ກອງປະຊຸມພາກທຸລະກິດ ອາຊີ-ເອີຣົບ ຄັ້ງທີ 13 ໄຂຂຶ້ນຢ່າງເປັນທາງການ
By admin On 13 May, 2013 At 08:46 AM | Categorized As ຂ່າວສຳຄັນ | With 0 Comments

ກອງປະຊຸມພາກທຸລະກິດ ອາຊີ-ເອີຣົບ ຄັ້ງທີ 13 (AEBF) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 4ພະຈິກ 2012ນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງມີທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ-ການຄ້າ ພ້ອມດ້ວຍຄະນະຜູ້ແທນ ຈາກບັນດາປະເທດໃນທະວີບອາຊີ-ເອີຣົບ ເຂົ້າຮ່ວມ 350 ທ່ານ.

ພະນະທ່ານ ທອງສິງ ທຳມະວົງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມ (AEBF) ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ເຖິງວ່າຈະຈັດຂຶ້ນເປັນຄັ້ງທີ 13ແລ້ວກໍຕາມ ແຕ່ໄດ້ຈັດຂຶ້ນໃນເວລາທີ່ໂລກຂອງພວກເຮົາ ກຳລັງປະເຊີນໜ້າກັບບັນຫາທ້າທາຍຫຼາຍປະການ ໂດຍສະເພາະແມ່ນຄວາມຫຍຸ້ງຍາກ ໃນການພັດທະນາເສດຖະກິດ ອັນເນື່ອງມາຈາກວິກິດການດ້ານການເງິນ ແລະ ດ້ານອື່ນໆ ທີ່ເກີດຂຶ້ນໃນໄລຍະຜ່ານມາ ຊຶ່ງໄດ້ເຮັດໃຫ້ເກີດສະພາວະເສດຖະກິດຖົດຖອຍ ແລະ ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນລະດັບທີ່ແຕກຕ່າງກັນ.

ດ້ວຍເຫດນັ້ນ ຂ້າພະເຈົ້າຈຶ່ງຫວັງຢ່າງຍິ່ງວ່າ ການປຶກສາຫາລືໃນກອງປະຊຸມຄັ້ງນີ້ ຈະເປັນໂອກາດອັນດີທີ່ບັນດາທ່ານ ຈະໄດ້ພ້ອມກັນສັງລວມບັນດາຄວາມເຫັນ ທີ່ຫຼາຍອັນເປັນປະໂຫຍດ ເພື່ອຮັບມືກັບວິກິດການດັ່ງກ່າວ ດ້ວຍການຊອກຊ່ອງທາງທີ່ເໝາະສົມສອດຄ່ອງ ເພື່ອພັດທະນາເສດຖະກິດ ການຄ້າ ແລະ ການລົງທຶນ ໃນໄລຍະໃໝ່ຂອງໂລກ ເວົ້າລວມ ເວົ້າສະເພາະແມ່ນຂອງພາກພື້ນອາຊີ-ເອີຣົບ ຢ່າງມີປະສິດທິຜົນທຸກຂ້ໍສະເໜີ ທີ່ໄດ້ຮັບຈາກກອງປະຊຸມຄັ້ງນີ້ ຈະໄດ້ນຳໄປລາຍງານຕໍ່ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 9ແລະ ຈະເປີດໂອກາດໃຫ້ບັນດາທ່ານ ຜູ້ນຳຂອງສອງພາກພື້ນອາຊີ-ເອີຣົບ ໄດ້ທົບທວນຄືນກ່ຽວກັບບັນດານະໂຍບາຍ ແລະ ມາດຕະການຕ່າງໆ ທີ່ມີຜົນກະທົບຕໍ່ການພັດທະນາເສດຖະກິດ-ການຄ້າ ແລະ ການລົງທຶນ ໃນປັດຈຸບັນກໍຄືໃນຕໍ່ໜ້າຢ່າງສອດຄ່ອງ ແລະ ແທດເໝາະກັບສະພາບການຕົວຈິງ.

