ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ແລະ ກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ສ້າງທັກສະເປັນຜູ້ນຳ ໃຫ້ແກ່ແມ່ຍິງ
By admin On 22 Jul, 2022 At 03:04 PM | Categorized As ຂ່າວສຳຄັນ | With 0 Comments

     IMG_0043new

  ໃນຕອນເຊົ້າເວລາ 8:30 ໂມງ  ຂອງວັນທີ 22 ກໍລະກົດ 2022 ສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ສ້າງທັກສະເປັນຜູ້ນຳ ໃຫ້ແກ່ແມ່ຍິງພາຍໃຕ້ຫົວຂໍ້: “ການເປັນຜູ້ນຳຍຸກໃໝ່ ນຳພາຄອງໃຈ”, ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 67 ປີ (20 ກໍລະກົດ 1955 – 20 ກໍລະກົດ 2022) ທີ່ ໂຮງແຮມແລນມາກ ໂດຍການເປັນປະທານຮ່ວມ ທ່ານ ນ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ ສົມໝາຍ ພົມູນິວົງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ເຂົ້າຮ່ວມພິທີ 200 ສະຫາຍ ​ແລະ ມີໜ່ວຍ​ເຂົ້າຮ່ວມ​ທັງ​ໝົດ 23 ໜ່ວຍ

ຈຸດປະສົງກອງປະຊຸມຄັ້ງນີ້ ເວົ້າລວມເພື່ອເປັນການຈັດຕັ້ງຜັນຂະຫຍາຍ 10 ແຜນງານ 65 ໂຄງການ ຂອງ ສູນກາງສະຫະພັນແມ່ຍິງລາວ, ເວົ້າສະເພາະ ແມ່ນສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 3 ດີ ຂອງສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ມີລັກສະນະຕໍ່ເນື່ອງ ແລະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ຂອງກົມກອງເປັນຂະບວນຟົດຟື້ນ, ມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ຂອງ​ເອື້ອຍ​ນ້ອງ​ແມ່​ຍິງບັນ​ດາ​ໜ່ວຍ ມີ​ບຸກຄົນເຂົ້າ​ຮ່ວມ​​ແຂ່ງຂັນທັງ​ໝົດມີ 559 ສະຫາຍ ​ແລະ ມີໜ່ວຍ​ເຂົ້າຮ່ວມ​ທັງ​ໝົດ 23 ໜ່ວຍ ຊຶ່ງສາ​ມາດ​ປະ​ເມີນ​ຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ມາດ​ຖານ​ຂອງ (ພົນ​ລະ​ເມືອງ​ດີ, ພັດ​ທະ​ນາ​ດີ ແລະ ສ້າງ​ຄອບ​ຄົວ​ດີ) ແລະ ໄດ້ມີການມອບໃບຍ້ອງຍໍບຸກຄົນ 3 ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງກະຊວງ ອຄ ເຊີ່ງເປັນກຽດມອບໂດຍ: ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ​ດັ່ງ​ນີ້:

  • ປະ​ເພດ​ບຸກ​ຄົນຄັດ​ເລືອກ​ໄດ້​ດັ່ງ​ນີ້:

-      ບຸກ​ຄົນ 3 ດີປະ​ເພດ 1 ມີ: 504 ສະ​ຫາຍ, ກວມ 90,16% ຂອງ​ຜູ້​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ທັງ​ໝົດ 559 ສະຫາຍ.

-      ບຸກຄົນ 3 ດີ ປະເພດ 2 ມີ: 55 ສະຫາຍ, ກວມ 9,83% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 559 ສະຫາຍ.

  • ປະ​ເພດ​ໜ່ວຍ 3 ດີ ຄັດ​ເລືອກ​ໄດ້​ດັ່ງ​ນີ້: ມີ 23 ໜ່ວຍ​ເຂົ້າ​ແຂ່ງ​ຂັນ​.

