ຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ (JETRO) ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ
By admin On 18 Aug, 2022 At 07:36 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-08-18 at 5.20.52 PM

           ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 18 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Yasushi KIKUCHI, ຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ  ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ ແລະ ໃນໂອກາດທີ່ ທ່ານ ໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານ.

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ Yasushi KIKUCHI, ຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ  ປະຈໍາ ສປປ ລາວ ທີ່ໂອກາດພົບປະໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ເພື່ອສົນທະນາປຶກສາຫາລືກ່ຽວກັບວຽກງານການຮ່ວມມືເພື່ອແລກປ່ຽນ ບັນດາວຽກທີ່ຕິດພັນລະຫວ່າງການຄ້າຂອງ ລາວ-ຢີ່ປຸ່ນ ສໍາລັບອົງການ (JETRO) ເວົ້າລວມເວົ້ົ້າສະເພາະການຄ້າປະຕິບັດພາຍໃຕ້ຂອບການຮ່ວມມື ແລະ  ຊ່ວຍເຫຼືອ ຂອງຢີ່ປຸ່ນ ໃຫ້ແກ່ລາວ ການ​ພົວພັນ​ການ​ຄ້າ ລະຫວ່າງ ລາວ​-ຢີ່ປຸ່ນ ດ້ານການຄ້າ ໃນ 7 ເດືອນຕົ້ນປີ 2022 ທີ່ມີມູນຄ່າສາມາດປະຕິບັດໄດ້ 170.7 ລ້ານໂດລາສະຫາລັດ. ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້  89.7 ລ້ານໂດລາສະຫາລັດ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 81.0 ລ້ານໂດລາສະຫາລັດ.

-  ສິນຄ້າລາວນໍາເຂົ້າມີ: ພະຫະນະ, ລົດຈັກ, ລົດໃຫຍ່, ລົດໄຖນາ, ຊິ້ນສວນອາໄຫຼ່ລົດ, ເຄື່ອງໄຟຟ້າ, ອຸປະກອນໄຟຟ້າ, ຜະລິດຕະພັນທາງເຄມີ ແລະ ສິນຄ້າອື່ນໆ.

-  ສິນຄ້າການສົ່ງອອກມີ: ເຄມີ ແລະ ສານປະກອບອະນິນຊີ, ເກີບ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ນໍ້າຫອມ, ເຄື່ອງສໍາອາງ, ກາເຟບໍ່ທັນໄດ້ປຸ່ງແຕ່ງ ແລະ ອື່ນໆ.

       ທ່ານ Yasushi  KIKUCHI,  ຜູ້ຕາງໜ້າຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ  ປະຈໍາ ສປປ ລາວ ໄດ້ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ລາວ-ຢີ່ປຸ່ນ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ສອງປະເທດ.

ຂ່າວ ແລະ ພາບ: ໄພຄຳອີ ວິໄລຄຳ

About -