ທີ່ປຶກສາການຄ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
By admin On 26 Jul, 2022 At 04:18 PM | Categorized As ຂ່າວສຳຄັນ | With 0 Comments

  WhatsApp Image 2022-07-26 at 9.09.52 AM

         

           ໃນຕອນແລງເວລາ 17:00 ໂມງ ຂອງວັນທີ 25 ກໍລະກົດ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເລທິເຟືອງຮວາ, ທີ່ປຶກສາການຄ້າ ສສ ຫວຽດນາມ ປະຈຳ ສປປ ລາວ. ພ້ອມດ້ວຍຄະນະ, ເຂົ້າຮ່ວມມີ  ທ່ານຫົວໜ້າຫ້ອງການ,  ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມທັງສອງຝ່າຍ ປະມານ 10 ທ່ານ.

ທີ່ປຶກສາການຄ້າ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີ ໃນໂອກາດທີ່ທ່ານໄດ້ຮັບໜ້າທີເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຄົນໃໝ່ ແລະ ໄດ້ປຶກສາຫາລືເຖິງສ່ອງທາງໃນການສົ່ງເສີມດ້ານການຄ້າ ໂດຍສະເພາະການສ້າງເງື່ອນໄຂໃຫ້ມູນຄ້າການຂອງທັງຝ່າຍເພີ່ມຂຶ້ນ ແລະ ການຈັດກອງປະຊຸມແຜນການຮ່ວມມື 3 ກະຊວງ ສະເໜີຕໍ່ ກະຊວງພະລັງງານ ແລະ ເພື່ອນຫວຽດນາມ ຂໍຈັດຕົ້ນເດືອນ ຕຸລາ 2022 (ອາທິດທຳອິດ) ທີ່ ແຂວງຮາຕິງ (ທ່າເຮືອວຸງອ່າງ) ສສ ຫວຽດນາມ ສະເໜີທີ່ປຶກສາການຄ້າຫວຽດນາມ ຊ່ວຍປະສານກະຊວງ ອຄ ຫວຽດນາມ ນອກນັ້ນ ຍັງປຶກສາຫາລືງານວາງສະແດງ ຈະຈັດຂຶ້ນໃນເດືອນ 8 ນີ້.

ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ກ່ຽວກັບການຊໍາລະສະສາງ ສິນຄ້າເປັນສະກຸນເງິນກີບ ຫຼື ເງິນດົງ ນອກນັ້ນ ຍັງໄດ້ປະສານສົມທົບກັນຕື່ມ ເພື່ອຄັດເລືອກເອົາຫົວໜ່ວຍທຸລະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ປະເພດເຄື່ອງອຸປະໂພກ-ບໍລິໂພກ ໃຊ້ສອຍປະຈຳວັນ ທີ່ມີຄວາມສົນໃຈເຂົ້າມາເຮັດການຕະຫຼາດຢູ່ໃນລາວ ແລະ ນັກທຸລະກິດລາວ ທີ່ຢາກໄປເຮັດຕະຫຼາດ ຢູ່ຫວຽດນາມ ລວມທັງຊອກຫາຄູ່ຮ່ວມມືທຸລະກິດກັນ ເພື່ອສົ່ງອອກໄປຕະຫຼາດປະເທດທີສາມ ຕາມຈິດໃຈຂອງທ່ານ ນາຍົກລັດຖະມົນຕີ ສປປ ລາວ ແລະ ຜົນຂອງກອງປະຊຸມການຄ້າສິນຄ້າລາວ-ຫວຽດນາມ ທີ່ຈັດຂື້ນໃນວັນທີ 30 ພຶດສະພາ 2022 ຜ່ານລະບົບກອງປະຊຸມທາງໄກ ໃຫ້ມາເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ແລະ ກອງປະຊຸມສົ່ງເສີມການຄ້າ ແລະ ພົບປະທຸລະກິດລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ ຄາດວ່າຈະຈັດຂື້ນໃນລະຫວ່າງ ວັນທີ 25-29 ສິງຫາ 2022;

ໄດ້ປຶກສາ ຫາລືສົ່ງເສີມພາກທຸລະກິດຂອງສອງປະເທດ ໃຫ້ໄດ້ມີການພົບປະແລກປ່ຽນ ຫຼື ຈັດເວທີເຈວະນາ ໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບ ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຈະເປັນການດຶງດູດການລົງທຶນ ແລະ ກະຕຸ້ນພາກເສດຖະກິດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19;

