ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 19 Jul, 2018 At 09:09 AM | Categorized As ຂ່າວສຳຄັນ | With 0 Comments

     01

ຕອນເຊົ້າ ເວລາ 11: 00 ໂມງ ຂອງວັນທີ 17 ກໍລະກົດ 2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຕ້ອນຮັບ​​ການ​ຢ້ຽມຂໍ່ານັບ​ ​ອໍາລາ ຂອງ ທ່ານ ລີ ສາງ ກຸນ ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ເກົາຫຼີ  ປະຈໍາ ສປປ ລາວ;​ ໂດຍມີຜູ້ຕາງໜ້າ​ຫົວໜ້າກົມ, ຫົວໜ້າພະແນກ ວິຊາການທີ່ກ່ຽວຂ້ອງ ຈາກທັງສອງຝ່າຍເຂົ້າຮ່ວມ, ຈໍານວນ 9 ​ທ່ານ;

ການ​ເຂົ້າຢ້ຽມ​ຂໍ່ານັບໃນ​ຄັ້ງນີ້ ເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດ ໄດ້ສໍາເລັດໜ້າທີ່ດ້ານການທູດຢູ່ ສປປ ລາວ ເປັນເວລາ 4 ປີກວ່າ ແລະ ໄດ້ ປະກອບສ່ວນ ວຽກງານການພົວພັນສອງຝ່າຍໃນຫຼາຍດ້ານຕະຫຼອດໄລຍະຜ່ານມາ, ຈົນເຖີງເດືອນ ສິງຫາ 2018. ທ່ານ ລີ ສາງກຸນໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ອໍານວຍຄວາມສະດວກຫຼາຍດ້ານທີ່ຂ້າພະເຈົ້າປະຕິບັດໜ້າທີ່ດ້ານການທູດແລະສະແດງຄວາມຂອບໃຈມາຍັງ ພັກ-ລັດ ກໍ່ຄືລັດຖະບານ ສປປ ລາວ ທີ່ອໍານວຍຄວາມສະດວກດ້ານດີຫຼາຍຢ່າງ, ໃນໂອກາດຕໍ່ໄປຈະມີຜູ້ໃໝ່ມາສືບຕໍ່ທາງ ດ້ານການທູດຢູ່ ສປປ ລາວ;

02

         ນອກ​ນີ້ ທ່ານ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​​ແລະ ການ​ຄ້າ​ ສະ​ເໜີ​ໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ ແຫ່ງ ສປປ ເກົາຫຼີ ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອລາວ ​ໂດຍ​ສະ​ເພາະ​ແມ່ນ​ວຽກງານ​ ການ​ດໍາ​ເນີນ​ທຸລະ​ກິດ​​ ແລະ ການລົງທຶນຄ້າຂາຍ ພ້ອມ​ທັງ​ສະໜັບສະໜູນໃຫ້​ນັກ​ລົງທຶນຈ​າກ ແຫ່ງ ສປປ ເກົາຫຼີ ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ,

ຕອນ​ທ້າຍ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງກ່າວຄໍາ​ຂອບ​​ໃຈມາ​ຍັງ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ ແຫ່ງ ສປປ ເກົາຫຼີ ​ປະ​ຈໍາ ສປປ ລາວ ຜູ້ເກົ່າ ​ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