ເອກອັກຄະລັດຖະທູດຜູ້ມີອໍານາດເຕັ້ມແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By admin On 18 Aug, 2022 At 09:04 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-08-18 at 5.20.51 PM

              ໃນຕອນ​ເຊົ້າເວລາ 10:30 ໂມງ ຂອງວັນທີ 18 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Santi  Lattanabouanvone, ເອກອັກຄະລັດຖະທູດ ອົດສາຕຣາລີ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ ລາວ ແລະ ເນື່ອງໃນໂອກາດທີ່ທ່ານ ໄດ້ຮັບການແຕ່ງຕັ້ງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 10 ທ່ານ.

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ Santi  Lattanabouanvone, ເອກອັກຄະລັດຖະທູດ ອົດສາຕຣະລີ ປະຈໍາ ສປປ ລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາປຶກສາຫາລືກ່ຽວກັບວຽກງານການຮ່ວມມືເພື່ອແລກປ່ຽນ ບັນດາວຽກທີ່ຕິດພັນລະຫວ່າງການຄ້າຂອງ ລາວ-ອົດສາຕຣະລີ ເວົ້າລວມເວົ້ົ້າສະເພາະການຄ້າປະຕິບັດພາຍໃຕ້ຂອບການຮ່ວມມື ແລະ  ຊ່ວຍເຫຼືອ ຂອງອົດສາຕຣະລີ ໃຫ້ແກ່ລາວ ການ​ພົວພັນ​ການ​ຄ້າ ລະຫວ່າງ ລາວ ​ແລະ ອົດສະຕຣາລີ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຕາມຂອບສັນສັນຍາການຄ້າເສລີ ລະຫວ່າງອາຊຽນ ແລະ ອົດສະຕຣາລີ-ນິວຊີແລນ (ASEAN-Australia-New Zealand Free Trade Agreement) ແລະ  ສິດທິພິເສດທາງການຄ້າ ທີ່ ອົດສະຕາລີ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ (GSP), ຊຶ່ງໃນ 7 ເດືອນ ຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ອົດສະຕາລີ ບັນລຸໄດ້ 268.3 ລ້ານໂດ​ລາ​ສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າບັນລຸໄດ້ 36.4 ລ້ານໂດ​ລາ​ສະຫະລັດ ແລະ ມູນຄ່າການສົ່ງອອກບັນລຸໄດ້ 231.8 ລ້ານໂດ​ລາ​ສະຫະລັດ.

ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າ ຈາກ ອົດສະຕຣາລີ ໃນ 7 ເດືອນຕົ້ນປີ 2022 ປະກອບມີ: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະ​ລິດ​ຕະ​ພັນ​ທາງ​ເຄ​ມີ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ແຮ່, ຂີ້​ໂລ​ຫະ ແລະ ຂີ້​ເຖົ່າ​ອື່ນໆ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…)

-    ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກ ອົດສະຕຣາລີ ໃນ 7 ເດືອນຕົ້ນປີ 2022 ປະກອບມີ: ​ຄຳ​ປະ​ສົມ, ຄຳ​ແທ່ງ, ໄມ້​ອັດ, ເຄື່ອງ​ນຸ່ງ​ຫົ່ມ, ເກີບ, ໄຂ່​ມຸກ, ແກ້ວ​ປະ​ເສີດ, ເຂົ້າ, ເຄື່ອງ​ຫຼີ້ນ​ກິ​ລາ

-    ດ້ານການລົງທຶນ ນັບແຕ່ປີ 2008 ຮອດປັດຈຸບັນ ເຫັນວ່າການລົງທຶນຂອງ ອົດສະຕຣາລີ ໃນ ສປປ ລາວ (ໃນສະເພາະຂະແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 96 ຫົວ  ໜ່ວຍ ແລະ ມີມູນຄ່າການລົງທຶນ 4.277,77 ລ້ານໂດລາສະຫາລັດ, ກວມເອົາ 4.6% ຂອງມູນຄ່າການລົງທຶນທັງໝົດໃນ ສປປ ລາວ ແລະ ຈັດເປັນຕ່າງປະເທດທີ່ມີມູນຄ່າການລົງທຶນ ໃນ ສປປ ລາວ ຫຼາຍສຸດເປັນອັນດັບທີ່ 2 ຮອງຈາກ ສປ ຈີນ. ຂະແໜງການທີ່ມີການລົງທຶນຫຼາຍສຸດແມ່ນ ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ ມີມູນຄ່າ 4.002,58 ລ້ານໂດລາສະຫາລັດ ຫຼື ກວມເອົາ 93.6% ຂອງມູນຄ່າການລົງທຶນໃນທຸກຂະແໜງການ, ຮອງລົງມາແມ່ນ ຂະແໜງການກໍ່ສ້າງ ມູນຄ່າ 122,06 ລ້ານໂດລາສະຫາລັດ ກວມເອົາ 2.9% ແລະ ຂະແໜງອຸດສາຫະກໍາບໍ່ແຮ່ ແລະ ການຂຸດຄົ້ນ ມູນຄ່າ 57,65 ລ້ານໂດລາສະຫາລັດ ກວມເອົາ 1.3%. ໃນນັ້ນ, ການຜະລິດອຸດສາຫະກຳປຸງແຕ່ງ ປະກອບມີ: ອຸດສາຫະກຳຕັດຫຍິິບເສື້ອຜ້າ, ເສື້ອກັນໜາວ, ເສື້ອກັນລົມ, ເກີບໜັງ ແລະ ອື່ນໆ  ໃນການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນຫຼາຍດ້ານເພື່ອຊອກຫາທາງອອກໃນອະນາຄົດໃຫ້ໄດ້ປັບປຸງວຽກງານການຮ່ວມມືຂອງສອງຝ່າຍດີຂຶ້ນກວ່າເກົ່າໃນຕໍ່ໜ້າພ້ອມດຽວກັນນີ້ ທ່ານ ລັດຖະມົນຕີ ຍັງສະເໜີໃຫ້ຝ່າຍເອກອັກຄະລັດຖະທູດ ອົດສາຕຣາລີ ດຶງດູດນັກທຸລະກິດຈາກອົດສາຕຣາລີ ມາລົງທຶນ ສປປ ລາວໃຫ້ຫຼາຍຂື້ນ.

ທ່ານ Santi  Lattanabouanvone,  ເອກອັກຄະລັດຖະທູດ ອົດສາຕຣາລີ ປະຈໍາ ສປປ ລາວ ໄດ້ສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ ທີ່ໄດ້ມາຮັບຕໍາແໜ່ງໜ້າທີ່ໃໝ່ ແລະ ໃຫ້ຄໍາໝັ້ນວ່າ ໃນຕໍ່ໜ້າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ອົດສາຕຣາລີ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ຂ່າວ ແລະ ພາບ: ໄພຄຳອີ ວິໄລຄຳ

About -