ພິທີແຕ່ງຕັ້ງ ທ່ານ ນາງ ທູນທອງໃຈ ພຣະສະຫວັດ ເປັນຜູ້ຮັກສາການຊົ່ວຄາວ ຜູ້ອໍານວຍການ ລຂລ
By theu vaenvongsod On 26 Oct, 2021 At 03:53 PM | Categorized As ຂ່າວພາຍໃນ | With 0 Comments

IMG_3050IMG_3057

    ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ (ລຂລ) ຈັດພິທີ ມອບຮັບໜ້າທີ່ອໍານວຍການ ລຂລ (ຜູ້ເກົ່າ) ແລະ (ຜູ້ໃໝ່) ລະຫວ່າງ ທ່ານ ພິນດາລາ ລັບຫ່ຽມແສງ ອໍານວຍການ ລຂລ (ຜູ້ເກົ່າ)  ແລະ ທ່ານ ນາງ ທູນທອງໃຈ ພຣະສະຫວັດ ເປັນຜູ້ຮັກສາການຊົ່ວຄາວ ຜູ້ອໍານວຍການ ລຂລ(ຜູ້ໃໝ່) ຂຶ້ນເພື່ອເປັນການຊີ້ນໍາໆພາວຽກງານໃຫ້ມີຄວາມກ້າວໜ້າຍິ່ງໆຂຶ້ນ.

IMG_3091

   ພິທີດັ່ງກ່າວຈັດ ຂຶ້ນໃນວັນທີ 22 ຕຸລາ 2021 ຜ່ານມາ, ທີ່ ລຂລ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດຣ ວິຣະວັນ ຄໍາຕັນ ປະທານສະພາບໍລິຫານຂອງ ລຂລ, ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ(ລນລ), ທ່ານ ວັນໄຊ ແກ້ວຄໍາພັນ ຮອງກົມຈັດຕັ້ງ ແລະ ພະນັກງານກະຊວງ ອຄ, ພ້ອມດ້ວຍພະນັກງານຂອງ ລນລ, ລຂລ ເຂົ້າຮ່ວມ.

IMG_3068IMG_3070

       ໃນພິທີ ທ່ານ ວັນໄຊ ແກ້ວຄໍາພັນ ໄດ້ຂຶ້ນຜ່ານ ຂໍ້ຕົກລົງເລກທີ 0961 /ອຄ ນະຄອນຫຼວງວຽງຈັນ ລົງວັນທີ 13 ຕຸລາ 2021 ວ່າດ້ວຍການອະນຸມັດແຕ່ງຕັ້ງຜູ້ຮັກສາການຊົ່ວຄາວ ຂອງລັດວິສາຫະະກິດ ຂົນສົ່ງນໍ້າມັນເຊື້ອໄຟລາວ  ມາດຕາ 1 ອະນຸມັດແຕ່ງຕັ້ງ ທ່ານ ນາງ ທູນທອງໃຈ ພຣະສະຫວັດ ຫົວໜ້າພະແນກຈັດຕັ້ງ ບໍລິຫານ ລຂລ ເປັນຜູ້ຮັກສາການຊົ່ວຄາວຜູ້ອໍານວຍການ ລຂລ.

IMG_3079

      ໂອກາດດັ່ງກ່າວ ທ່ານ  ພິນດາລາ ລັບຫ່ຽມແສງ ອະດິດຜູ້ອໍານວຍການ ລຂລ ໄດ້ເລົ່າຄືນມູນເຊື້ອ ແລະ ຜົນງານຕະຫຼອດໃນໄລຍະ 38 ປີຜ່ານມາຂອງການເປັນພະນັກງານ ລັດຖະກອນ ໃນ ລຂລ ເຊິ່ງສະແດງໃຫ້ເຫັນເຖິງຂະບວນວິວັດຂອງການເຕີບໃຫຍ່ຂະຫຍາຍຕົວ ໃນວຽກງານບໍລິການ, ການຂົນສົ່ງນໍ້າມັນເຊື້ອໄຟລາວ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະດວກຕ່າງໆ ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ. ພ້ອມນັ້ນກໍ່ຮຽກຮ້ອງຜູ້ອໍານວຍການຜູ້ໃໝ່ ແລະ ພະນັກງານ ຈົ່ງສືບຕໍ່ຮັກສາມູນເຊື້ອ ແລະ ນໍາພາຂົງເຂດທຸລະກິດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ເຮັດໃຫ້ທຸລະກິດມີຜົນກໍາໄລ ກ້າວຂຶ້ນໃນແຕ່ລະໄລຍະ.

