ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ
By admin On 29 Aug, 2022 At 04:36 PM | Categorized As ຂ່າວສຳຄັນ | With 0 Comments

     WhatsApp Image 2022-08-29 at 4.35.34 PM

        ໃນຕອນເຊົ້າເວລາ 10:00 ໂມງ ຂອງວັນທີ 26 ສິງຫາ 2022, ທ່ານ ມະ​ໄລ​ທອງ ກົມມະ​ສິດ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມດ້ວຍກົມກ່ຽວຂ້ອງພາຍໃນກະຊວງ ອຄ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນ. ລຽວ ຊິວ ລິນ  (H.E Ms Leow Siu Lin) ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ທີ່ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.

        ທ່ານ ນ. ລຽວ ຊິວ ລິນ  (H.E Ms Leow Siu Lin) ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຊົມເຊີຍ ເນື່ອງໃນໂອກາດທີ່ໄດ້ດໍາລົງຕໍາແໜ່ງລັດຖະມົນຕີ ກະຊວງອຸດສາກໍາ ແລະ ການຄ້າ ຄົນໃໝ່, ທ່ານຍັງໄດ້ລາຍງານຜົນສໍາເລັດຂອງການຮ່ວມມືການຄ້າສອງຝ່າຍ ລາວ-ສິງກະໂປ ຕະຫລອດໄລຍະເກືອບ 5 ທົດສະວັດແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃນຊຸມປີຜ່ານມາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ເຫັນໄດ້ຈາກ ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງໃນລະດັບຕ່າງ ໆເພື່ອເປັນການຮັດແໜ້ນສາຍພົວພັນທີ່ດີງາມ ແລະ ເສີມຂະຫຍາຍການຮ່ວມມືໃຫ້ກວ້າງຂວາງຍິ່ງຂຶ້ນໃນຫຼາຍຂົງເຂດ,​ ທ່ານ ນ. ລຽວ ຊິວ ລິນ  (H.E Ms Leow Siu Lin) ຍັງໄດ້ກ່າວສະແດງຄວາມຍິນດີຊົມເຊີຍ ທີ່ມີແຜນຈະເດີນທາງໄປຢ້ຽມຢາມ ຂອງທ່ານ ຮອງນາຍົກ, ລັດຖະມົນຕີກະຊວງການຕ່າງປະເທດ ທີ່ ປະເທດສິງກະໂປ ໃນໄວໄວນີ້ ເຊິ່ງຈະມີການຈັດກອງປະຊຸມພົບປະທຸລະກິດ ລາວ-ສິງກະໂປ (Business roundtable) ເຫັນໄດ້ວ່າເປັນຈຸດໝາຍອັນດີງາມ ໃນການສ້າງພົວພັນ ລະຫວ່າງລາວ-ສິງກະໂປ ໃນແງ່ການຮ່ວມມື ດ້ານຕ່າງໆ ເຊັ່ນ: ການຄ້າ, ການລົງທຶນ ແລະ ອື່ນໆ.

ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍັງໄດ້ແລກປ່ຽນບາງທັດສະນະ ກັບຄະນະທູດໃນຄັ້ງນິ້ຄື: ສຳລັບໃນຂົງເຂດການສົ່ງເສີມ ວຽກງານອຸດສາຫະກຳ ແລະ ການຄ້າ ປະກອບມີ 2 ຂົງເຂດໃຫຍ່ ຄື 1. ຂົງເຂດດ້ານພະລັງງານ ເຊິ່ງເຫັນໄດ້ວ່າການລົງທຶນ ເຂື່ອນໄຟຟ້າ 2. ຂົງເຂດທຳມະຊາດປະກອບມີ ໄມ້, ແຮ່ທາດ ທີ່ເຮັດໃຫ້ ສປປ ລາວ ເຮົາມີການຂະຫຍາຍຕົວ. ທ່ານຍັງໄດ້ເວົ້້າຕື່ມອີກວ່າ: ກະຊວງ ອຄ ຈະເລັ່ງໃສ່ແກ້ໄຂ ຂໍ້ຫຍຸ້ງຫຍາກດ້ານເສດຖະກິດ  ເປັນຕົ້ນດ້ານລາຄາສິນຄ້າ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ຊຶ່ງຈະຕ້ອງໄດ້ສຸ່ມໃສ່ ສຳລັບຂົງເຂດອຸດສາຫະກຳ ໂດຍຕ້ອງໄດ້ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ທີ່ສປປ ລາວ ມີທ່າແຮງ ໂດຍສະເພາະອຸດສາຫະກຳປຸງແຕ່ງ ຈາກພຶດກະສິກຳ ຫຼື ຜະລິດຕະພັນຈາກພຶດກະສິກຳ ແລະ ອຸດສາຫະກຳປຸງແຕ່ງແຮ່ທາດທີ່ ມີທ່າແຮງບົົ່ມຊ້ອນ.

