ພິທີໂຄສະນາ-ປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສັນຍາສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ
By admin On 27 Jul, 2022 At 05:07 PM | Categorized As ຂ່າວສຳຄັນ | With 0 Comments

IMG_7063

           ໃນຕອນ​ເຊົ້າເວລາ 8:30 ໂມງ ຂອງວັນທີ 27 ກໍລະກົດ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີໂຄສະນາ-ປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິີດກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະພັກ-ຄະນະນໍາ ກະຊວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຂກຖືກເຊີນ​ເຂົ້າ​ຮ່ວມ ຈໍານວນ 200 ທ່ານ.​

ໂດຍປະຕິບັດຕາມແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ, ລົງວັນທີ 30 ມີນາ 2022 ກ່ຽວກັບການຈັດໂຄສະນາ-ປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022).

ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານແຜນການຮ່ວມມືສອງຝ່າຍ ເວົ້າລວມ ເວົ້າສະເພາະຂະແໜງອຸດສາຫະກໍາ ແລະ ການຄ້າ ມີ 6 ກິດຈະກໍາ ຄື: 1. ພິທີປະຖາກະຖາ, 2. ງານວາງສະແດງລາວ-ຫວຽດນາມ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ສູນການຄ້າ ລາວ-ໄອເຕັກ, 3. ກອງປະຊຸມປຶກສາຫາລືວຽກງານແຜນການຮ່ວມມື 3 ກະຊວງ ຈະໄດ້ຈັດຂຶ້ນໃນຕົ້ນເດືອນ ຕຸລາ 2022 ທີ່ ສສ ຫວຽດນາມ, 4. ປັບປຸງ ແລະ ເຊັນສັນຍາການຄ້າສອງຝ່າຍ, 5. ການຍ້ອງຍໍບຸກຄົນ ແລະ ກົມກອງ ຜູ້ທີ່ມີຜົນງານປະກອບສ່ວນເຂົ້າໃນການພົວພັນຮ່ວມມື ລາວ-ຫວຽດນາມ ແລະ 6. ກິດຈະກໍາປິ່ນອອ້ມ ລະຫວ່າງ ກະຊວງ ອຄ ແລະ ສະຖານທູດຫວຽດນາມ ປະຈຳລາວ.

ໃນພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິີດກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນວ່າ ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ເຊິ່ງສະແດງອອກເຫັນໄດ້ທາດແທ້ການເມືອງ-ແນວຄິດ, ປະຫວັດ, ຄວາມເປັນມາ, ມິດຕະພາບແບບພິເສດ ລາວ-ຫວຽດນາມ ໃນການປະຕິວັດປົດປ່ອຍປະເທດຊາດ ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ໃນວັນປະຫວັດສາດ ທີ່ມີຄວາມໝາຍ ຄວາມສໍາຄັນນິ້ ເພື່ອລະນຶກເຖີງມູນເຊື້ອທີ່ສອງຊາດ ລາວ-ຫວຽດນາມ ທີ່ໄດ້ມີການຮ່ວມມືໄລຍະຜ່ານມາ ແລະ ສາຍພົວພັນໄມຕີຈິດມິດຕະພາບສອງຊາດອ້າຍນ້ອງ ລາວ-ຫວຽດນາມ ໃຫ້ ຊຸກຍູ້ການຮ່ວມມື ດ້ານການຄ້າ, ເສດຖະກິດ, ວິທະຍາສາດ, ການສຶກສາ ໂດຍສະເພາະຂະແໜງອຸດສາຫະກຳ ແລະ ການຄ້າ ການຄ້ານີ້ ເຮັດຈັງໃດໃຫ້ ການຮ່ວມມືນີ້ ເສີມກຳລັງໃຫ້ກັນ ແລະ ກັນ.

ທ່ານຍັງໄດ້ເນັ້ນຕື່ມວ່າ: ຂະແໜງອຸດສາຫະກໍາ ແລະ ການຄ້າ ຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍສາຍພົວພັນການຮ່ວມມືການຄ້າ ລະຫວ່າງປະເທດ ແລະ ການຄ້າຊາຍແດນ ລະຫວ່າງ ລາວ-ຫວຽດນາມ ໃຫ້ບັນລຸໄດ້ຕາມຈຸດປະສົງເປົ້າໝາຍວາງອອກ; ຄົ້ນຄວ້າດ້ານການຮ່ວມມືເພື່ອພັດທະນາຊັບພະຍາກອນມະນຸດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຄວນສຸມໃສ່ວິຊາການດ້ານໃດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ແລະ ເສີມຂະຫຍາຍສາຍພັວພັນດ້ານການປະສານງານຂອງສອງກະຊວງ ລາວ-ຫວຽດນາມ.

IMG_7057

i-ZcsMjZB-X2

ຂ່າວ: ໄພວັນ ໂຄດວັນທາ

ພາບ: ໄພວັນ ໂຄດວັນທາ

About -