IMG_3094

       ທ່ານ ນາງ ທູນທອງໃຈ ພຣະສະຫວັດ ໄດ້ກ່າວ ລາຍງານຫຍໍ້ ຕະຫຼອດໄລຍະເກືອບ 38 ປີໃນການເປັນພະນັກງານຂອງ ລຂລ ນັບແຕ່ເປັນພະນັກງານປະຈໍາຢູ່ແຂວງສະຫວັນນະເຂດ ຈົນໄດ້ຮັບໂອກາດ ຂຶ້ນມາປະຕິບັດໜ້າທີ່ຢູ່ນະຄອນຫຼວງວຽງຈັນ ເຊິ່ງເວລານັ້ນ ທັງເຮັດວຽກ ແລະ ຮຽນຮູ້ຍົກລະດັບ ຕາມພາລະບົດບາດ ແລະ ໜ້າທີ່ ໂດຍໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບໂອກາດໃນໜ້າວຽກສໍາຄັນຫຼາຍຢ່າງມີຜົນສໍາເລັດ ຈົນໄດ້ຮັບຄວາມໄວ້ວາງໃຈຈາກພະນັກງານ ແລະ ການນໍາຂອງ ລຂລ ໃຫ້ຂ້າພະເຈົ້າມາຮັບໜ້າທີ່ອັນມີກຽດ ເພື່ອຮ່ວມກັບອ້າຍນ້ອງພະນັກງານ ພ້ອມນໍາພາ ເຮັດໃຫ້ ລຂລ ມີການເຄື່ອນໄຫວດ້ານທຸລະກິດ ເຮັດແນວໃດ ໃຫ້ ລຂລ ສາມາດພິກວິກິດ ເຮັດໃຫ້ມີຜົນກໍາໄລ ໃນແຕ່ລະປີ.

IMG_3104

      ລຂລ ສ້າງຕັ້ງຂຶ້ນ ຕາມຂໍ້ຕົກລົງສະບັບເລກທີ 3271/ກງ ລົງວັນທີ 21 ຕຸລາ 2009 ໂດຍພາຍໃຕ້ການຄຸ້ມຄອງບໍລິຫານຈັດການຕາມຂໍ້ຕົກລົງແຕ່ງຕັ້ງ ຄະນະອໍານວຍການ ລຂລ ສະບັບເລກທີ 3168/ກງ ລົງວັນທີ 9 ທັນວາ 2009 ເບື້ອງຕົ້ນປະກອບມີ ຄະນະອໍານວຍການ 3 ທ່ານ ຮອດທ້າຍປີ 2018 ປັດຈຸບັນ ຍັງ ເຫຼືອ 1 ທ່ານ, ຈໍານວນພົນປັດຈຸບັນມີ 150 ຄົນ, ຈໍານວນພາຫະນະເບື້ອງຕົ້ນ 151 ຄັນ(ເປ່ເພບໍ່ໄດ້ເຄື່ອນໄຫວ 16 ຄັນ) ປັດຈຸບັນມີ 112 ຄັນ, ໃນນັ້ນ ເຄື່ອນໄຫວຕົວຈິງ 102 ຄັນ, ຈັດຊື້ເຂົ້າໃໝ່ 10 ຄັນ.

