ຮອງປະທານອາວຸໂສສະພາທີີ່ປຶກສາທຸລະກິດອາຊຽນ-ອາເມລິກາປະຈໍາ ສິງກະໂປ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By admin On 17 Aug, 2022 At 06:51 PM | Categorized As ຂ່າວສຳຄັນ | With 0 Comments

     WhatsApp Image 2022-08-17 at 9.17.58 AM

           ໃນຕອນ​ແລງ ເວລາ 17:00 ໂມງ ຂອງວັນທີ 16 ສິງຫາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Michael W. Michalak ຮອງປະທານອາວຸໂສ ສະພາທີີ່ປຶກສາທຸລະກິດອາຊຽນ-ອາເມລິກາປະຈໍາ ສິງກະໂປ ພ້ອມດ້ວຍຄະນະລວມທັງໝົດ ມີຜູ້ເຂົ້າຮ່ວມ 22 ທ່ານ. ຊຶ່ງ ທ່ານ ຮອງປະທານອາວຸໂສ ໄດ້ນຳພາຄະນະ ເຂົ້າຢ້ຽມຂຳ່ນັບ ແລະ ສະແດງຄວາມຍິນດີກັບການຮັບຕໍາແໜ່ງໃໝ່ຂອງ ທ່ານລັດຖະມົນຕີ ແລະ ໄດ້ແລກປ່ຽນກ່ຽວກັບ ໂອກາດ ແລະ ສິ່ງທ້າທາຍ ກ່ຽວກັບສະພາບເສດຖະກິດ ແລະ ການຈັດບູລິມະສິດ, ການຄ້າ ແລະ ການລົງທຶນໃນ ສປປ ລາວ. ນອກນັ້ນ ທາງຄະນະ ກໍ່ໄດ້ລາຍງານສະພາບ ກ່ຽວກັບການດຳເນີນທຸລະກິດ ການອໍານວຍຄວາມສະດວກທາງດ້ານການຄ້າ  ການຂົນສົົ່ງຜ່ານແດນ ລະບົບການຊຳລະຜ່ານລະບົບດີຈີຕອນ ແລະ ບັນຫາ ຂໍ້ຫຍຸ້ງຫຍາກ ທີ່ພົວພັນກັບຂະແໜງ ອື່ນໆ.

ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວສະແດງຄວາມຍິນດີຕ້ອນຮັບຄະນະຕໍ່ການມາຢ້ຽມຢາມ ແລະ ເຫັນວ່າມີຄວາມໝາຍຄວາມສຳຄັນ ເພາະເປັນການຊຸກຍູ້ສົ່ງເສີມ ຍົກສູງການພົວພັນ ຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົທຶນ ລະຫວ່າງສອງປະເທດ ມີການຂະຫຍາຍຕົວເພີ່ມຂຶ້ນ. ໃນການພົບປະນີ້ ທ່ານ ໄດ້ລາຍງານກ່ຽວກັບສະພາບເສດຖະກິດໃນປັດຈຸບັນ ໃນຄະນະຊາບກ່ຽວກັບ ເສດຖະກິດ ໂດຍສະເພາະການຫຼຸດຜ່ອນການເອື່ອຍອີງໃສ່ ຊັບພະຍາກອນທຳມະຊາດ ແລະ ຫັນມາສົ່ງເສີມການຜະລິດ ແລະ ການບໍລິການຫຼາຍຂຶ້ນ ຊຶ່ງບູລິມະສິດ ແມ່ນ ຊຸກຍູ້ສົ່ງເສີມການຜະລິດເພື່ອສົ່ງອອກຫຼາຍຂຶ້ນ ໂດຍສະເພາະການຜະລິດກະສີກຳ ຕິດພັນກັບ ອຸດສະຫະກຳປຸງແຕ່ງ. ການຊຸກຍູ້ສົ່ງເສີມການລົງທຶນ ດັ່ງກ່າວນັ້ນ ກໍ່ມີໃນເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກຳ ຊຶ່ງບັນດາປະເທດອ້ອມຂ້າງ ສປປລາວ ກໍ່ມີປະກອນໜາແໜ້ນ ເປັນຕະຫຼາດທີ່ໃຫຍ່ ສາມາດຜະລິດເພື່ອສົ່ງອອກໄດ້. ນອກນັ້ນ ລັດຖະບານກໍ່ຍັງໄດ້ສົ່ງເສີມເສດຖະກິດ 4.0 ແລະ ເສດຖະກິດດີຈີຕອນ ຊຶ່ງກະຊວງ ອຄ ກໍ່ກຳລັງດຳເນີນການສ້າງລະບົບການຄ້າຜ່ານທາງເອເລັກໂຕຼນິກ (E-Commerce) ເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ຫັນເປັນທັນສະໄໝ. ສຳລັບການແກ້ໄຂບັນຫານັ້ນ ສຳລັບກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ມີຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ມີຄະນະ ຮັບຜິດຊອບດ້ານການອຳນວບຄວາມສະດວກດ້ານການຂົນສົ່ງ ເພື່ອແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຫຍາກທີ່ພາກທຸລະກິດໄດ້ສະເໜີລາຍງານ.

WhatsApp Image 2022-08-17 at 9.17.59 AM

ຂ່າວ: ທິລາວັນ

ພາບ: ໄພຄຳອີ ວິໄລຄຳ

About -