ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປຶກສາຫາລືແຜນບູລິມະສິດໄລຍະກາງ ຂອງການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ
By theu vaenvongsod On 12 Nov, 2021 At 10:48 AM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2021-11-10 at 3.38.04 PM (1)

     ນະຄອນຫຼວງວຽງຈັນ, 10 ພະຈິກ 2021 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 18 (the 18th Trade and Private Sector Working Group Meeting), ທີ່ໂຮງແຮມ ຄລາວ ພຣາຊາ ໂດຍນໍາໃຊ້ຮູບແບບປະສົມປະສານ ຂອງລະບົບກອງປະຊຸມທາງໄກ ແລະ ຫ້ອງປະຊຸມ ເພື່ອຈໍາກັດຈໍານວນຜູ້ເຂົ້າຮ່ວມຕາມມາດຕະການປ້ອງກັນ ການແຜ່ລະບາດຂອງ ໂຄວິດ-19. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດການເປັນປະທານໂດຍ ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ປະທານຮ່ວມໂດຍ ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນພາຍໃຕ້ໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ແລະ ທ່ານ ພໍ ແຄນລີ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວຍັງໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຫຼາຍກວ່າ 150 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

WhatsApp Image 2021-11-10 at 3.38.05 PM

      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບຜົນການສຶກສາ ແລະ ຂໍ້ສະເໜີແນະຈາກບົດສຶກສາ ກ່ຽວກັບສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ (Country Economic Memorandum – CEM) ແລະ ຮ່າງສະບັບປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Draft DTIS Update), ຖອດຖອນບົດຮຽນ ແລະ ປະສົບການຕົວຈິງຈາກໜ່ວຍງານ ທີ່ເຮັດວຽກຮ່ວມກັບໜ່ວຍງານພາກເອກະຊົນໂດຍກົງ: ການສະໜັບສະໜູນການຟື້ນຕົວຂອງທຸລະກິດໂດຍຜ່ານການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF 2) ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ແລະ ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໃນ ສປປ ລາວ ໂດຍຜ່ານ ກອງປະຊຸມທຸລະກິດ (LBF).

WhatsApp Image 2021-11-10 at 3.38.04 PM

       ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໜັກໃນບົດກ່າວເປີດກອງປະຊຸມ ເຖິງຄວາມສໍາຄັນຂອງການປັບປຸງສະພາບແວດລ້ອມການດໍາເນີນທລຸະກິດ ເພື່ອອໍານວຍຄວາມສະດວກໃນການສະໜັບສະໜູນການຟື້ນຟູເສດຖະກິດ ຫຼັງການລະບາດຂອງ ໂຄວິດ-19. ທ່ານລັດຖະມົນຕີຍັງໄດ້ກ່າວວ່າ: “ດັ່ງທີ່ພວກເຮົາຮັບຊາບນຳກັນວ່າ ໃນພາກຕົວຈິງຂອງການຈັດຕັ້ງປະຕິບັດບັນດານະໂຍບາຍກ່ຽວຂ້ອງ ໄດ້ສະແດງໃຫ້ເຫັນວ່າບັນດານະໂຍບາຍໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງພວກເຮົາໃນຕົວຈິງແລ້ວ ບໍ່ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ ຕາມເປົ້າໝາຍ ແລະ ຕາມຄາດໝາຍທີ່ຕັ້ງໄວ້. ຄວາມບໍ່ສອດຄ່ອງຂອງນະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ແມ່ນຂຶ້ນກັບຫລາຍໄຈເຊັ່ນ: ການອອກແບບນະໂຍບາຍທີ່ອາດຈະບໍ່ເໝາະສົມ, ຂາດກົນໄກການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ຫລື ຂາດຊັບພະຍາກອນມະນຸດ ແລະ ງົບປະມານ ເປັນຕົ້ນ. ເຖິງຢ່າງໃດກໍ່ຕາມ, ຫລາຍໆທ່ານກໍ່ຄົງຈະຮັບຊາບແລ້ວວ່າ ການປັບປຸງບັນດານະໂຍບາຍ ໃນປະຈຸບັນ ໄດ້ສະແດງເຖິງຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມ ທີ່ອຳນວຍໃຫ້ກັບການດຳເນີນທຸລະກິດ ແລະ ການຄ້າ ແຕ່ໃນທາງປະຕິບັດຕົວຈິງກໍ່ຍັງພົບຄວາມຫຍຸ້ງຍາກຫລາຍດ້ານຢູ່. ສະນັ້ນ, ໂດຍຖອດຖອນຈາກບົດຮຽນດັ່ງກ່າວ ເຫັນວ່າການປັບປຸງບັນຍາກາດການລົງທຶນ ຍາມໃດກໍ່ບໍ່ຈຳເປັນຕ້ອງສຸມໃສ່ການປັບປຸງ ຫລື ສ້າງນິຕິກຳໃໝ່ ແຕ່ຄວນສຸມໃສ່ຂອດການຈັດຕັ້ງປະຕິບັດທີ່ດີ ແລະ ມີປະສິດທິພາບ.”

