ຄວາມເປັນຈິດຫນຶ່ງໃຈດຽວກັນ ຂອງປວງຊົນລາວທັງຊາດ ເພື່ອບັນເທົາຄວາມເດືອດຮ້ອນຂອງພໍ່ແມ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຈາກສະພາບຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເຂດເມືອງສະຫນາມໄຊ ແຂວງອັດຕະປື.
By sonsathit rasavong On 26 Jul, 2018 At 02:58 PM | Categorized As ຂ່າວສຳຄັນ | With 0 Comments

            ດັ່ງທີ່ບັນດາທ່ານໄດ້ຍິນຂ່າວຈນກຫລາຍໆຊອງທາງ ຫລາຍສໍານັກຂ່າວໄດ້ນໍາສະເໜີສະພາບພໍ່ແມ່ພີ່ນ້ອງປະຊາຊົນຂອງແຂວງອັດຕະປືທີ່ຖືກປະສົບອຸທົກຄະໄພນໍ້າຖ້ວມ, ມີທັງຜູ້ເສຍຊີວິດ ແລະ ສູນຫາຍເປັນຈໍານວນຫລວງຫລາຍ ເວົ້າໄດ້ວ່າເປັນຄັ້ງທໍາອິດທີ່ປະເທດລາວມີຄວາມເສຍຫາຍຫລາຍທີ່ສຸດ, ສະນັ້ນ, ເປັນສາເຫດທີ່ການນໍາກະຊວງອຸດສາຫະກໍາ ແລະ ການຄ້າ ມີຄວາມຮີບຮ້ອນໃຈປຸກລະດົມເອື້ອຍອ້າຍນ້ອງພະນັກງານພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຈົ່ງໃຫ້ຄວາມຊ່ອຍເຫືຼອແຜ່ວັດຖຸປັດໃຈ ໂດຍສະເພາະເຄື່ອງນຸ່ງຮົ່ມ, ເຂົ້າສານ, ອາຫານແຫ້ງ ແລະ ເງິນ.

IMG_0841

            ພ້ອມນີ້ບໍລິສັດມັງກອນບໍລິການຈໍາກັດຜູ້ດຽວ ໄດ້ຮ່ວມບໍລິຈາກຊື້ເຂົ້າສານ ຕົກເປັນເງິນຈໍານວນ 15.000.000 ກີບ. ເພື່ອແບ່ງປັນຄວາມທຸກໂສກຂອງປະຊາຊົນຜູ້ປະສົບໄພ ທີ່ແຂວງອັດຕະປື, ທີ່ບໍລິຈາກຜ່ານກະຊວງ ອຄ ຕາງຫນ້າມອບ-ຮັບໂດຍ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອສັງລວມ ແລະ ນໍາໄປມອບລວມສູນໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນໍາໄປມອບຕໍ່ໃຫ້ຜູ້ທີ່ຖຶກໄພພິບັດໃນຄັ້ງນີ້.

ຂ່າວໂດຍ: ພູຄໍາ ຫລວງສຸພົນ