ທ່ານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 23 Aug, 2022 At 12:51 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-08-23 at 10.17.34 AM-A

ໃນຕອນ​ເຊົ້າເວລາ 11:00 ໂມງ ຂອງວັນທີ 22 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ສປປ ​ເກົາຫລີ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່ ​ແລະ ປຶກສາຫາລືເພື່ອ​ຊອກ​ຫາ​ໂອ ກາດ​ໃນ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ເສດ ຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ ພາຍ​ຫລັງການລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ​ໂດຍ​ສະ​ເພາະ​ສິນຄ້າ​ກະສິກຳ ​ເຊັ່ນ: ຫມາກ​ໄມ້, ຢາງພາລາ ​ແລະ ສິນຄ້າ​ປະ​ເພດ​ເຄື່ອງ​ເຟີ​ນີ​ເຈີ. ນອກ​ນັ້ນ ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສືບ​ຕໍ່ ​ຈັດ​ກອງ​ປະຊຸມຄະນະກຳມາ​ທິການຮ່ວມ​ມືເສດຖະກິດ​ການ​ຄ້າ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (JC) ຄັ້ງ​ທີ 4 ​ເຊິ່ງ ສປປ ​ເກົາຫລີ ​ຈະ​ເປັນ​ເຈົ້າພາບ ​​ເຊິ່ງ​ເປັນກຽດເຂົ້າຮ່ວມຂອງ​ບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ.

          ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ສະ ແດງຄວາມຂອບ​ໃຈ​ມາ​ຍັງ​ ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ສປປ ​ເກົາຫລີ ປະຈໍາ ສປປ ລາວ ທີ່​ໄດ້​ໃຫ້ ການ​ສະໜັບສະໜູນ ​ແລະ ສົ່ງ​ເສີມ ວຽກ​ງານອຸດສາຫະກຳ ​ແລະ ການ​ຄ້າ ພ້ອທັງ​ຝາກ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ໄປ​ຍັງ ທ່ານ​ລັດຖະມົນຕີ​ເສດຖະກິດ​ຕ່າງປະ​ເທດ, ຊຶ່ງໃນ 7 ເດືອນ ຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ສປປ ​ເກົາຫລີ ບັນລຸໄດ້ 28.467 ໂດ​ລາ​ສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າບັນລຸໄດ້ 21.667 ໂດ​ລາ​ສະຫະລັດ ແລະ ມູນຄ່າການສົ່ງອອກບັນລຸໄດ້ 6.800 ໂດ​ລາ​ສະຫະລັດ.

-       ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າຈາກ  ສປປ ເກົາຫລີ ໃນ 7 ເດືອນ ຕົ້ນປີ 2022 ປະກອບມີ: ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ);ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ແລະ ສິນຄ້າອື່ນໆ.

-       ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປ ສປປ ເກົາຫລີ ໃນ 7 ເດືອນ ຕົ້ນປີ 2022 ປະກອບມີ: ​ ຖ່າ​ານດຳ, ຖ່ານ​ຂາວ ແລະ ສິນຄ້າອື່ນໆ.

          ການລົງທຶນທົ່ວ​ໄປ ​ເລີ່ມແຕ່ປີ 2008 ມາຮອດປັດຈຸບັນ ການລົງທຶນ ຂອງ ສປປ ເກົາຫລີ ໃນ ສປປ ລາວ ມີພຽງແຕ່ 1 ຫົວໜ່ວຍວິສາຫະກິດ ແລະ ມີມູນຄ່າລົງທຶນພຽງ 800 ລ້ານກີບ ໂດຍລົງທຶນໃນຂະແໜງການບໍລິການດ ແລະ ຄູ້ມຄອງບໍລິຫານ.

        ໃນຕອນທ້າຍ  ທ່ານ ທ່ານ ລີ ຢົງ ຊົນ, ເອກອັກຄະລັດຖະທູດ ສປປ ​ເກົາຫລີ ປະຈໍາ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ມາຮັບຕໍາແໜ່ງໜ້າທີ່ໃໝ່ ແລະ ​ເຊື່ອ​ໝັ້ນ​ວ່າ ໃນຕໍ່ໜ້າຈະ​ເຮັດໃຫ້ການຮ່ວມມືທາງ​ດ້ານ​ເສດຖະກິ​ການ​ຄ້າ ​ແລະ ອຸດສາຫະ ກຳ ລະຫວ່າງ ສປປ ລາວ – ສປປ ​ເກົາຫລີ  ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວເພີ່ມ​ຂື້ນ  ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ຂ່າວ: ວັນນະໄຊ ສຸກຂະເສີມ
ພາບ: ກອງເລຂາ

About -