WhatsApp Image 2021-11-10 at 3.38.06 PM

      ທ່ານ ພໍ ແຄນລີ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ໃນນາມປະທານຮ່ວມໃນກອງປະຊຸມນີ້, ໄດ້ເນັ້ນໜັກກ່ຽວກັບຜົນກະທົບຂອງການລະບາດຂອງ ໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມ ໃນ ສປປ ລາວ ແລະ ຄວາມສໍາຄັນຂອງພາກເອກະຊົນ ໃນການຂັບເຄື່ອນການຟື້ນຟູເສດຖະກິດໃນໄລຍະກາງ ເຖິງ ໄລຍະຍາວ. ທ່ານທູດຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງແຜນຍຸດທະສາດທີ່ມີຄວາມສອດຄ່ອງ ແລະ ຈະແຈ້ງເພື່ອສະໜັບສະໜູນການພັດທະນາເສດຖະກິດແບບມີສ່ວນຮ່ວມ, ມີຄວາມຍືນຍົງ ແລະ ມີຄວາມຫຼາກຫຼາຍ ໂດຍການນໍາໃຊ້ຈຸດເດັ່ນຂອງ ສປປ ລາວ ເຊັ່ນ: ຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດ, ຊັບພະຍາກອນໜຸ່ມ ແລະ ຕັ້ງຢູ່ເຂດພູມສັນຖານທີ່ມີເອກະລັກສະເພາະ ເຊິ່ງທັງໝົດນີ້ຈະປະກອບສ່ວນເຂົ້າໃນການປັບປຸງນະໂຍບາຍ ແລະ ການນໍາໃຊ້ແຜນການພັດທະນາການຄ້າ ແລະ ພາກເອກະຊົນ ເຊິ່ງເປັນຜົນມາຈາກບົດປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ. 

WhatsApp Image 2021-11-10 at 3.38.07 PM

      ກອງປະຊຸມນີ້ໄດ້ແບ່ງອອກເປັນສອງພາກ; ພາກທໍາອິດແມ່ນປຶືກສາຫາລືກ່ຽວກັບ ສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ (CEM) ໂດຍນັກເສດຖະສາດອາວຸໂສຈາກທະນາຄານໂລກ, ທ່ານນາງ ເມລິດສ ຈູດ ແລະ ທ່ານ ຄິມ ເອັດວາດ ໄດ້ນໍາສະເໜີກ່ຽວກັບສິ່ງທ້າທາຍຕົ້ນຕໍຂອງເສດຖະກິດລາວ ແລະ ຂໍ້ສະເໜີແນະເພື່ອຟື້ນຟູເສດຖະກິດ ໃຫ້ມີຄວາມຍືນຍົງໃນລະດັບມະຫາພາກ ແລະ ການປັບປຸງຄວາມສາມາດໃນການແຂ່ງຂັນຂອງຂະແໜງກະສິກໍາ, ອຸດສາຫະກຳການຜະລິດ ແລະ ການບໍລິການ ໂດຍການນໍາໃຊ້ຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ຈຸດພິເສດຈາກພູມສັນຖານ ແລະ ແກ້ໄຂອຸປະສັກສະເພາະໃນບັນຍາກາດການລົງທຶນ ແລະ ການພັດທະນາທັກສະຂອງບຸກຄະລາກອນ. ຫົວຂໍ້ທີສອງແມ່ນການນໍາສະເໜີຜົນການສຶກສາຈາກບົດປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ແລະ ສະເໜີແຜນຈັດຕັ້ງປະຕິບັດ ເພື່ອປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການແກ້ໄຂບັນຫາຂອງແຕ່ລະຂະແໜງການເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນ ໃນຂະແໜງທຸລະກິດການຜະລິດສິນຄ້າກະສິກໍາ, ການທ່ອງທ່ຽວ ແລະ ອຸດສາຫະກຳການຜະລິດ.WhatsApp Image 2021-11-10 at 3.38.05 PM (2)

       ບົດນໍາສະເໜີກ່ຽວກັບບົດຮຽນທີ່ສາມາດຖອດຖອນໄດ້ຈາກການສະໜັບສະໜູນພາກທຸລະກິດເພື່ອປັບປຸງການປັບຕົວ ແລະ ຄວາມສາມາດໃນການແຂ່ງຂັນໃນໄລຍະຍາວໂດຍນໍາໃຊ້ກົນໄກທຶນສົມທົບພາຍໃຕ້ໂຄງການ LCT ໄດ້ຍົກຂຶ້ນມານໍາສະເໜີໃນພາກທີສອງຂອງກອງປະຊຸມ, ໂດຍທ່ານ ນິໂຄລາດ ຟຣີແມນ, ຫົວໜ້າທີມ BAF 2. ຫຼັງຈາກນັ້ນແມ່ນການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາສະເພາະໂດຍຜ່ານກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ (LBF) ໂດຍທ່ານນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

