ເອກອັກຄະລັດຖະທູດ ແຟັງລັງ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ
By admin On 4 Aug, 2022 At 02:22 PM | Categorized As ຂ່າວສຳຄັນ | With 0 Comments

           d0cf0b79-9f5d-47e6-b791-e2874c6f6594edited

        ໃນຕອນບ່າຍ ຂອງວັນທີ  03 ສິງຫາ 2022, ເວລາ 15:30 ໂມງ ທີ່ ຫ້ອງ​ຮັບ​ແຂກ ຊັ້ນ 4 ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ keijo Ensio Norvanto (ເຄໂຈ ເອັນຊິໂອ ນໍແວນໂຕ), ​ເອກ​ອັກຄະ​ລັດຖະທູດ ແຟັງລັງ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມ​ຂໍ່ານັບ ທ່ານ ມະ​ໄລ​ທອງ ກົມມະ​ສິດ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການຄ້າ ໃນໂອກາດທີ່ມາດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຄົນໃຫມ່. ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າຫ້ອງການ  ຫົສໜ້າກົມ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.

ໃນການພົບປະຄັ້ງນີ້ ທ່ານ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການຄ້າ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຟັງລັງ ປະຈຳ ສປປ ລາວ ຄົນໃຫມ່  ເຊີ່ງເປັນໂອກາດທີ່ດີ ເພື່ອເປັນການເສີມຂະຫຍາຍ ສາຍພົວພັນການຮ່ວມມືທັງສອງຝ່າຍ ລາວ-ແຟງ​ລັງ ໃຫ້ມີຄວາມແນ້ນແຟ້ນໃຫ້ດີກວ່າເກົ່າ ໂດຍນັບຕັ້ງແຕ່ສ້າງສາຍ​ພົວ​ພັນ​ການ​ທູດ​ນຳ​ກັນ ​ໃນ​ວັນ​ທີ 21 ມັງ​ກອນ 1975 ເປັນຕົ້ນມາ ເວົ້າເຖິງການລົງທຶນ​ ນັບແຕ່ປີ 2008 ຮອດປັດຈຸບັນ ການລົງທຶນຂອງ ແຟັງລັງ ໃນ ສປປ ລາວ ມີຈໍານວນວິສາຫະກິດທັງໝົດ 4 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນທັງໝົດປະມານ 75,2 ຕື້ກີບ. ເຊິ່ງຂະແຫນງການທີ່ມາລົງທືນແມ່ນມີ: ກະສິກຳ, ປ່າໄມ້ ແລະ ການປະມົງ. ການສະຫນອງໄຟຟ້າ, ອາຍແກັສ, ອາຍຮ້ອນ, ແລະ ອາກາດປັບແຕ່ງ. ໃນນັ້ນທາງ ສປປ ລາວ ເຮົາກໍ່ໄດ້ ສົ່ງ​ອອກເຄື່ອງ​ນຸ່​ງ​ຫົ່ມ ແລະ ກາ​ເຟ​ເມັດ ໃນປີ 2020 ແລະ ສົ່ງ​ອອກນ້ຳ​ຕານ ໃນ​ປີ 2021 ໄປຍັງ ແຟັງລັງ, ສ່ວນສິນຄ້າຕົ້ນຕໍ​ທີ່ ສປປ ລາວ ນຳເຂົ້າຈາກ ແຟັງລັງ ກໍ່ປະ​ກອບ​ດ້ວຍ ພາຫະນະທາງບົກ ແລະ ຊີ້ນ​ສ່ວນ​ອາ​ໄຫຼ່, ອາ​ຫານ​ເ​ສີມສຳລັບຜະລິດອາຫານສັດ, ​ເຄື່ອງ​ໄຟ​ຟ້າ ແລະ ​ອຸ​ປະ​ກອນ​ກົນ​ຈັກ

