ຫວັງສົ່ງເສີມໃຫ້ມີການຜະລິດເປັນສິນຄ້າ ໂອດອບ (ODOP) ຂອງ ແຂວງອຸດົມໄຊ
By admin On 5 May, 2013 At 07:46 AM | Categorized As ຂ່າວພາຍໃນ | With 0 Comments
ໃນວັນທີ 28 ມີນາ 2013 ທີຫ້ອງປະຊຸມພະແນກອຸດສາ ຫະກຳ ແລະ ການຄ້າ ໄດ້ຈັດເປີດກອງປະຊຸມປຶກສາຫາລື  ເພື່ອຈັດ ຕັ້ງຄະນະກຳມະການຄັດເລືອກສີນຄ້າ ໂອດອບ (ODOP)  ຂັ້ນແຂວງ, ຂັ້ນເມືອງ.
      ພາຍໃຕ້ການເປັນປະທານໂດຍ  ທ່ານ ບຸນທຳ ວັນນະພອນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນມີບັນດາຫົວໜ້າ ແລະ ຮອງຫົວໜ້າ ຫຼື ວິຊາການຂອງຫ້ອງການອຸດສາຫະກຳ ແລະ ການຄ້າແຕ່ລະເມືອງ ພ້ອມດ້ວຍແຂກເຊີນທີ່ມາຈາກ ຫ້ອງວ່າການປົກຄອງແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກກະສີກຳ ແລະ ປ່າໄມ້ແຂວງ, ພະແນກຖະແຫຼງຂ່າວ ແລະ ວັດທະນາທຳແຂວງ, ສະຫະພັນແມ່ຍິງແຂວງ ແລະ ນັກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 34 ສະຫາຍ, ຍິງ 6 ສະຫາຍ.
        ໃນກອງປະຊຸມ ສະຫາຍ ບຸນທຳ ວັນນະພອນ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຜ່ານບົດແນະນຳກ່ຽວກັບສົ່ງເສີມການຜະລິດສິນຄ້າ ໂອດອບ (ODOP).odop_oudomxay1
ຈາກນັ້ນ ທາງຄະນະ ຮັບຜິດຊອບກອງປະຊຸມ ກໍ່ໄດ້ຜ່ານເນື້ອ ໃນກອງປະຊຸມໃນຄັ້ງນີ້ມີຄື: ສະຫາຍ ນາງ ໄມພອນ ສີລິວົງ ຫົວໜ້າ ຂະແໜງສົ່ງເສີມ ແລະ ພັດທະນາສິນຄ້າ ໄດ້ຜ່ານເງືອນໄຂ ແລະ ຂັ້ນ ຕອນໃນການຄັດເລືອກສິນຄ້າ “ ໜຶ່ງເມືອງໜຶ່ງຜະລິດ ຕະພັນ”, ສະຫາຍ ອຸ່ນຄຳ ອ່ອນພະຈັນ ຫົວໜ້າ ສູນ PMC ຜ່ານ ເອກະສານ ມາດຖານການຄັດເລືອກຜະລິດຕະພັນ ແລະ ສະຫາຍ ນາງ ແສງເພັດ ຈັນທະວົງ ກໍ່ໄດ້ຜ່ານ ເອກະສານລະບຽບການນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງຜະລິດຕະພັນ ແຫ່ງຊາດ ໃຫ້ທີ່ປະຊຸມ ໄດ້ຮັບຮູ້ ແລະ ເຂົ້າໃຈສາມາດປະຕິບັດໄດ້ຢ່າງຖືກຕ້ອງຕາມຂະບວນການດັ່ງກ່າວ ຫຼັງຈາກນັ້ນຜູ້ແທນກອງປະຊຸມປະກອບຄຳເຫັນ, ຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ເພື່ອກຳນົດສິນຄ້າທີ່ເປັນເອກະລັກຂອງແຂວງ ເພື່ອເປັນເຄື່ອງຕ້ອນ-ຂອງຝາກໃນງານມະຫາ ກຳກິລາແຫ່ງຊາດທີ່ແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບປີ 2014 ທີ່ຈະມາເຖິງ.