ມູນຄ່າການຄ້າລາວ-ຫວຽດນາມ ໄລຍະປີ 2011-2015 ສອງຝ່າຍ ໄດ້ມີການພົວພັນການຄ້າ ລະຫວ່າງກັນຢ່າງເປັນປົກກະຕິ ແລະ ມີມູນຄ່າການຄ້າສອງຝ່າຍ ລວມທັງໝົດ 5,783 ກວ່າລ້ານໂດລາສະຫະລັດ. ໃນນັ້ນ, ສປປ ລາວ ສົ່ງອອກ ບັນລຸໄດ້ 3,853 ກວ່າລ້ານໂດລາສະຫະລັດ ແລະ ນໍາເຂົ້າ ຈາກ ສສ ຫວຽດນາມ ມູນຄ່າ 1,930 ກວ່າລ້ານໂດລາສະຫະລັດ. ສັງເກດເຫັນວ່າ ໄລຍະ 2011-2015, ສປປ ລາວ ແມ່ນເກີນດຸນການຄ້າ 1,922 ກວ່າລ້ານໂດລາສະຫະລັດ.   05 ເດືອນຕົ້ນປີ 2022, ມູນຄ່າການຄ້າສອງຝ່າຍແມ່ນ 690,6 ລ້ານໂດລາສະຫະລັດ. ໃນນັ້ນ, ລາວສົ່ງອອກໄປຫວຽດນາມ ມີມູນຄ່າ 435,5 ລ້ານໂດລາສະຫະລັດ ແລະ ລາວນຳເຂົ້າຈາກຫວຽດນາມມີມູນຄ່າ255,02 ລ້ານໂດລາສະຫະລັດ (ລາຍລະອຽດ ມີຕາຕະລາງຊ້ອນທ້າຍ).

ສິນຄ້າ ສົ່ງອອກຕົ້ນຕໍ ຂອງ ລາວໄປຫວຽດນາມ: ຢາງ​ພາ​ລາ, ໄມ້ ແລະ ຜະ​ລິດ​ຕະ​ພັນ​​ໄມ້, ແຮ່​ທາດ ປຸ໋ຍ ແລະ ພືດ​ຜັກ​ຕ່າງໆ. ສິນຄ້າ ທີ່ລາວນໍາເຂົ້າຕົ້ນຕໍຈາກຫວຽດນາມ: ສິນຄ້າປະເພດເຫຼັກ​ຮູບ​ປະ​ພັນ​, ອຸ​ປະ​ກອນ​ກົນ​ຈັກ, ພາຫະນະທາງ​ບົກ ແລະ ອາ​ໄຫຼ່, ປຸ໋ຍ, ​ນ້ຳ​ມັນ​ເຊື້ອ​ໄຟ, ເຄື່ອງ​ໃຊ້​ທີ່​ເຮັດ​ດ້ວຍ​ຢາງ, ພືດ​ຜັກ ແລະ ເຂົ້າ​ໜົມ. ໃນນັ້ນ, ສັງເກດເຫັນວ່າມີຫຼາຍລາຍການສິນຄ້າ ໃນປີ 2021 ທຽບໃສ່ ປີ 2020 ມີອັດຕາການນໍາເຂົ້າ-ສົ່ງອອກເພີ່ມຂຶ້ນແບບກ້າວກະໂດດ ເຊັ່ນ: ສິນຄ້ານໍາເຂົ້າຈາກຫວຽດນາມປະເພດ ນໍ້າມັນເຊື້ອໄຟ ເພີ່ມຂຶ້ນ 96,69%, ຝຸ່ນທຸກປະ ເພດ ເພີ່ມຂຶ້ນ 353,4%; ສາຍໄຟຟ້າ ເພີ່ມຂຶ້ນ 552,59% ສໍາລັບສິນຄ້າສົ່ງອອກໄປຫວຽດນາມປະເພດ ພືດຜັກ ແລະ ໝາກໄມ້ ເພີ່ມຂຶ້ນ 420,7%; ແຮ່ທາດ ເພີ່ມຂຶ້ນ 285,77%; ຝຸ່ນທຸກປະເພດ ເພີ່ມຂຶ້ນ 142,56%; ຢາງພາລາ ເພີ່ມຂຶ້ນ 101,72%.

WhatsApp Image 2022-07-26 at 9.09.48 AM

ຂ່າວ: ທິລາວັນ

ພາບ: ໄພຄຳອີ ວິໄລຄຳ

About -