ພິທີ ມອບ-ຮັບ ໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021
By Miss Phetpakai SISOMBOUN On 27 Jul, 2022 At 03:33 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

              ໃນຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 27 ກໍລະກົດ 2022 ອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ມີຄະນະພັກ-ຄະນະນໍາ ກະຊວງ,
ຄະນະໜ່ວຍພັກ ແລະ ສະມາຊິກພັກຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມ ຈໍານວນ 200 ທ່ານ.
ໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການການຄ້າ ສະບັບເລກທີ 0128/ຄບພ.ອຄ, ລົງວັນທີ 26 ເມສາ 2022 ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ງ ປະຈໍາປີ 2021.

i-57JLbvC-X2

              ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີທິດຊີ້ນໍາວ່າ ຈໍານວນ 24 ໜ່ວຍພັກ ທີ່ຂື້ນກັບອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ງ ປະຈໍາປີ 2021 ແມ່ນຜົນສໍາເລັດທີ່ເອກອ້າງທະນົງໃຈຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ແມ່ນການຊີ້ນໍານໍາພາຢ່າງໃກ້ຊິດຂອງຄະນະພັກ, ຄະນະນໍາກະຊວງ ໂດຍສະເພາະການຈັດຕັ້ງປະຕິບັດຕາມພາລະບົດບາດຂອງບັນດາໜ່ວຍພັກ ເປັນຜົນສໍາເລັດອັນສໍາຄັນຢ່າງຍິ່ງ ຊຶ່ງປະຕິບັດໄດ້ 100 ສ່ວນຮ້ອຍຂອງແຜນການ.

i-DDzzJr6-X3

ທ່ານຍັງໄດ້ເນັ້ນຕື່ມວ່າ ໃຫ້ບັນດາໜ່ວຍພັກ ຮັກສາໄດ້ມູນເຊື້ອອັນດີງາມຂອງຕົນໄວ້ ແລະ ໃຫ້ຈັດຕັ້ງປະຕິບັດ ຕາມແຜນການສ້າງ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຢ່າງເລິກເຊິ່ງພາວະວິໃສສ່ອງແສງເຖິງຄວາມເປັນຈິງຂອງການນໍາພາ-ຊີ້ນໍາ ແຜນການ ວຽກງານໂດຍປະຕິບັດຕາມ 5 ທິດນໍາ ຂອງລະບຽບພັກ ຄື: 1. ດ້ານຄຸນທາດການເມືອງ, ຄຸນສົມບັດສະນທໍາປະຕິວັດ, 2. ດ້ານແນວຄິດ, 3. ດ້ານສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄມຂອງພັກ, 4. ເສີມຂະຫຍາຍບົດບາດການນໍາພາ ແລະ ວິທີເຮັດວຽກ ແລະ 5. ຄວາມຮັບຜິດຊອບໜ້າທີການເມືອງ.
ຕອນທ້າຍ ທ່ານໄດ້ກ່າວຕື່ມວ່າ ການປະເມີນຜົນປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຍັງບໍ່ສົມຄູ່ກັບສະພາບຕົວຈິງ ຍັງເປັນຮູບການ ສະນັ້ນ ໃຫ້ຄະນະດັ່ງກ່າວຫັນເປັນຄຸນນະພາບດີກ່ວາເກົ່າ.

ຂ່າວ-ພາບ ໂດຍ: ໄພວັນ ໂຄວັນທາ

ລົງຂ່າວໂດຍ: ນ. ເພັດປະກາຍ ສີສົມບູນ

ສູນສະຖິຕິ ແລະ ຂໍ້ມູນຂ່າວສານ/ກຜຮ/ກະຊວງ ອຄ