ເອກອັກຄະລັດຖະທູດ ການາດາ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
By admin On 21 Jul, 2022 At 11:32 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2022-07-20 at 2.42.14 PM

ໃນຕອນແລງເວລາ 14:30 ໂມງ ຂອງວັນທີ 20 ກໍລະກົດ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນ. Dr. Sarah Taylor ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ການາດາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ເຂົ້າຮ່ວມມີ ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການກ່ຽວຂ້ອງຈໍານວນໜຶ່ງ ເຂົ້າຮ່ວມທັງສອງຝ່າຍ ປະມານ 10 ທ່ານ.

ທ່ານ ເອກອັກຄະລັດຖະທູດ ການາດາ ປະຈໍາ ສປປ ລາວ ໄດ້ສະແດງຄວາມຍິນດີ ໃນໂອກາດທີ່ທ່ານໄດ້ຮັບໜ້າທີເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຄົນໃໝ່ ແລະ ໄດ້ປຶກສາຫາລືເຖິງ ການຮ່ວມມື ສປປ ລາວ ແລະ ການາດາ ໂດຍສະເພາະໄດ້ປຶກສາກ່ຽວກັບ ກອງປະຊຸມ ASEAN ແລະ  APEC ທີ່ຈະຈັດຂຶ້ນໃນຕໍ່ໜ້າ, ນອກນັ້ນ ກໍ່ໄດ້ປຶກສາເຖິງ ການຊຸກຍູ້ໃຫ້ມູນຄ່າການຄ້າ ແລະ ການລົງທຶນລະຫວ່າງ ລາວ ແລະ ການາດາ ຂະຫຍາຍຕົວສູງຂຶ້ນ. ນັບແຕ່ປີ 2008 ຮອດປັດຈຸບັນ ການລົງທຶນຂອງ ການາດາ ໃນ ສປປ ລາວ (ສະເພາະໃນຂະແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 62 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນທັງໝົດ 484.2 ຕື້ກີບ ຫຼື ປະມານ 60.5 ລ້ານໂດລາສະຫາລັດ, ຈັດເປັນປະເທດທີ່ມີມູນຄ່າການລົງທຶນ ໃນ ສປປ ລາວ ຫຼາຍສຸດເປັນອັນດັບທີ່ 15. ຂະແໜງການທີ່ມີມູນຄ່າການລົງທຶນຫຼາຍສຸດປະກອບມີ: ການເຄື່ອນໄຫວດ້ານ ສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ; ກະສິກຳ, ປ່າໄມ້ ແລະ ການປະມົງ; ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ; ແລະ ຂະແໜງອຸດສາຫະກຳປຸງແຕ່

ຂ່າວ: ທິລາວັນ
ພາບ: ໄພຄຳອີ ວິໄລຄຳ

About -