      ຫົວໜ້າທີມ BAF 2 ໄດ້ເນັ້ນໜັກໃນບົດນໍາສະເໜີວ່າ ເຖິງວ່າການລະບາດຂອງ ໂຄວິດ-19 ຈະສົ່ງຜົນກະທົບຕໍ່ເສດຖະກິດລາວໂດຍລວມ, ບັນດານັກທຸລະກິດຍັງຕ້ອງການ ທຶນສົມທົບ ແລະ ການບໍລິການປຶກສາຫາລືດ້ານທຸລະກິດຂອງ BAF 2 ເພີ່ມຂຶ້ນເລື້ອຍໆ ຍ້ອນວ່າບັນດາທຸລະກິດເຫັນວ່າການບໍລິການດ້ານການພັດທະນາທຸລະກິດແມ່ນເປັນໜຶ່ງໃນວິທີທີ່ຈະປັບຕົວ ແລະ ກະກຽມເພື່ອເຂົ້າສູ່ໄລຍະຫຼັງການລະບາດຂອງ ໂຄວິດ-19. ທ່ານຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຍັງໄດ້ເນັ້ນໜັກເຖິງຜົນສໍາເລັດທີ່ສໍາຄັນ, ຜູ້ມີສ່ວນຮ່ວມໃນກອງປະຊຸມທຸລະກິດຕ້ອງການສົ່ງເສີມກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນໃຫ້ມີປະສິດທິພາບຍິ່ງຂຶ້ນໂດຍຜ່ານການສ້າງຄວາມເຂັ້ມແຂງໃນການເຊື່ອມໂຍງລະຫວ່າງກອງປະຊຸມທຸລະກິດລາວ ແລະ ກອງປະຊຸມລັດຖະບານ ກໍຄື ການປັບປຸງກົນໄກການປະສານງານຕ່າງໆທີ່ມີພາຍໃຕ້ ກອງປະຊຸມທຸລະກິດລາວ.

WhatsApp Image 2021-11-10 at 3.38.07 PM (1)

      ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນ ພາຍໃຕ້ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF), ໄດ້ສະຫຼຸບໃນບົດກ່າວປິດໂດຍເນັ້ນໜັກເຖິງ ການສະໜັບສະໜູນເພື່ອເສີມສ້າງຄວາມເຂັ້ມແຂງດ້ານການຮ່ວມມືລະຫວ່າງ ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ແລະ ກອງປະຊຸມທຸລະກິດລາວ ແລະ ຊຸກຍູ້ໃຫ້ບັນດາໜ່ວຍງານທີ່ກ່ຽວຂ້ອງສືບຕໍ່ການປັບປຸງສະພາບແວດລ້ອມດ້ານລະບຽບການຂອງ ສປປ ລາວ ໃຫ້ມີຄວາມໂປ່ງໃສ ແລະ ສາມາດຄາດການໄດ້ ເພື່ອດຶງດູດໃຫ້ມີການລົງທຶນ ແລະ ກະກຽມເຂົ້າສູ່ການຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ ແລະ ການຟື້ນຟູເສດຖະກິດໄລຍະຍາວ.

     ທ້າຍນີ້, ທ່ານ ປອ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວປິດກອງປະຊຸມ ແລະ ສະແດງຄວາມຮັບຮູ້ເຖິງຄວາມສໍາຄັນຂອງການນໍາໃຊ້ ແລະ ການຈັດຕັ້ງປະຕິບັດບັນດາມາດຕະການເພື່ອຮັບມືກັບວິກິດການດັ່ງກ່າວຢ່າງມີປະສິດທິພາບ ເພື່ອຫຼຸດຜ່ອນຜົນກະທົບຕໍ່ທຸລະກິດ, ຂະແໜງການຕ່າງໆ ແລະ ເສດຖະກິດຂອງລາວເຮົາ ແລະ ສືບຕໍ່ການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ, ລວມທັງການຈັດຕັ້ງປະຕິບັດຕາມຄວາມມຸ່ງໝັ້ນໃນການສົ່ງເສີມວຽກງານການຄ້າ ແລະ ການລົງທຶນພາຍໃຕ້ກອບການຄ້າລະດັບພາກພື້ນ ແລະ ສາກົນເພື່ອເຮັດໃຫ້ການຟື້ນຟູເສດຖະກິດວ່ອງໄວຂຶ້ນ.

WhatsApp Image 2021-11-10 at 3.38.06 PM (1)

      ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ແຫຼ່ງຂ່າວ: ພະແນກຄຸ້ມຄອງຈັດຕັ້ງໂຄງການຊ່ວຍເຫຼືອຕ່າງປະເທດ NIU ກຜຮ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