ຫົວໜ້າອົງການ JETRO ປະຈໍາ ສປປ ລາວ ເຂົ້າຢ້ຽມອໍາລາ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 9 Nov, 2021 At 02:03 PM | Categorized As ຂ່າວສຳຄັນ | With 0 Comments

  IMG_0016

     ຕອນເຊົ້າ ເວລາ 11: 00 ໂມງ ຂອງວັນທີ 09 ພະຈິກ 2021 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ຄຳແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ Katsuichi IWAKAMI, ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະ​ຈຳ ສປປ ລາວ ພ້ອມຄະນະ, ​ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານ.

IMG_0019IMG_0013

ໂອກາດນີ້ ທ່ານ ປອ. ຄຳແພງ ໄຊສົມແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ຕີລາສູງຕໍ່ ທ່ານຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ ທີ່ເຮັດໃຫ້​ ​ລັດຖະບານສອງປະເທດລາວ-ຍີ່ປຸ່ນ ໄດ້ເສີມຂະຫຍາຍການພົວພັນທີ່ດີ ຊຶ່ງກັນ ແລະ ກັນ, ການຮ່ວມມືປະສານງານກັນໃນບັນດາໂຄງການໄລຍະຜ່ານມາ ​ເປັນ​ຕົ້ນ​ ການຮ່ວມມື​ດ້ານການ​ຄ້າ, ການສ້າງໂອກາດຈັບຄູ່ຄ້ານັກທຸລະກິດລາວ ແລະ ຍີ່ປຸ່ນ (Matching), ​ການສົ່ງເສີມວຽກງານຫັດຖະກໍາ ແລະ ວຽກງານສົ່ງເສີມ ໜຶ່ງ​ເມືອງ​ໜຶ່ງ​ຜະລິດ​ຕະພັນ(ODOP) ຂອ​ງ​ລາວ, ການຝຶກອົບຮົມການພັດທະນາສິນຄ້າ ແລະ ອື່ນໆ. ໃນນີ້: ທ່ານຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ຜູ້ເກົ່າໄດ້ສະເໜີ ທ່ານຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ຜູ້ໃໝ່ຈະສືບຕໍ່ໃຫ້ການຮ່ວມມື, ການປະສານງານວຽກງານຕ່າງໆໃນຕໍ່ໜ້າ ພ້ອມ​ດຽວກັນນີ້ ກໍ່ຂອບໃຈມາຍັງທ່ານລັດຖະມົນຕີກະຊວງ ອຄ ທີ່ໄດ້ໃຫ້ການຕ້ອນ​ຮັບ​ເປັນ​ຢ່າງ​ດີ ແລະ ໃຫ້​ຄຳ​ປຶກ​ສາ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານແກ່ ຂ້າພະເຈົ້າໃນໄລຍະທີ່ປະຈໍາ ຢູ່ສປປ ລາວ. ທ້າຍນີ້, ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ Katsuichi IWAKAMI ທີ່ມີຄວາມຄິດເຫັນຢ່າງຈົບງາມ ໃນໄລຍະການປະຕິບັດໜ້າທີ່ປະຈໍາຢູ່ ສປປ ລາວ ພ້ອມທັງອວຍພອນ​ໄຊໃຫ້ທ່ານຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ສົ່ງເສີມສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຫຼາຍຂຶ້ນ ດ້ວຍ​ໄມ​​ຕີ​ຈິດມິດ​ຕະ​ພາບ.

IMG_0034IMG_0043

ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