-      ໜ່ວຍ 3 ດີ ປະເພດ 1 ມີ: 21 ໜ່ວຍ, ກວມ 91,30%

-      ​ໜ່ວຍ 3 ດີ ປະເພດ 2 ມີ: 2 ໜ່ວຍ, ກວມ 8,69%

IMG_0078new

ເພື່ອ​ເປັນ​ການ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂະ​ບວນ​ການ​ແຂ່ງ​ຂັນ 3 ດີຕາມ​ເອ​ກະ​ສານ​ແນະ​ນຳ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ ໄດ້ກຳນົດທິດທາງໃນຕໍ່ໜ້າ ຄື:

ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີຂອງ​ສູນ​ກາງສະ​ຫະ​ພັນ​ແມ່​ຍິງ​ລາວ​, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ຄະ​ນະ​ໜ່ວຍສະ​ຫະ​ພັນ​ແມ່​ຍິງ​ອ້ອມ​ຂ້າງ​ກະ​ຊວງຈະ​ສືບ​ຕໍ່​ແຂ່ງ​ຂັນ​ກັນຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ​ຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ຄື: ພົນ​ລ​ະ​ເມືອງ​ດີ, ພັດ​ທະ​ນາ​ດີ ແລະ ສ້າງ​ຄອບ​ຄົວ​ດີໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ ຊຶ່ງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ນີ້:

1.ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງຈະ​ສືບ​ຕໍ່​ຈັດ​ຕັ້ງ​ເຜີຍ​ແຜ່​ເອ​ກະ​ສານ​ແນະ​ນຳ​ ແລະ ແຈ້ງ​ການ​ຂອງ​ສູນ​

ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ​ໃຫ້​ແກ່​ຄະ​ນະ​ໜ່ວຍລວມ​ທັງ​ເອື້ອຍ​ນ້ອງ​ແມ່​ຍິງ​ບັນ​ດາ​ໜ່ວຍ​ອ້ອມ​ຂ້າງ​ໄດ້​ຮັບ​ຮູ້ ແລະ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ທົ່ວ​ເຖິງ.

2. ຄະ​ນະ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ອ້ອມ​ຂ້າງຈະ​ຕ້ອງ​ໄດ້​ນຳ​​ເອົາ​ເນື້ອ​ໃນ​ວຽກ​ງານ​ດັ່ງກ່າວໄປ​ຜັນ​ຂະ​ຫຍາຍ​ໃຫ້​ແກ່​ສະ​ມາ​ຊິກ​ທີ່​ຢູ່​ໃນ​ຂອບ​ເຂດ​ຄວາມຮັບ​ຜິດ​ຊອບ​ຂອງ​ຕົນ​ ສ້າງ​ເປັນ​ແຜນ​ການ​ລະ​ອຽດ ​ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ຂໍ້​ແຂ່ງ​ຂັນ 3 ດີໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຈຸດ​ພິ​ເສດ ແລະ ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ກົມ​ກອງ​ຂອງ​ຕົນ ໂດຍ​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ພັກ, ອຳ​ນາ​ດານ​ປົກ​ຄອງ​ຂັ້ນ​ຂອງ​ຕົນຢ່າງ​ລະ​ອຽດ​ຈະ​ແຈ້ງ ເພື່ອ​ຮັບ​ປະ​ກັນ​ໃນ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ໃຫ້​ເປັນ​ຂະ​ບວນ​ການ​ຟົດ​ຟື້ນ, ພົ້ນ​ເດັ່ນ ແລະ ມີ​ປະ​ສິດ​ທິ​ຜົນ​ສູງກວ່າ​ເກົ່າ.

3. ເອົາ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ຕິດ​ພັນ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານວິຊາສະເພາະ ແລະ ຂະ

ບວນການຕ່າງໆຂອງອົງການຈັດຕັ້ງມະຫາຊົນອື່ນໆ ໃນກົມກອງຂອງຕົນ ໂດຍສະເພາະແມ່ນຕິດພັນກັບແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທີ່​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ.

