ທ່ານ ໂດ໊ ຖັງ ຫາຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ
By admin On 25 Aug, 2022 At 02:49 PM | Categorized As ຂ່າວສຳຄັນ | With 0 Comments

IMG_0341 1

        ໃນຕອນບ່າຍເວລາ 16:00 ໂມງ ຂອງວັນທີ 24 ສິງຫາ 2022, ທ່ານ ມະ​ໄລ​ທອງ ກົມມະ​ສິດ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂດ໊ ຖັງ ຫາຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ  ທີ່ຫ້ອງ​ຮັບ​ແຂກ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມດ້ວຍຄະນະທັງສອງຝ່າຍມີຜູ້ເຂົ້າຮ່ວມທັງໝົດ 19 ທ່ານ.

ຊຶ່ງທ່ານ ໂດ໊ ຖັງ ຫາຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ພ້ອມສະແດງຄວາມຍິນດີຊົມເຊີຍເນື່ອງໃນໂອກາດທີ່ໄດ້ດໍາລົງຕໍາແໜ່ງລັດຖະມົນຕີ ກະຊວງອຸດສາກໍາ ແລະ ການຄ້າ ຄົນໃໝ່, ທ່ານຍັງໄດ້ລາຍງານຜົນສໍາເລັດຂອງການຮ່ວມມືການຄ້າສອງຝ່າຍລາວ-ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງມູນຄ່າການຄ້າບັນລຸໄດ້ 1,3 ຕື້ກວ່າ ໂດລາ ສະຫະລັດອາເມລິກາ ແລະ ທ່ານຍັງໄດ້ປຶກສາຫາລື, ແລກປ່ຽນກ່ຽວກັບ ງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2022 ແລະ ກອງປະຊຸມພົບປະທຸລະກິດລາວ-ຫວຽດນາມ ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 25-29 ສິງຫາ 2022 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).

ທ່ານ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໄດ້ຕີລາຄາສູງຕໍ່ການຮ່ວມມືແບບພິເສດ ແລະ ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມພົບປະຂອງທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ. ເນື່ອງໃນໂອກາດທົ່ວພັກ-ລັດ ສອງປະເທດ ພ້ອມກັນສະເຫຼີມສະຫຼອງ ສອງວັນປະຫວັດສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977 ຫາ 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 ຫາ 5/9/2022). ທ່ານລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືການຄ້າ ຂອງສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຫວຽດນາມ ເຊັ່ນ: ສໍາເລັດການຈັດກອງປະຊຸມຮ່ວມມືພັດທະນາການຄ້າຊາຍແດນລາວ-ຫວຽດນາມ ຄັ້ງທີ 12 ໃນເດືອນເມສາ 2022 ທີ່ນະຄອນຫຼວງວຽງຈັນ, ສໍາເລັດງານວາງສະແດງສິນຄ້າຊາຍແດນ 4 ແຂວງພາກໃຕ້. ສໍາລັບດ້ານການຄ້າສອງຝ່າຍ ໃນໄລຍະຜ່ານມາແມ່ນປະຕິບັດໄດ້ 1,3 ຕື້ກວ່າໂດລາສະຫະລັດອາເມລິກາ ແລະ ໄດ້ຊຸກຍູ້ສົ່ງເສີມມູນການຄ້າ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າເປັນ 2 ຕື້ໂດລາສະຫະລັດອາເມລິດກາ.

ເພື່ອເປັນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງສອງປະເທດໃຫ້ຫຼາຍຂື້ນ; ສອງຝ່າຍໄດ້ປຶກສາຫາລືເຖິງຄວາມເປັນໄປໄດ້ກ່ຽວກັບການກໍານົດວັນເວລາ ກ່ຽວກັບແຜນການຈັດກອງປະຊຸມແຜນການຮ່ວມມື ລະຫວ່າງ 03 ກະຊວງ ຢູ່ທີ່ ສສ ຫວຽດນາມ ໃນທ້າຍປີ 2022 ແລະ ການເຊັນສັນຍາການຄ້າ ສອງຝ່າຍ ລາວ-ຫວຽດນາມ ສະບັບປັບປຸງ. ທ່ານລັດຖະມົນກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊົມເຊີຍການນໍາຂັ້ນສູງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ທີ່ມີຄວາມພະຍາຍາມນໍາພາກລັດ ແລະ ເອກະຊົນ ຈັດງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2022 ແລະ ກອງປະຊຸມພົບປະທຸລະກິດລາວ-ຫວຽດນາມ ຊື່ງມີຫຼາຍກວ່ 120 ທູລະກິດເຂົ້າຮ່ວມ ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 25-29 ສິງຫາ 2022 ທີ່ສູນການຄ້າລາວ-ໄອເຕັກ.

ຂ່າວ ແລະ ພາບ: ໄພວັນ ໂຄດວັນທາ

About -