    ຈາກນັ້ນຄະນະຮັບຜິດຊອບກໍ່ໄດ້ສັງລວມຄວາມ ເຫັນຂອງບັນດາຜູ້ແທນມີຄື: 1.) ເສັ້ນຝ້າຍພື້ນເມືອງ, ເສັ້ນຈາກເຄື່ອປຽດ, ເສັ້ນໄຍຈາກເປືອກຕົ້ນຫຍ້າ ບອຍ, ຕົ້ນລະວັງ ແລະ ເສັ້ນໄຍຈາກຕົ້ນໝາກກ້ວຍ. 2.) ຜະລິດຕະພັນໄມ້ປ່ອງ, ຊາພັນປີຈາກທຳມະຊາດ ແລະ ປະເພດອາຫານເຊັນ: ໄຄ່ແຜນ, ເຫຼົ້າຂາວ, ເຫຼົ້າເຂົ້າກຳ, ໂອດ, ແຈ່ວນ້ຳຜັກ, ນ້ຳປູ, ໜໍ່ໄມ້ຂົມ ແລະ ອື່ນໆ. 3.) ປະເພດແຫຼ່ງທ່ອງທ່ຽວທີ່ສຳຄັນແມ່ນ ຖ້ຳຈອມອອງ ເຊິ່ງຜ່ານການສຳ ຫຼວດແລ້ວມີຄວາມຍາວ 18 km ເປັນອັນດັບທີ່ 3 ຂອງເຂດອາຊີ, ວັດພະເຈົ້າສິງຄຳ ແຫ່ງຄວາມຊັກສິດຂອງປະຊາຊົນເມືອງຫລາ ແລະ ຂອງແຂວງອຸດົມໄຊ ແລະ ການທ່ອງທ່ຽວກັບວັດທະນາທຳຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ.
odop_oudomxay2odop_oudomxay3
ຕອນທ້າຍກອງປະຊຸມ ທ່ານ ບຸນທັນ ວັນນະພອນ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ສະຫຼຸບສັງລວມຫຍໍ້ໝາກຜົນ ຂອງກອງປະຊຸມ ແລະ ທ່ານໄດ້ເນັ້ນໜັກໃຫ້ບັນດາ ສະຫາຍທີ່ປະຊຸມ ປຶກສາຫາລື ຈົ່ງພ້ອມກັນສຸມທຸກ ສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດ ໜ້າທີວຽກງານ ໂດຍອີງໃສ່ການແບ່ງປັນໜ້າທີ່ຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດເໝາະສົມ ກັບແຕ່ລະຄະແໜງການຕາມໜ້າວຽກຕົວຈິງ, ນຳເອົາທິດທາງແຜນການອັນລະອຽດເພື່ອຈັດຕັ້ງປະຕິບັດຕາມແຕ່ລະໄລຍະໃຫ້ຖືກຕ້ອງ ກັບການລົງຊຸກຍູ້ການຜະລິດສິນຄ້າ ໂອດອບ (ODOP) ຂອງພໍ່ແມ່ປະຊາຊົນ ໃນເຂດເປົ້າໝາຍການຜະລິດສິນຄ້າ ໂອດອບ ເພື່ອຕອບ ສະໜອງ ໃຫ້ກັບຄວາມຕ້ອງການຂອງແຂກທີ່ຈະເຂົ້າມາງານກິລາໃນຄັ້ງນີ້.
ຂ່າວ: ພອນສະຫວາດ ຄຸນປະເສີດ ຂະແໜງແຜນ-ການສະຖິຕິ      ພະແນກອຸດສາຫະກຳ ແລະ ການຄ້າແຂວງ
ໂທ: 081 312 300 ມືຖື: 02022032044

About -