ກອງປະຊຸມປຶກສາຫາລືຜ່ານຮ່າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ທີີ່ວັງວຽງ, ແຂວງວຽງຈັນ
By theu vaenvongsod On 16 Aug, 2022 At 03:27 PM | Categorized As ຂ່າວສຳຄັນ | With 0 Comments

 

WhatsApp Image 2022-08-16 at 2.53.35 PM

     ກົມສົົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ ກອງປະຊຸມປຶກສາຫາລື ການສ້າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ສະບັບທໍາອິດຂຶ້ນໃນວັນທີ 15 ສິງຫາ 2022 ທີ່ ໂຮງແຮມອໍາມະລີ, ເມືອງ ວັງວຽງ, ແຂວງວຽງຈັນ ເປັນເວລາ 1 ວັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວເຖິງຄວາມເປັນມາຂອງແຜນແມ່ບົດ ດັ່ງກ່າວທີ່ຖືວ່າເປັນແຜນແມ່ບົດສະບັບທໍາອິດຂອງ ສປປ ລາວ ໄດ້ມີການສ້າງເປັນສະບັບພາສາອັງກິດຈາກທີມງານຊ່ຽວຊານ ຂອງອົງການຜະລິດຕະພາບແຫ່ງອາຊີ (APO) ທີ່ໃຫ້ການຊ່ວຍເຫຼືອລ້າໃນການສ້າງແຜນແມ່ບົດດັ່ງກ່າວ ປະກອບດ້ວຍ ສະບັບເຕັມ ແລະ ສະບັບຫຍໍ້ ໂດຍໄດ້ມີການປຶກສາຫາລື ກັບຄະນະຮັບຜິດຊອບຈໍານວນ 02 ຄັ້ງຄື:

WhatsApp Image 2022-08-16 at 2.53.36 PM     ຄັ້ງທີ 01 (ແບບ ວົງແຄບ) ໃນເດືອນພະຈິກ 2020 ແລະ ຄັ້ງທີ 02 (ແບບເປີດກວ້າງ) ໃນເດືອນມັງກອນ 2021, ຫຼ້ງຈາກນັ້ນ ແຜນແມ່ ບົດສະບັບດັ່ງກ່າວກໍຍັງໄດ້ສືບຕໍ່ປັບປຸງເນືື້ອໃນໂດຍການຈັດລຽງເປັນຮູບແບບເອກະສານແບບທາງການ ຂອງລາວ ໂດຍອີງໃສ່ເອກະສານທີ່ກ່ຽວຂ້ອງຫຼາຍສະບັບ. ແຜນແມ່ບົດດັ່ງກ່າວໄດ້ຈັດລຽງ ແລະ ປັບປຸງເນືື້ອໃນປະກອບມີ 7 ພາກ ໃຫຍ່ຄື: (1) ພາກສະເໜີ; (2) ການປະເມີນຜົນຜະລິດຕະພາບແຫ່ງຊາດ; (3) ສິ່ງທ້າທາຍ ແລະ ບາດກ້າວຕໍ່ໄປ; (4) ແຜນແມ່ບົດຜະລິດຕະພາບແຫ່ງຊາດ ປີ2021 – 2030; (5) ມາດຕະການຈັດຕັ້ງປະຕິບັດ; (6) ວິທີການຈັດຕັ້ງ ປະຕິບັດ; ແລະ (7) ງົບປະມານ ແລະ ແຫຼ່ງທຶນ; ໂດຍທີ່ຜ່ານມາທາງ ກສວ ກໍໄດ້ຕັ້ງເປົ້າໝາຍເອົາແຜນແມ່ບົດຜະລິດຕະພາບແຫ່ງຊາດ ເຂົ້າຜ່ານກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2021 ທີ່ຜ່ານມາ ແຕ່ເນື່ອງຈາກດ້ານເນືື້ອໃນຍັງບໍ່ພ້ອມ ຈຶ່ງຂໍປັບປຸງເນືື້ອໃນເພີ່ມຕື່ມອີກໃຫ້ຄົບຖ້ວນ ກ່ອນເອົາເຂົ້າຜ່ານກອງປະຊຸມລັດຖະບານໃນທ້າຍປີ 2022 ນີ້.

WhatsApp Image 2022-08-16 at 2.53.37 PM

      ຈຸດປະສົງການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້ແມ່ນ ເພື່ອປຶກສາຫາລື ການປັບປຸງໂຄງຮ່າງແຜນແມ່ບົດ ແລະ ເນືື້ອໃນທີ່ຈະເອົາເຂົ້າເພີ່ມຕື່ມ ເພື່ອເຮັດໃຫ້ແຜນແມ່ບົດດັ່ງກ່າວມີເນືື້ອໃນກະທັດຮັດຄົບຖ້ວນ ກ່ອນເຂົ້າກອງປະຊຸມລັດຖະບານ. ໃນກອງປະຊຸມດັ່ງກ່າວ ໄດ້ມີການນໍາສະເໜີຄວາມເປັນມາ ຂອງວຽກງານຜະລິດຕະພາບ ແຫ່ງຊາດ, ໂຄງຮ່າງແຜນແມ່ບົດ ແລະ ເນືື້ອໃນທີ່ຈະເອົາໃນແຜນແມ່ບົດດັ່ງກ່າວ. ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີທັງໝົດ 39 ທ່ານ, ໃນນັ້ນ ຍິງ 10 ທ່ານ ມາຈາກຄະນະຮັບຜິດຊອບສ້າງແຜນແມ່ບົດ ຂະແໜງການທີ່ກ່ຽວຂ້ອງ ແລະ ທີ່ປຶກສາພາຍໃນ. ສໍາລັບການຈັດກອງປະຊຸມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ການຟຶື້ນຟູຈາກໂຄວິດ-19 (MSME A2F-ESR) ແລະ ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 16:00 ໂມງຂອງວັນດຽວກັນ.

WhatsApp Image 2022-08-16 at 2.53.36 PM (1)

ແຫຼ່ງຂ່າວ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງ ອຄ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