4. ສືບ​ຕໍ່​ເປີດ​ຂະ​ບວນ​ການ​ແຂ່ງ​ຂັນ 3 ດີຂອງ​ບັນ​ດາ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ຊຸມ​ປີ​ຕໍ່​ໜ້າ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

5. ຄະ​ນະ​ສະ​ຫະ​ພັນແມ່​ຍິງ​ແຕ່​ລະ​ຂັ້ນ​ຈະ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຕິດ​ຕາມ, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ແລະ ປະ​ເມີນ​ຜົນເພື່ອ​ສະ​ຫຼຸບ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ທັນ​ກັບ​ເວ​ລາ​ທີ່​ກຳ​ນົດ​ໄວ້, ໂດຍ​ໃຫ້​ແຕ່​ລະ​ໜ່ວຍ​ລາຍ​ງານ​ວຽກ 3 ດີ ໃນ​ກອງ​ປະ​ຊຸມ​ສ່ອງ​ແສງ​ປະ​ຈຳ​​ໄຕ​ມາດ ແລະ ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ລາຍ​ງານ​ໃຫ້​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງລາວ​ປະ​ຈຳ​ 6 ເດືອນ ແລະ ປະ​ຈຳ​ປີ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຄ ຍັງໄດ້ໂອ້ລົມຕໍ່ກອງປະຊຸມໂດຍສະເພາະຕ້ອງເອົາໃຈໃສ່: ພ້ອມກັນບຸກບືນປະກອບສ່ວນຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ  XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ ໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ ທີ່ໄດ້ວາງໄວ້, ປະຕິບັດມະຕິກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດຄັ້ງທີ VIII ໃຫ້ໄດ້ຮັບຜົນ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ ແລະ ຮັກສາມູນເຊື້ອວັດທະນາທຳອັນດີງາມຂອງແມ່ຍິງລາວ ແລະ ຕັ້ງໜ້າພັດທະນາຕົນເອງໃນທຸກດ້ານ ເປັນຕົ້ນແມ່ນ: ດ້ານທິດສະດີການເມືອງ, ດ້ານວິຊາສະເພາະ, ດ້ານພາສາຕ່າງປະເທດ, ເອົາໃຈໃສ່ພັດທະນາແບບແຜນການດຳລົງຊີວິດ, ຮູ້ສ້າງເສດຖະກິດຄອບຄົວ ເພິ່ງຕົນເອງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.

ທ່ານຍັງເວົ້າຕື່ມອີກວ່າ: ເວົ້າລວມເວົ້າສະເພາະແລ້ວຕ້ອງໄດ້ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກ່າຍເປັນແມ່ຍິງ 3 ດີ (ພັດທະນາດີ, ພົນລະເມືອງດີ ແລະ ສ້າງຄອບຄົວດີ) ເພື່ອພ້ອມກັນກ້າວໜ້າ ແລະ  ໃຫ້ກາຍເປັນພະນັກງານສືບທອດທີ່ມີຕຸນສົມບັດ ແລະ ຄວາມຮູ້, ຄວາມສາມາດໃຫ້ທຽບທັນກັບການປ່ຽນແປງໃໝ່ໃນແຕ່ລະໄລຍະ, ນອກຈາກນີ້ແລ້ວຂໍຮຽກຮ້ອງໃຫ້ອົງການຈັດຕັ້ງທຸກພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ ຊຸກຍູ້ສົ່ງເສີມແມ່ຍິງທີ່ມີຄວາມຮູ້, ຄວາມສາມາດໃຫ້ໄດ້ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ເທົ່າທຽມກັບເພດຊາຍ ເພື່ອໃຫ້ກາຍເປັນຜູ້ນຳທີ່ມີປະສິດພາບ ແລະ ຮັບປະກັນສິດສະເໝີພາບບົດບາດ ຍິງ-ຊາຍ.

IMG_0113new

IMG_0306edited

295376487_5442555432468931_7463454181784718193_n

IMG_0166edited

ຂ່າວ: ນ.ເພັດປະກາຍ ສີສົມບູນ

ພາບ: ໄພວັນ ໂຄດວັນທາ

About -