ທ່ານ keijo Ensio Norvanto (ເຄໂຈ ເອັນຊິໂອ ນໍແວນໂຕ), ​ເອກ​ອັກຄະ​ລັດຖະທູດ ແຟັງລັງ ປະຈຳ ສປປ ລາວ ກໍ່ໄດ້ກ່າວເຖິງ ສະ​ພາບ​ການ​ຮ່ວມ​ມື​ສອງ​ຝ່າຍ​ ມາ​ເຖິງ​ປັດ​ຈຸ​ບັນ ເຫັນວ່າແມ່ນ​ມີ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່ສ້າງ​ສັນ, ຜ່ານ​ມາ ລັດ​ຖະ​ບານ​ແຟງລັງ​ ໄດ້​ເຫັນ​ຄວາມ​ສຳ​ຄັນ​ຂອງ ລັດ​ຖະ​ບານ​ລາວ ມາ​ໂດຍ​ຕະຫຼອດ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ ສອງ​ປະ​ເທດ​​ມາ​ຮອດ​ປັດ​ຈຸ​ບັນ ແມ່ນ​ຢູ່​ໃນ​ລ​ະ​ດັບ​ດີ; ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ ລັດ​ຖະ​ບານ​ແຟງ​ລັງ​​ ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ ລັດ​ຖະ​ບານ​ລາວ ທັງ​ໃນ​ກອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ດັ່ງ​ນັ້ນ​, ລັດ​ຖະ​ບານມີ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຈະ​ຍາດ​ແຍ່ງ ແລະ ​ຂົນ​ຂວາຍໃຫ້ ​ມາ​ລົງ​ທຶນ​ຄ້​າ​ຂາຍ ແລະ ຮ່ວມ​ມື​ໃນ​ຂະ​ແໜງ​ການ​ຕ່າງໆ ທີ່ ແຟງລັງ ມີທ່າແຮງ ກໍຄື ​ສອງ​ປະ​ເທດ​ເຫັນ​ວ່າ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ທ່ານລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ ສອງປະເທດ ລາວ-ຟິນແລນ ມີອັນຄືກັນ ແລະ ຕ່າງກັນ ຟິນແລ່ນ ມີບົດຮຽນໃນການພັດທະນາຫຼາຍ ສາມາດແລກປ່ຽນບົດຮຽນກັນ ໃນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະບົດຮຽນທີ່ມີຜົນສຳເລັດສາມາດມາໝູນໃຊ້ໃນປະເທດລາວ ຟິນແລ່ນ ເປັນປະເທດທີມີການສຶກສາທີ່ດີຫຼາຍ ເປັນລະບົບສຶກສາແບບເປີດ ຊຸກຍູ້ຫົວຄິດປະດິດສ້າງ ດ້ານນະວັດຕະກຳຫຼາຍ ເຫັນວ່າເປັນບົດຮຽນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ເປັນໂອກາດໃນການລົງທຶນໃນດ້ານການສຶກສາ 2) ຟິນແລ່ນ ມີການພັດແບບຍືນຍົງ ມີຊື່ສຽງໃນປົກປັກຮັກສາສິ່ງແວດລ້ອມ ປ້່າໄມ້ ຊຶ່ງລາວກໍ່ມີທິດພັດທະນາ ແບບສີຂຽວ 3) ການທ່ອງທ່ຽວ  ກໍແມ່ນຂົງເຂດໜຶ່ງ ທີ່ຈະຊຸກຍູ້ໃຫ້ນັກທຸລະກິດ ເຂົ້າມາສຶກສາເບິ່ງລົງທຶນ ພັດທະນາ ສົ່ງເສີມດ້ານການທ່ອງທ່ຽວ  ນອກນັ້ນກໍເນັ້ນເຖິງທ່າແຮງໃນການລົງທຶນໃນອຸດສາຫະກຳປຸງແຕ່ງ ແລະ ການສະໜັບໜູນເງິນທຶນໃຫ້ແກ່ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກໍ່ເປັນຂົວຕໍ່ລະຫວ່າງ ພາກທຸລະກິດ ກັບກະຊວງອຸດສາຫະກຳ ແລະ ການຄ້າ ມີກົນການການປະຊຸມ ມີສະມາຄົມທຸລະກິດຕ່າງໆ ເປັນເວທີທີ່ ນັກລົງທຶນສາມາດເຂົ້າມາແລກປ່ຽນນຳກັນ. ສຳລັບກະຊວງອຸດສາຫະກຳ ແລະ ການຄ້າ ກໍມີນິຄົມ VITA PARK.

f03a3d0b-72f6-4fd5-86e8-eeef0de5d8f7edited

ຂ່າວ: ເພັດປະກາຍ ສີສົມບູນ

ພາບ: ໄພຄຳອີ ວິໄລຄຳ

About -