັນ ແລະ ເຊກອງ ໃນມູນຄ່າ 90.000 ໂດລາສະຫະລັດທີ່ສຳເລັດແລ້ວ ແລະ ໂຄງການສະໜອງເຮືອນຮົ່ມໃຫ້ ບໍລິສັດ ອາກຣີລາວ ຈໍາກັດ ໃນມູນຄ່າ 40.000 ໂດລາສະຫະລັດ.

DSC08187

     ໂດຍກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ສະໜອງເຮືອນຮົ່ມໃຫ້ ບໍລິສັດອາກຣີລາວ ຈໍາກັດ ຂະໜາດ  6x3x24 ແມັດ ຈໍານວນ 11 ຫຼັງໃຫ້ເປັນສູນຮຽນຮູ້ ຫຼື ສູນສາທິດໂດຍສະເພາະນັກຮຽນ, ນັກສຶກສາ ແລະ ບັນດາຜູ້ປະກອບກິດຈະການກະສິກຳຂະໜາດຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ ພ້ອມທັງຜູ້ສົນໃຈຕ່າງໆ; ເພື່ອເປັນບ່ອນຮຽນຮູ້, ແລກປ່ຽນບົດຮຽນ ລົງມືເຮັດພາກປະຕິບັດຢູ່ໃນສູນດັ່ງກ່າວນີ້. ການສ້າງສວນສາທິດນີ້ເພື່ອເປັນຕົວແບບກ່ຽວກັບ ການສາທິດການຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ຜະລິດກະສິກໍາ ໃຫ້ມີການປັບປຸງຜະລິດຕະພາບ ແລະ ຄຸນນະພາບສິນຄ້າກະສິກຳໃຫ້ໄດ້ມາດຕະຖານ, ກາຍເປັນຕົວແບບການຜະລິດທີ່ສະອາດ ແລະ ປອດໄພ.

DSC08131

    ໃນການມອບ-ຮັບເຮືອນຮົ່ມໃນຄັ້ງນີ້ ຕາງໜ້າໃຫ້ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທັງເປັນຜູ້ຕາງໜ້າອົງການຜະລິດຕະພາບແຫ່ງອາຊີ ມອບໂດຍ ທ່ານ ປອ. ບຸນເພັງ ສີບຸນເຮືອງ ຫົວໜ້າກົມ ແລະ ຕາງໜ້າບໍລິສັດອາກຣີລາວ ຈຳກັດ ຮັບໂດຍ ທ່ານ ບຸນເລີດ ຫຼວງປະເສີດ, ຜູ້ອຳນວຍການ ໃນພິທີມອບຮັບໃນຄັ້ງນີ້ ໄດ້ຮັບກຽດເປັນສັກຂີພະຍານໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.  ນອກຈາກນີ້ກໍ່ຍັງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພະຍານເປັນຈຳນວນຫຼວງຫຼາຍ.

DSC08399

7a454f5e-b07b-4d73-8bf6-9c5e2470cc0f Small

ແຫລ່ງຂ່າວ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຮຽບຮຽງໂດຍ: ນ ຖື ແຫວນສົງສົດ ສຸນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