ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
By admin On 3 Aug, 2022 At 05:53 PM | Categorized As ຂ່າວສຳຄັນ | With 0 Comments

IMG_0018edited

 

ໃນຕອນບ່າຍ ວັນທີ  02 ສິງຫາ 2022, ເວລາ 16:30 ໂມງ ທີ່ ຫ້ອງ​ຮັບ​ແຂກ ຊັ້ນ 4 ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ ເຈດສະດາ  ກະຕະເວທິນ, ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້​ເຂົ້າ​ຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເນື່ອງໃນໂອກາດທີ່ໄດ້ດຳລົງຕຳແໜ່ງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ  ຄົນໃໝ່.

ທ່ານ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ໄດ້ກ່າວເຖິງພາຍຫຼັງໂຄວິດ-19 ທັງສອງປະເທດໄດ້ເປີດປະເທດ ຊຶ່ງເປັນໂອກາດທີ່ດີໃນດ້ານ ການຄ້າ-ການລົງທຶນ ລາວ-ໄທ ໂດຍສະເພາະ ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ຊຶ່ງທາງຝ່າຍໄທ ກໍ່ພະຍາຍາມກະຕຸ້ນໃຫ້ຜູ້ປະກອບການໃນປະເທດໄທ ເຂົ້າມາລົງທຶນຢູ່ ສປປ ລາວ ເປັນຕົ້ນໃນດ້ານການສະເສດ ຄື: ສາລີ ມັນຕົ້ນ ນໍ້າຕານ ຜ່ານມາໄດ້ມີໂຄງການຫ້ວຍຊອນ ຫ້ວຍສົວ ໃນດ້ານ ການລ້ຽງກຸ້ງ ລ້ຽງກົບ ປາ ແລະ ດ້ານປາສຸສັດ ຊຶ່ງຝ່າຍໄທ ກໍຈະຖ່າຍທອດປະສົບການດ້ານເຕັກນິກໃຫ້ທາງຝ່າຍລາວ ຊຶ່ງໃນຕໍ່ໜ້າຈະສ້າງເປັນຫຼັກສູດປະກອບມີ ການຕະຫຼາດ ການຫຸ່ມຫໍ່ ແລະ ການຂົນສົ່ງສິນຄ້າໄປພ້ອມກັນ. ນອກນັ້ນ ກໍ່ເໄດ້ວົ້າເຖິງໂອກາດທີ່ ກຸ່ມອຳມະຕະ ຊຶ່ງຈະເປັນໂອກາດໃນການສະໜອງຢາງພາລາ ເພື່ອຜະລິດຢາງ ບິສໂຕນ ແລະ ການຜະລິດສາຍໄຟຟ້າ ລວມທັງມີຄຳເຫັນຕື່ມກ່ຽວກັບເລື່ອງລະບົບການຈອງປີ້ລົດໄຟລາວ-ຈີນ.

ການພົບປະໂອ້ລົມໃນຄັ້ງນີ້ ທ່ານລັດຖະມົນຕີຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການພົວພັນ ສອງຝ່າຍໃນໄລຍະຜ່ານມາ ເວົ້າລວມເວົ້າສະເພາະ ໃນວຽກງານ ການສົ່ງເສີມການຄ້າ ການລົງທຶນ ຮ່ວມກັນ ຊຶ່ງຝ່າຍໄທກໍມີບົດຮຽນ ວິທີການແກ້ໄຂບັນຫາ ດ້ານກະສີກຳ ແລະ ອຸດສາຫະກຳຫຼາຍ ໃນລະດັບໂລກ ຊຶ່ງເປັນໂອກາດທີ່ດີ ສຳລັບ ສປປລາວ ໃນການສຶກສາ ຖອດຖອນ ແລກປ່ຽນເອົາບົດຮຽນປະສົບການ ໃນດ້ານອຸດສາຫະກຳປຸງແຕ່ງ ອາຫານສຳເລັດຮູບ, ທ່ານລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຍັງໄດ້ສະເໜີຕື່ມ ວຽກງານການຮ່ວມມືກັນໃນຕໍ່ໜ້າ ສອງຝ່າຍ ຄວນສະຫນັບສະຫນູນ ໃນການຈັດກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ຈັດເວທີພົບປະທຸລະກິດ ລາວ ແລະ ໄທ ຂື້ນ  ທ່ານ ຍັງໄດ້ຍົກເລື່ອງບັນຫາ ຂໍ້ຫຍຸ້ງຍາກໃນການຂົນສົ່ງສິນຄ້າໄປຈີນ ແລະ ການຂົນສົ່ງລາວໄທ ເພື່ອອຳນວຍຄວາມສະດວກ ໃນການນຳເຂົ້າ ແລະ ສົ່ງອອກ ແກ້ໄຂທັງດ້ານຕົ້ນທຶນ  ແລະ ການອຳນວຍຄວາມສະດວກ ໃນການຂົນສົ່ງພາກທຸລະກິດ ເຮັດແນວໃດເພື່ອໃຫ້ມູນຄ່າການຄ້າ ລາວ-ໄທ ເພີ່ມຂຶ້ນ.

ຂ່າວ: ເພັດປະກາຍ ສີສົມບູນ

​ພາບ: ໄພວັນ ໂຄດວັນທາ 

About -