IMG_3163IMG_3154

       ຜົນຂອງການດໍາເນີນທຸລະກິດ ໃນປີ 2010 ບໍລິມາດຂົນສົ່ງນໍ້າມັນ 23.294.864 T/Km ມີກໍາໄລ 2 ຕື້ກວ່າກີບ, ປີ 2011 ຂົນສົ່ງນໍ້າມັນ 22.860.768 T/Km  ກໍາໄລ 1,1 ຕື້ກວ່າກີບ. ປີ 2012 ຂົນສົ່ງນໍ້າມັນ 20.487.751 T/Km ກໍາໄລ 1,1 ຕື້ກວ່າກີບ.   ປີ 2013 ຂົນສົ່ງ 19.405.295 T/Km ກໍາໄລ 214 ລ້ານກ່ວາກີບ, ປີ 2014  ຂົນສົ່ງ ນໍ້າມັນ 15.839.463 T/Km  ກໍາໄລ 549 ລ້ານກວ່າກີບ, ສ່ວນປີ 2015 -2017  ຍອດຂົນສົ່ງກໍ່ຫຼຸດລົງ ພ້ອມທັງ ຂາດທຶນ 3 ປີຊ້ອນ  ສາເຫດເນື່ອງຈາກ ຕົວເລກບໍລິການຂົນສົ່ງຫຼຸດລົງ ລາຍຮັບກໍ່ຫຼຸດລົງຕາມກັນ, ປີ 2018- 2019 ເຫັນວ່າຕົວເລກລາຍຮັບ, ຕົວເລກບໍລິການ ມີແນວໂນ້ມຫຼຸດລົງ ລາຍຮັບກໍ່ຫຼຸດລົງ ແຕ່ກໍ່ຍັງມີກໍາໄລ ເຊັ່ນ: ໃນປີ 2018  ຂົນສົ່ງນໍ້າມັນ 18.469.478 T/Km ກໍາໄລ 10,7 ລ້ານກວ່າກີບ, ປີ 2019  ຂົນສົ່ງນໍ້າມັນ 15.042.285 T/Km ກໍາໄລ 15,5 ລ້ານກວ່າກີບ. ສ່ວນປີ 2020 ຍອດຂົນສົ່ງນໍ້າມັນ 8.930.389 T/Km ຂາດທຶນ 1,8 ຕື້ກວ່າກີບ,  ສໍາລັບ 6 ເດືອນຕົ້ນປີ 2021 ຍອດຂົນສົ່ງນໍ້າມັນ 5.057.715 T/Km ຂາດທຶນ 1,1 ຕື້ກວ່າກີບ.

IMG_3117

       ເຊິ່ງຕົວເລກບໍລິການມີແນວໂນ້ມຫຼຸດລົງຕໍ່ເນື່ອງ ດ້ວຍຫຼາຍສາເຫດທັງພາຍໃນ ແລະ ພາຍນອກ ຈາກເລີ່ມຕົ້ນ 23 ລ້ານກວ່າ T/Km ມາຮອດປັດຈຸບັນ 8 ລ້ານກວ່າ T/Km ເຮັດໃຫ້ລາຍຮັບກໍ່ຫຼຸດລົງເຊັ່ນກັນໃນແຕ່ລະປີ.

IMG_3112

       ໃນຕອນທ້າຍ ທ່ານ ດຣ ວິຣະວັນ ຄໍາຕັນ ໄດ້ກ່າວຍ້ອງຍໍຊົມເຊີຍຜົນງານຂອງ ຜູ້ອໍານວຍການຜູ້ເກົ່າທີ່ ດໍາເນີນໃນຕະຫຼອດໄລຍະຜ່ານມາ ພ້ອມສະແດງຄວາມຍິນດີ ໃນການມາຮັບໜ້າທີ່ໃໝ່ຂອງ ທ່ານ ນາງ ທູນທອງໃຈ ພຣະສະຫວັດ ຍົກໃຫ້ເຫັນຂໍ້ດີ, ຂໍ້ສະດວກໃນການດໍາເນີນທຸລະກິດໃນໄລຍະຜ່ານມາ ພ້ອມດຽວກັນນີ້ ກໍ່ຮຽກຮ້ອງໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າທ່າແຮງ ແລະ ໂອກາດໃນການ ດໍາເນີນທຸລະກິດໃນຕໍ່ໜ້າເພື່ອເຮັດແນວໃດ ໃຫ້ ລຂລ ມີຜົນກໍາໄລປະກອບສ່ວນພັນທະຕ່າງໆໃຫ້ລັດຖະບານ ເພີ່ມຂຶ້ນ.

IMG_3135

ແຫຼ່ງຂ່າວ: ລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