ລັດຖະມົນຕີ ລາວ ຍອມຮັບວ່າ ຍັງມີຄອບຄົວຍາກຈົນ ເຫຼືອຢູ່ຫຼາຍກວ່າ 64.500 ຄອບຄົວ
By theu vaenvongsod On 24 Jul, 2018 At 03:20 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

   Chrildren of Laos

     ລັດຖະມົນຕີ ລາວ ຍອມຮັບວ່າ: ຍັງມີຄອບຄົວຍາກຈົນເຫຼືອຢູ່ຫຼາຍກວ່າ 64.500 ຄອບຄົວ ແລະ ຍັງມີບ້ານທຸກຍາກອີກເຖິງ 1.536 ບ້ານທີ່ລັດຖະບານ ລາວ ຈະຕ້ອງລົບລ້າງໃຫ້ໄດ້ຢ່າງສິ້ນເຊີງພາຍໃນ ປີ 2020.

     ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຢືນຢັນວ່າ: ການຈັດຕັ້ງປະຕິບັດໃນໄລຍະເກືອບ 3 ປີທີ່ຜ່ານມາ ລັດຖະບານ ລາວ ສາມາດແກ້ໄຂບັນຫາຍາກຈົນຂອງປະຊາຊົນ ລາວ ໄດ້ຈຳນວນ 12.011 ຄອບຄົວ ແລະ ລົບລ້າງບັນຫາຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ ທັງຍັງໄດ້ສ້າງຕັ້ງບ້ານພັດທະນາເພີ່ມຂຶ້ນອີກ 561 ບ້ານເຮັດໃຫ້ໃນທົ່ວປະເທດ ລາວ ມີບ້ານພັດທະນາແລ້ວເຖິງ 4.138 ບ້ານ, ໃນຂະນະດຽວກັນກໍມີບ້ານໃຫຍ່ທີ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດເພີ່ມຂຶ້ນຈາກ 45 ເປັນ 56 ເມືອງນ້ອຍ.

     ແຕ່ຢ່າງໃດກໍຕາມ ຍັງມີຄອບຄົວຍາກຈົນເຫຼືອຢູ່ເຖິງ 64.593 ຄອບຄົວ ແລະ ບ້ານທຸກຍາກອີກຈຳນວນ 1.536 ບ້ານທີ່ລັດຖະບານ ລາວ ຈະຕ້ອງດຳເນີນມາດຕະການເພື່ອລົບລ້າງບັນຫາທຸກຍາກໃຫ້ໄດ້ຢ່າງສິ້ນເຊີງ ຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2020 ຊຶ່ງກໍໝາຍຄວາມວ່າຍັງມີເວລາເຫຼືອຢູ່ພຽງ 2 ປີກວ່າເທົ່ານັ້ນທີ່ລັດຖະບານລາວ ຈະຕ້ອງດຳເນີນມາດຕະການຕ່າງໆເພື່ອບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ ໃນຂະນະທີ່ການຈັດຕັ້ງປະຕິບັດໃນໄລຍະ 3 ປີທີ່ຜ່ານມາ ລັດຖະບານ ລາວ ສາມາດແກ້ໄຂບັນຫາຍາກຈົນຂອງປະຊາຊົນໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ດັ່ງທີ່ທ່ານ ລຽນ ໄດ້ໃຫ້ການຢືນຢັນວ່າ: ໃນ 3 ປີຜ່ານມາພວກເຮົາໄດ້ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງຕື່ມອີກ 12.000 ກັບ 11 ຄອບຄົວ ປັດຈຸບັນມີຄອບຄົວທຸກຍາກຈຳນວນ 64.593 ຄອບຄົວ ເທົ່າກັບ 5,34 ເປີເຊັນ ບ້ານທຸກຍາກໄດ້ຫຼຸດລົງຈຳນວນ 200 ບ້ານ ເຮັດໃຫ້ບ້ານທຸກຍາກໃນປັດຈຸບັນຍັງເຫຼືອ 1.536 ບ້ານ ເທົ່າກັບ 18,73 ເປີເຊັນ ໄລຍະເຄິ່ງສະໄໝນີ້ໄດ້ມີບ້ານພັດທະນາເພີ່ມຂຶ້ນ 561 ບ້ານ ເຮັດໃຫ້ທົ່ວປະເທດມີບ້ານພັດທະນາຈຳນວນ 4.138 ບ້ານ ກວມເອົາ 48,85 ເປີເຊັນ ແລະ ມີບ້ານໃຫຍ່ກາຍເປັນຕົວເມືອງນ້ອຍເພີ່ມຂຶ້ນຕື່ມ 45 ບ້ານເປັນ 56 ບ້ານ.”