ສຳລັບການຮ່ວມມືຕໍ່ໜ້າ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີນຳ ທູດສິງກະໂປ ປະຈໍາ ສປປ ລາວ ຊ່ວຍພິຈາລະນາສ້າງເງື່ອນໄຂໃຫ້ແກ່ພະນັກງານກະຊວງ ອຄ ອັນທີ 1: ເຂົ້າຮ່ວມການຝຶກອົບຮົມ ໃນຫົວຂໍ້ຕ່າງໆ ທັງໄລຍະສັ້ນ ແລະ ໄລຍະຍາວ ຂົງເຂດທີ 2: ການແລກປ່ຽນບົດຮຽນ ປະສົບປະການ ເຂົ້າໃສ່ວຽກງານຕ່າງໆ ເຊີ່ງເປັນບົດບາດຂອງກະຊວງ ອຄ ແຫ່ງ ສປປ ລາວ, ອີງໃສ່ບົດຮຽນ ຂອງປະເທດສິງກະໂປ ທີ່ທາງ ສປປ ລາວ ເຮົາ ຕ້ອງໄດ້ແລກປ່ຽນ ອາດຈະເວົ້້າລວມເຖິງ ການອຳນວຍຄວາມສະດວກທາງດ້ານການລົງທຶນ, ການຜະລິດ, ທາງດ້ານການຄ້າ ແລະ ການຄຸ້ມຄອງການບໍລິຫານພາກລັດ ໃຫ້ມີປະສິດພາບ ແລະ ປະສິດທິຜົນ. ເຊິ່ງການແລກປ່ຽນນີ້ ກໍ່ມີໃນຫຼາຍໆຮູບການ ໂດຍອີງໃສ່ຄວາມສະດວກໃນຕົວຈິງ: 1. ການໄປເຄື່ອນໄຫວຢ້ຽມຢາມຂອງກົມກ່ຽວຂ້ອງ ກັບ ສິງກະໂປ ໂດຍເບີ່ງບົດຮຽນຕົວຈິງ, 2. ການປະຊຸມທາງໄກ ຫຼື ຈັດສຳມະນາ ແລະ 3. ອາດຈະມີຊ່ຽວຊານຈາກ ສິງກະໂປ ມາຈັດຝຶກອົບຮົມ ຫຼື ສຳມະນາ ຢູ່ທີ່ ສປປ ລາວ, ຂົງເຂດທີ 3: ແມ່ນຊຸກຍູ້ສົ່ງເສີມການລົງທຶນ ແລະ ການຄ້າ ສຳລັບສອງປະເທດ ລາວ-ສິງກະໂປ ໃຫ້ຫຼາຍຂຶ້ນ.

WhatsApp Image 2022-08-29 at 4.35.35 PM

ດ້ານການຄ້າ : ໂດຍອີງຕາມ (ແຫຼ່ງຂໍ້ມູນຈາກ ສູນສະຖະຕິ ແລະ ຂໍ້ມູນຂ່າວສານ, ກົມ ຜຮ, ກະຊວງ ອຄ)