ບັນດາຫົວຂໍ້ຕ່າງໆ ທີ່ນຳມາແລກປ່ຽນນຳກັນ ເປັນຕົ້ນແມ່ນ ແນວໂນ້ມສາຍພົວພັນດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຂອງສອງພາກພື້ນ ບັນຫາການຮ່ວມມື ເພື່ອຜ່ານຜ່າວິກິດການດ້ານການເງິນ ທີ່ເກີດຂຶ້ນສິ່ງທ້າທາຍດ້ານສະພາບແວດລ້ອມ ກັບການພັດທະນາດ້ານເສດຖະກິດ ການຄ້ຳປະກັນດ້ານສະບຽງອາຫານ ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ອື່ນໆ ຂ້າພະເຈົ້າເຫັນວ່າ ບັນຫາເຫຼົ່ານີ້ ລ້ວນແຕ່ເປັນຫົວຂໍ້ທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ໃນເງື່ອນໄຂໃນປັດຈຸບັນ ຊຶ່ງພວກເຮົາຈະຕ້ອງໄດ້ຮ່ວມມືກັນ ຕໍ່ສູ້ກັບອຸປະສັກຕ່າງໆເຫຼົ່ານີ້ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງພາກພື້ນຂອງພວກເຮົາ.

ສຳລັບ ສປປ ລາວ ໄດ້ເອົາໃຈໃສ່ປະຕິບັດຍຸດທະສາດ ການພັດທະນາເສດຖະກິດຂອງຕົນ ດ້ວຍຄວາມຫ້າວຫັນໂດຍສຸມໃສ່ ການພັດທະນາແບບຍືນຍົງ ຊຶ່ງສະແດງອອກໃນບັນດາຕົວຊີ້ວັດ ດ້ານການພັດທະນາເສດຖະກິດ-ສັງຄົມໂດຍລວມ ຊຶ່ງໃນຊຸມປີຜ່ານມາ ກໍໄດ້ມີສິ່ງຢັ້ງຢືນເຖິງຜົນສຳເລັດ ໃນລະດັບອັນແນ່ນອນທີ່ ສປປ ລາວ ສາມາດບັນລຸໄດ້ໃນຫຼາຍດ້ານ ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງຈະຕ້ອງໄດ້ບຸກບືນ ຜ່ານຜ່າສິ່ງທ້າທາຍຫຼາຍສົມຄວນ ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມ ທີ່ຕົນເອງໄດ້ກຳນົດເອົາໄວ້ ໂດຍສະເພາະແມ່ນການບັນລຸເປົ້າໝາຍສະຫັດສະວັດ ເພື່ອການພັດທະນາ ປີ 2015 ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2020ດ້ວຍເຫດນັ້ນ ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນແນວທາງທີ່ມີຄຸນຄ່າ ສຳລັບການວາງແຜນພັດທະນາເສດຖະກິດໃນຕໍ່ໜ້າ ຢ່າງສອດຄ່ອງ ແລະ ແທດເໝາະກັບສະພາບການໃນປັດຈຸບັນ.

ພະນະທ່ານ ທອງສິງ ທຳມະວົງ ຍັງໄດ້ແຈ້ງໃຫ້ຄະນະຜູ້ແທນກອງປະຊຸມຊາບອີກວ່າ: ໃນວັນທີ 26 ຕຸລາ 2012 ຜ່ານມາ ສປປ ລາວ ໄດ້ຖືກຮັບເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ ໃນເງື່ອນໄຂດັ່ງກ່າວ ພວກຂ້າພະເຈົ້າຈະສືບຕໍ່ຮ່ວມມືຢ່າງສ້າງສັນກັບບັນດາປະເທດ ໃນວົງຄະນະຍາດສາກົນ ພ້ອມກັນພັດທະນາ ເພື່ອນຳເອົາຄວາມສົມບູນພູນສຸກ ມາໃຫ້ແກ່ປະຊາຊົນສອງພາກພື້ນ ອາຊີ-ເອີຣົບ ໃຫ້ນັບມື້ນັບຫຼາຍຂຶ້ນ.

ຄັດຈາກ: ໜັງສືພິມວຽງຈັນໃໝ່

ບຸນນໍຳ

About -