     ທາງດ້ານທ່ານ ບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນໂລຈີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ລາວ ຊຸດທີ 8 ຢືນຢັນວ່າ: ການກວດກາການຈັດຕັ້ງປະຕິບັດແຜນການພັດທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະຊາຊົນ ລາວ ບັນດາເຜົ່າໃນຊົນນະບົດໃນໄລຍະທີ່ຜ່ານມາພົບວ່າ ການຈັດຕັ້ງປະຕິບັດຂອງລັດຖະບານ ລາວ ຍັງມີປະສິດທິພາບຕໍ່າໃນທຸກດ້ານ ໂດຍສະເພາະແມ່ນບັນຫາດ້ອຍປະສິດທິພາບ ຂອງໜ່ວຍງານ ແລະ ພະນັກງານລັດນັ້ນ ໄດ້ເຮັດໃຫ້ການຫຼຸດຜ່ອນຄວາມຍາກຈົນຂອງປະຊາຊົນ ລາວ ດຳເນີນໄປໄດ້ຢ່າງຊັກຊ້າທີ່ສຸດ ທັງຍັງຂາດຄວາມເປັນເອກະພາບກັນອີກດ້ວຍ ດັ່ງຈະເຫັນໄດ້ຈາກການຈັດຕັ້ງປະຕິບັດຂອງລັດຖະບານ ລາວ ໃນປີ 2017 ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກດ້ານ ເຊັ່ນການເຂົ້າເຖິງຫຼັກປະກັນສຸຂະພາບຂອງປະຊາຊົນ ລາວ ສາມາດຈັດຕັ້ງໄດ້ປະຕິບັດພຽງ 34,7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງປະເທດ.

     ສ່ວນຄະນະກຳມະການນະໂຍບາຍການພັດທະນາ ຂອງສະພາເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ໄດ້ຖະແຫຼງການວ່າ: ລັດຖະບານ ລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂອັນເປັນເກນມາດຕະຖານ ຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໂດຍເມື່ອປະເມີນຈາກການຈັດຕັ້ງປະຕິບັດດັ່ງກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ສປປ ລາວ ຈະສາມາດຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ໃນປີ 2024.

     ໂດຍທັງ 2 ເງື່ອນໄຂທີ່ລັດຖະບານ ລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນມາດຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານຂັ້ນຂອງສະຫະປະຊາຊາດກຳນົດໄວ້ທີ່ລະດັບ 1.242 ໂດລາຕໍ່ຄົນ ແຕ່ລັດຖະບານ ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ລະດັບ 1.996 ໂດລາຕໍ່ຫົວຄົນໃນປີ 2015 ແລະ ດັດສະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດໄດ້ກຳນົດໄວ້ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານ ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ ອັດຕາສະເລ່ຍ 72,8 ເປີເຊັນໃນປີ 2015 ຈຶ່ງເຫຼືອພຽງດັດສະນີຄວາມອ່ອນໄຫວທາງເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດກຳນົດໄວ້ທີ່ລະດັບຕໍ່າກວ່າ 32 ເປີເຊັນ ແຕ່ລັດຖະບານ ລາວ ຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33,7 ເປີເຊັນເທົ່ານັ້ນ.

[​ແຫ​ລ່ງຂ່າວ​ຈາກ: VOA]

[ຮຽບຮຽງ​ໂດຍ: ນ ຖື]