ທີ່ປຶກສາທູດເສດຖະກິດ-ການຄ້າ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 29 Nov, 2021 At 04:24 PM | Categorized As ຂ່າວສຳຄັນ | With 0 Comments

IMG_0025

       ຕອນບ່າຍ ເວລາ 15: 30 ໂມງ ຂອງວັນທີ 29 ພະຈິກ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ  ທ່ານ ນ Le Thi Phuong Hoa , ທີ່​ປຶກສາທູດ​ເສດຖະກິດ-ການ​ຄ້າ ​ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວພ້ອມດ້ວຍ​ຄະນະ ເນື່ອງ​ໃນໂອກາດມາຮັບໜ້າທີ່ທາງການທູດປະຈໍາຢູ່ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານ.

IMG_0027

IMG_0031

       ໂອກາດນີ້ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ກໍ່ແດງຄວາມຍິນດີຕໍ່ ທ່ານ Le Thi Phuong Hoa, ທີ່ໄດ້ມາດຳລົງຕຳແໜ່ງທີ່​ປຶກສາທູດ ຊຶ່ງຈະເຮັດໜ້າທີ່ດ້ານການທູດໃຫ້ແກ່​ ​ສອງປະເທດ ລະຫວ່າງ ລາວ-ຫວຽດນາມ ຮັດແໜ້ນຂຶ້ນ, ສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນ ເສີມສ້າງສາຍພົວພັນຮ່ວມມືຊຶ່ງກັນ ແລະ ກັນ; ໄລຍະຜ່ານມາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວສສ ຫວຽດນາມ ເຖິງແມ່ນວ່າໃນໄລຍະຜ່ານມາການແຜ່ລະບາດພະຍາດໂຄວິດ-19 ເຮັດໃຫ້ສອງປະເທດພົບຄວາມຫຍຸ້ງຍາກໃນຫຼາຍດ້ານ ແຕ່ກໍ່ຈະບຸກບືນໃຫ້ຜ່ານພົ້ນໄປ, ພ້ອມດຽວກັນນີ້ ​ທັງ​ສອງຝ່າຍຍັງສົ່ງເສີມການເພີ່ມຜະລິດຕະພາບ ອັນດີງາມໃນຂົງເຂດພາກລັດ ແລະ ພາກທຸລະກິດ ລະຫວ່າງ ສອງ​ປະ​ເທດ ໃຫ້ມີການຄ້າຮ່ວມກັນ ​ໂດຍ​ສະ​ເພາະສິນຄ້າການນໍາເຂົ້າ-ສົ່ງອອກ​ເພີ້ມຂຶ້ນ​ໃນ​ອະນາຄົດ​ເຖິງ​ຢ່າງ​ໃດ​ກໍ່ຕາມ ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ທາງ​ດ້ານອຸດສາຫະກຳ ​ແລະ ການ​ຄ້າ ຂອງ​ສອງ​ຝ່າຍ ​ໃຫ້ຂະຫຍາຍຕົວ​ຂຶ້ນ​ໃນ​ອະນາຄົດ ທັງ​ສອງ​ຝ່າຍ​ໄດ້ຮ່ວມ​ກັນ​ປຶກສາ ​ແລະ ​ແລກປ່ຽນ​ຂໍ້​ມູນ​ ກ່ຽວ​ກັບ​ສະພາບ​ການ​ພັດທະນາ ​ແລະ ດຳ​ເນີນ​ທຸລະ​ກິດ ຂອງບັນດາ​ທຸລະ​ກິດ​ ຂອງ​ສອງ​ປະ​ເທດ ​ເພື່ອ​ໃຫ້​ມີ​ການ​ພົວພັນ​ທາງ​ດ້ານ​ທຸລະ​ກິດ​ຮ່ວມ​ກັນ​ໃຫ້​ຫລາຍ​ຂຶ້ນ; ໃນນີ້ ທ່ານທີ່​ປຶກສາທູດ​ເສດຖະກິດ-ການ​ຄ້າໄດ້ ສະ​ແດງ​ຄວາມຊົມເຊີຍຕໍ່ທ່ານ​ລັດຖະມົນ​ຕີ ​ໃນ​ໄລຍະ​ຜ່ານມາ​​ໄດ້​ຊຸກຍູ້​ສົ່ງ​​ເສີມ ການ​ພັດທະນາ​ເສດຖະກິດ​-ການ​ຄ້າ ຂອງ ສປປ ລາວ​​ ​ແລະ ສສ ຫວຽດນາມ ໃຫ້ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ໄວວາ ແລະ ​ໃຫ້​ຄໍາ​ໝັ້ນສັນຍາໃນຕໍ່ໜ້າຈະໃຫ້ການຮ່ວມມື, ໃຫ້ຄຳປຶກສາສິ່ງອຳນວຍຄວາມສະດວກໃນວຽກງານຫຼາຍດ້ານແກ່ ສປປ ລາວ; ພ້ອມ​ທັງ ສະ​ແດງ​ທ່າ​ທີ​ການ​ຮັດ​ແໜ້ນສາຍ​ພົວພັນ​ທີ່​ມູນ​​ເຊື້ອອັນ​ດີງາມ​ຕະຫຼອດມາ ​ແລະ ອວຍພອນ​ໄຊ​ໃນ​ວັນຊາດ​ທີ 2 ທັນວາ ຄົບຮອບ 46 ປີ ຂອງ​ສປປ ລາວທີ່​ຈະ​ມາ​ເຖິງ​ນີ້ ​ໃຫ້​ປະ​ເທດ​ລາວ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ ​ແລະ ຂະ​ແໜງ​ອຸດສາ​ຫະກໍາ ​ແລະ ການ​ຄ້າ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ຕໍ່ໜ້າ.

IMG_0015

      ໃນຕອນທ້າຍ ທ່ານ ລັດຖະມົນຕີ ກະຊວງ ອຄ  ສະແດງຄວາມຂອບໃຈຕໍ່ ທ່ານທີ່​ປຶກສາທູດ​ເສດຖະກິດ-ການ​ຄ້າ ​ແຫ່ງ  ສສ ຫວຽດນາມ ປະຈໍາ ສປປ ລາວ ​ໃນການຮ່ວມມືເປັນຢ່າງດີ ແລະ ທ່ານ ທີ່​ປຶກສາທູດ​ເສດຖະກິດ-ການ​ຄ້າ ກໍ່ສະແດງຄວາມຂອບໃຈ ມາຍັງ ທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບທີ່ສະໜິດ​ແໜ້ນ.

IMG_0019

ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