ໃນ 7 ເດືອນ ຕົ້ນປີ 2022: ມູນຄ່າການຄ້າລະຫວ່າງ ລາວ ແລະ ສິງກະໂປ ສາມາດປະຕິບັດໄດ້ 140.4 ລ້ານໂດລາສະຫາລັດ. ໃນນັ້ນ, ມູນຄ່າການນໍາເຂົ້້າປະຕິບັດໄດ້ 44.2 ລ້ານໂດລາສະຫາລັດ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 96.2 ລ້ານໂດລາສະຫາລັດ
- ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າຈາກ  ສິງກະໂປ ໃນ 7 ເດືອນ ຕົ້ນປີ 2022 ປະກອບມີ: ນ້ຳມັນກາຊວນ; ຢາ​ສູ​ບ ແລະ ຜະ​ລິດ​ຕະ​ພັນ​ຢາ​ສູບ; ນໍ້າຫອມ, ເຄື່ອງສຳອາງ; ກາກ ແລະ ສິ່ງ​ເສດ​ເຫຼືອ​ຈາກ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ອາ​ຫານ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ຊາສຳເລັດຮູບ; ນ້ຳມັນດິບ, ນ້ຳມັນໜຽວ, ນ້ຳມັນເຄື່ອງ ແລະ ກາແລັດ; ເສັ້ນໄຍສັງເຄາະ; ນ້ຳ​ມັນ​ແອັດ​ຊັງ, ແອັດ​ຊັງ​ພິ​ເສດ ແລະ ສິນຄ້າອື່ນໆ

- ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປ ສິງກະໂປ ໃນ 7 ເດືອນ ຕົ້ນປີ 2022 ປະກອບມີ: ແກ້ວ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ແກ້ວ;ຄຳ​ປະ​ສົມ, ຄຳ​ແທ່ງ; ເຫຼົ້າ, ເບຍ, ວາຍ; ຢາ​ສູບ; ເຄື່ອງ​ໃຊ້​ໄຟ​ຟ້າ ແລະ ອຸ​ປະ​ກອນ​ເຄື່ອງ​ໃຊ້​ໄຟ​ຟ້າ; ເກີບ; ເຄື່ອງ​ນຸ່ງ​ຫົ່ມ; ອຸ​ປະ​ກອນ​ກົນ​ຈັກ ແລະ ສ່ວນ​ປະ​ກອບ; ເຄື່ອງ​ມື ແລະ ອຸ​ປະ​ກອນ​ທັດ​ສະ​ນະ​ສາດ; ເມັດ​ພືດ, ໝາກ​ໄມ້​ທີ່​ມີນ້ຳ​ມັ​ນ, ເຟືອງ ແລະ ຫຍ້າ ​ໄມ້​ອັດ; ຜະ​ລິດ​ຕະ​ພັນ​ດິນ​ເຜົາ; ໄມ້​ແປ​ຮູບ, ເຄິ່ງ​ສຳ​ເລັດ​ຮູບ ແລະ ​ສຳ​ເລັດ​ຮູບ ແລະ ສິນຄ້າອື່ນໆ.

ດ້ານການລົງທຶນ : (ແຫຼ່ງຂໍ້ມູນຈາກ ກົມ ທຄວ ກະຊວງ ອຄ)

 ເລີ່ມແຕ່ປີ 2008 ມາຮອດປັດຈຸບັນ ມູນຄ່າການລົງທຶນຂອງ ສິງກະໂປ ໃນ ສປປ ລາວ (ສະເພາະໃນຂະແໜງກິດຈະການທົ່ວໄປບໍ່ກວມເອົາໃນຂົງເຂດການສໍາປະທານ ແລະ ເຂດເສດຖະກິດພິເສດ) ມີທັງໝົດ 87 ຫົວໜ່ວຍວິສາຫະກິດ ແລະ ມີມູນຄ່າລົງທຶນລວມທັງໝົດ 1.099,4 ຕື້ກີບ. ໃນນັ້ນ, ຂະແໜງການທີ່ ສິງກະໂປ ລົງທຶນໃນ ສປປ ລາວ ມີມູນຄ່າສູງສຸດປະກອບດ້ວຍ: ການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສ້ອມແປງລົດຍົນ ແລະ ລົດຈັກ; ການກໍ່ສ້າງ; ການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການ ອາຫານ; ການເຄື່ອນໄຫວ ບໍລິການ ສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ; ກະສິກຳ, ປ່າໄມ້ ແລະ ການປະມົງ; ແລະ ຂະແໜງ ການອື່ນໆ.

ຂ່າວ ແລະ ພາບ: ນາງ ເພັດປະກາຍ ສີສົມບູນ

About -