ເອກອັກຄະລັດຖະທູດ ສາທາລະນະລັດປະຊາທິປະໄຕ ຕີມໍເລສະເຕ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ
By admin On 29 Aug, 2022 At 11:02 AM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_0287

       ໃນຕອນບ່າຍເວລາ 8:30 ໂມງ ຂອງວັນທີ 26 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ມາເຣຍ ເຣນາຕ້າ ຄາດັສ ເດ ເຈຊູສ (Ms. Maria Renata Caldas de Jesus) ເອກອັກຄະລັດຖະທູດ  ສາທາລະນະລັດປະຊາທິປະໄຕ ຕີມໍເລສະເຕ ປະຈຳ ສປປ ລາວ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະທັງສອງຝ່າຍມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ.

       ທ່ານນາງ ມາເຣຍ ເຣນາຕ້າ ຄາດັສ ເດ ເຈຊູສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັກ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍເລສະເຕ ປະຈຳ ສປປ ລາວ ສະແດງຄວາມຍິນດີ ຕໍ່ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ຮັບຕຳແໜ່ງ ເປັນລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ໃໝ່ ແລະ ໄດ້ປຶກສາຫາລືກ່ຽວກັບການສົ່ງເສີມ ແລະ ເພີ້ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດປະຊາທິປະໄຕ ຕີມໍເລສະເຕ ລວມທັງ ປຶກສາກ່ຽວກັບການປັບປຸງບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ທີ່ໄດ້ລົງນາມລະຫວ່າງສອງລັດຖະບານໃນປີ 2013.ຜ່ານມາ ຕີມໍ ເຄີຍມີຄວາມພະຍາຍາມ ນຳເຂົ້າເຂົ້າສານຈາກລາວ ຊຶ່ງກໍບໍພຽງພໍ ສ່ວນໃຫຍ່ແມ່ນນຳເຂົ້າຈາກ ສສ ຫວຽດນາມ

      ໂອກາດດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ເດີນທາງມາພົບປະຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນນິມິດໝາຍອັນດີ ເພື່ອປຶກສາຫາລື ໃນການຊອກຫາໂອກາດສົ່ງເສີມ ແລະ ຂະຫຍາຍການຮ່ວມມືທາງດ້ານອຸດສາຫະກຳ ແລະ ການຄ້າ ໃນຕໍ່ໜ້າ ແລະ ປຶກສາຫາລືກ່ຽວກັບການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍເລສະເຕ ລວມທັງການປັບປຸງບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ທີ່ໄດ້ລົງນາມລະຫວ່າງສອງລັດຖະບານ ໃນໄລຍະຜ່ານມາ. ສຳລັບ ການຮ່ວມມືທາງດ້ານເສດຖະກິດຂອງສອງປະເທດ ສ່ວນໃຫຍ່ແມ່ນຮ່ວມມືພາຍໃຕ້ຂອບອາຊຽນ ເນື່ອງຈາກຕີມໍເລສເຕ ແມ່ນເປັນປະເທດຜູ້ສັງເກດການຂອງ ອາຊຽນ, ນອກນັ້ນ ລາວ ແລະ ຕີມໍເລສເຕ ກໍໄດ້ມີການຮ່ວມມື ພາຍໃຕ້ 8 ຂອບເຂດການຮ່ວມມືທີ່ກຳນົດໄວ້ໃນ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານເສດຖະ ກິດ, ການຄ້າ ແລະ ເຕັກນິກ ສະບັບປີ 2013. ທ່ານ ກ່າວຕື່ມວ່າ ການຮ່ວມມື ລາວ-ຕີມໍ ໄດ້ມີພື້ນຖານແຂງແຮງ ຈາກບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ສາມາດນຳມາຖອດຖອນບົດຮຽນ ແລະ ຊຸກຍູ້ສົ່ງເສີມ ແລະ ຍິນດີເພີ່ມ ການຮ່ວມມືດ້ານກະສີກຳ ອຸດສາຫະກຳປຸງແຕ່ງ ແລະ ການທ່ອງທ່ຽວ. ໃນຕໍ່ໜ້າ ເນື່ອງຈາກໄລຍະທາງຂົນສົ່ງໄປກັນ ມີຕົ້ນທຶນການຂົນສົ່ງທີ່ສູງ ຊຶ່ງຈະໄດ້ຄຳນຶ່ງເຖິງສິນຄ້າທີ່ມີມູນຄ່າສູງ ໃນອະນາຄົດອາດຈະສາມາດແລກປ່ຽນ ອຸດສາຫະປຸງແຕ່ງ ກະສີກຳແມ່ນ ທ່າແຮງ ທ່ອງທ່ຽວ ກໍ່ແມ່ນທ່າແຮງຫນຶ່ງ ຊຶ່ງປະຊາຊົນ ກໍອາດຈະມີຄວາມສົນໃຈ ຢາກໄປທ່ຽວ ໂດຍອີງຕາມພູມສັນຖານ ແລະ ການຊຸກຍູ້ ສົ່ງເສິມ ຄວນໃຫ້ພາກທຸລະກິດມີສ່ວນຮ່ວມຕື່ມໃນການປະຕິບັດຕົວຈິງ ມີໂອກາດໄປຢ້ຽມຢາມ ພາກທຸລະກິດຕື່ມ.

ຂ່າວ ແລະ ພາບ: ທິລາວັນ

About -