ກອງປະຊຸມເປີດກວ້າງ ວ່າດ້ວຍການເຂົ້າເປັນສະມາຊິກອົງການການຄ້າໂລກ
By admin On 13 May, 2013 At 08:25 AM | Categorized As ຂ່າວພາຍໃນ | With 0 Comments

ກອງປະຊຸມເປີດກວ້າງ ວ່າດ້ວຍການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຂອງ ສປປ ລາວ ເພື່ອຄວາມເຂົ້າໃຈກ່ຽວກັບຂໍ້
ຜູກພັນທີ່ກ່ຽວຂ້ອງ ແລະ ຜົນທີ່ຈະເກີດຂຶ້ນຕໍ່ພາກທຸລະກິດ-ສະເພາະຂົງເຂດກະສິກຳ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2012 ທີ່ໂຮງແຮມເມີ
ຄຽວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ
ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີຜູ້ຕາງໜ້າຈາກອົງການການຄ້າໂລກ ມີນັກທຸ
ລະກິດພາກເອກະຊົນ ແລະ ອົງການຈັດຕັ້ງສາກົນປະຈຳລາວ ເຂົ້າຮ່ວມ.
ກອງປະຊຸມເປີດກວ້າງຄັ້ງນີ້ ແມ່ນເພື່ອແຈ້ງຂໍ້ມູນ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ພາກສ່ວນກ່ຽວຂ້ອງຕ່າງໆຢູ່ ສປປ ລາວ ນັບຕັ້ງແຕ່
ເຈົ້າຂອງທຸລະກິດ ຜູ້ອອກແຮງງານ ພະນັກງານ-ລັດຖະກອນ ກຸ່ມຕ່າງໆໃນສັງຄົມ ແລະ ສື່ມວນຊົນ ໃຫ້ຮູ້ກ່ຽວກັບບັນດາພັນທະຂໍ້ຜູກ
ພັນທີ່ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ໄວ້ໃນການເຂົ້າເປັນພາຄີອົງການການຄ້າໂລກ (WTO) ການສົນທະນາແລກປ່ຽນແບບລວມ
ເອົາທຸກພາກສ່ວນ ແລະ ເປີດກວ້າງຈະປະກອບສ່ວນເພີ່ມຄວາມເຂົ້າໃຈ ແລະ ຄວາມເປັນເຈົ້າການຕໍ່ຂະບວນການດັ່ງກ່າວ.
ນອກຈາກນີ້ ຍັງມີເປົ້າໝາຍແນໃສ່ປະກອບສ່ວນເພີ່ມເຕີມ ໃສ່ຄວາມເປັນເອກະພາບແຫ່ງຊາດ ທີ່ຈຳເປັນສຳລັບການໃຫ້ສັດຕະຍາບັນ
ຕໍ່ຊຸດເງື່ອນໄຂການເຂົ້າເປັນພາຄີອົງການການຄ້າໂລກ ນອກນັ້ນ ຍັງມີເປົ້າໝາຍເພື່ອສ້າງຄວາມເຂົ້າໃຈທີ່ຈຳເປັນ ເພື່ອກ່ຽວກັບຜົນປະ
ໂຫຍດຕ່າງໆ ແລະ ຈຸດຢືນໃນການແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະມີ ໃນຂົງເຂດການຈັດຕັ້ງປະຕິບັດພັນທະຂໍ້ຜູກພັນ ກໍຄືປັບປຸງ
ຄວາມສາມາດແຂ່ງຂັນໃນບາງຂະແໜງການ ແນ່ນອນເຮົາຈະສາມາດບັນລຸໂອກາດຕ່າງໆທາງດ້ານທຸລະກິດ ຈາກການເປັນສະມາຊິກ
ອົງການການຄ້າໂລກຂອງ ສປປ ລາວ ໄດ້ກໍຕໍ່ເມື່ອບັນດາວິສາຫະກິດຕ່າງໆ ຮູ້ໄດ້ເຖິງໂອກາດທີ່ມີເຫຼົ່ານັ້ນ

ແຫ່ງຂ່າວຈາກ ຫນັງສືພິມເສດຖະກິດສັງຄົມ

About -