ພະແນກອຸດສາຫະກຳ ແລະ ການຄ້າ ລົງເຜີຍແຜ່ບົດຮຽນຜົນໄດ້ຮັບຈາກການປູກສາລີພັນໃໝ່ ຢູ່ເມືອງຮຸນ ແລະ ເມືອງແບງ
By theu vaenvongsod On 14 Oct, 2021 At 12:46 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2021-10-12 at 2.21.23 PM

        ຕົ້ນເດືອນຕຸລາ 2021ນີ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ແລະ ໜ່ວຍງານປະສານງານໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຫຼື (ECL) ໄດ້ລົງເຜີຍແຜ່ບົດຮຽນຜົນໄດ້ຮັບຈາກການປູກສາລີພັນໃໝ່ ຂອງໂຄງການຕົວແບບ ໃຫ້ຜູ້ປະກອບການ ແລະ ຊາວກະສິກອນຜູ້ທີ່ເປັນສະມາຊິກໂຄງການ ຢູ່ 02 ເມືອງ ຄື: ເມືອງຮຸນ ແລະ ເມືອງແບງ, ແຂວງອຸດົມໄຊ ໂດຍການເຜີຍແຜ່ຂອງ ທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍຜູ້ປະສານງານໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຮຸນ ແລະ ເມືອງແບງ; ແລະ ຜູ້ປະກອບການ ແລະ ຊາວກະສິກອນສອງເມືອງ ເຂົ້າຮ່ວມ.

WhatsApp Image 2021-10-12 at 2.21.22 PM

   ໃນໂອກາດການລົງເຜີຍແຜ່ບົດຮຽນຜົນໄດ້ຮັບຈາກການປູກສາລີພັນໃໜ່ນີ້ ຊ່ຽວຊານໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ກໍ່ໄດ້ຜ່ານບົດວິເຄາະຂອງການປູກສາລີພັນໃໝ່ ໂດຍໄດ້ປຽບທຽບສະມັດຕະພາບຜົນຜະລິດ ໄລຍະ 2017-2018 ສະມັດຕະພາບຜົນຜະລິດສາລີໄດ້ພຽງແຕ່ 3-4 ໂຕນຕໍ່ເຮັກຕາ ໄລຍະນັ້ນຊາວກະສິ

ກອນໄດ້ປູກແບບທຳມະຊາດ ແລະ ໄລຍະ 2019-2020 ໄດ້ຮັບການຊຸກຍູ້ ສົ່ງເສີມ ຈາກໂຄງການ ECL ເຮັດໃຫ້ສະມັດຕະພາບຜົນຜະລິດສາລີໄດ້ຮັບຜົນສູງເຖິງ 7-8 ໂຕນຕໍ່ເຮັກຕາ.

WhatsApp Image 2021-10-12 at 2.21.21 PM

     ເນື່ອງຈາກວ່າ ຜົນຂອງການທົດລອງໃຊ້ແນວພັນທີ່ໂຄງການສະໜອງໃຫ້ ຖ້າທຽບໃສ່ສາລີແນວພັນ ທີ່ຊາວກະສິກອນປູກຜ່ານມາ ເຫັນວ່າຜົນຜະລິດສາລີທີ່ໄດ້ຈາກແນວພັນຊະນິດໃໝ່ນີ້ມີຜົນຜະລິດສູງກວ່າ, ທັງນີ້ ຍ້ອນວ່າຊາວກະສີກອນໄດ້ນຳໃຊ້ເຕັກນິກວິຊາການ, ອຸປະກອນ-ເຄື່ອງມື ແລະ ການເອົາໃຈໃສ່ບົວລະບັດຮັກສາຖືກຕ້ອງຕາມຫລັກການ ຈຶ່ງເຮັດໃຫ້ສະມັດຕະພາບຜົນຜະລິດທີ່ໄດ້ຮັບສູງຂຶ້ນ. ນອກຈາກນີ້ ໂຄງການ ຍັງໄດ້ໃຫ້ຄວາມສຳຄັນໃນການປຸງປັບດິນໄປພ້ອມກັບການປູກສາລີ ແລະ ນຳໃຊ້ເຕັກນິກປູກຖົ່ວເຫຼືອງ ສັບຫວ່າງຕົ້ນສາລີ ຕື່ມອີກ.

ແຫຼ່ງຂ່າວ: ໄລພອນ ແກ້ວມະນີວອນ ພະແນກອຄ ແຂວງອຸດົມໄຊ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