ທ່ານ ລັດຖະມົນຕີ ລົງຢ້ຽມຢາມພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈຳກັດ

IMG_0020

        ໃນຕອນບ່າຍຂອງ ວັນທີ 23 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ. ການພົບປະ ແລະ ເຮັດວຽກ ຄັ້ງນີ້ ປະກອບມີຜູ້ເຂົ້າຮ່ວມ ຄື: ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ,  ແລະ ບັນດາວິຊາ ຂອງບັນດາຂະແໜງການ ອ້ອມຂ້າງພະແນກອຸດສາຫະກຳ ການຄ້າ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ.

     ຊຶ່ງການມາຢ້ຽມຢາມ ແລະ ເຮັດວຽກນຳພະແນກ ອຄ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ທ່ານ ລັດຖະມົນຕີ ກ່າວວ່າ ເປັນການມາຢ້ຽມຢາມ ແລກປ່ຽນ ຮຽນຮູ້ ແລະ ຮັບຟັງ ຄຳຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ຈາກ ຫ້ອງການການຄ້າເມືອງ, ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ຮັບຟັງການສະຫລຸບລາຍງານ ການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆ  ການພະແນກ ອຸດສາຫະກຳ ແລະ ການຄ້າ ພ້ອມທັງຮັບຟັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄຳສະເໜີຕ່າງໆ ທີ່ເຫັນວ່າເປັນບັນຫາພົ້ນເດັ່ນໃນປັດຈຸບັນ. ພ້ອມກັນນັ້ນ ທ່ານ ລັດຖະມົນຕີ ກໍ່ໄດ້ນຳພາຄະນະ ໄປຢ້ຽມຢາມ ຕະຫຼາດລາວ ຮັບຟັງ ການລາຍງານໂດຍສັງເຂບ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ.

IMG_0013

IMG_0227

IMG_0162

IMG_0195

ຂ່າວ ແລະ ພາບ: ທິລາວັນ

About -